ກໍາປູເຈຍໄຂການດໍາເນີນຄະດີ ພວກອະດີດຜູ້ນໍາຂະແດງ

  • ສິງ ບູຣົມມະວົງ

ທ່ານ ນວນເຈຍ ອະດີດຜູ້ນໍາສູງສຸດອັນດັບສອງ, ອະດີດປະທານ ປະເທດ ຂຽວສໍາພັນ ແລະທ່ານອ່ຽງ ຊາຣີ ອະດີດລັດຖະມົນຕີ ຕ່າງປະເທດ ຂອງອໍານາດປົກຄອງຂະເໝນແດງ. ວັນທີ 21 ພະຈິກ 2011.

ບັນດາ​ໄອ​ຍະ​ການ ​ໃນການ​ດໍາ​ເນີນ​ຄະດີພວກ​ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງສາມ​ຄົນຢູ່​ກໍາປູ
ເຈຍ ທີ່ໄດ້​ຮັບການ​ໜຸນຫລັງຈາກ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ຫາຜູ້​ນໍາ​ເຫລົ່າ​ນັ້ນ​ວ່າ​ ເປັນ
ຜູ້​ວາງ​ແຜນ​ກໍ່ນຶ່ງ​ໃນເຫດການສະຫຍອງຂວັນ​ປ່າ​ເຖື່ອນ​ທີ່​ສຸດ​ ໃນ​ສັດຕະວັດ​ທີ 20.

ໃນ​ຖ້ອຍ​ຖະ​ແຫລ​ງເປີດ​ການ​ດໍາ​ເນີນ​ຄະດີ​ໃນ​ວັນ​ຈັນ​ມື້​ນີ້ ໄອ​ຍະ​ການ Chea Leang
ກ່າວ​ວ່າ ​ຫົວໜ້າກຸ່ມ​ຂະ​ເໝນ​ແດງ ​ຂຽວ ສໍາພັນ,ຫົວໜ້າ​ນັກ​ທິດ​ສະ​ດີ Nuon Chea
ແລະ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂະ​ເໝນ​ແດງ ອ່ຽງຊາຣີ ເປັນ​ຜູ້​ວາງ​ແຜນ
ການ​ປະຕິວັດ​ທີ່​ເອີ້ນ​ກັນ​ວ່າ ​ແດນ​ມໍລະນະ ຫລື killing fields ທີ່​ໄດ້ຂ້າ​ລ້າງ​ເຜົ່າ​ພັນ
ປະຊາ ຊົນ​ຂະ​ເໝນ​ໄປ​ ໃນ​ຈໍານວນ 1 ສ່ວນ 4 ຂອງພົນລະ​ເມືອງ​ທັງ​ໝົດ ​ແລະ​ທໍາລາຍ
ຊີວິດ​ຂອງ​ພວກ​ທີ່​ລອດ​ຊີວິດມາ​ໄດ້ຫລາຍ​ລ້ານ​ຄົນ.

ອະດີດ​ຜູ້​ນໍາ​ທັງ 3 ຄົນ​ນີ້​ຖືກ​ກ່າວ​ຫາ​ໃນ​ຖານກໍ່​ອາ​ຊະ​ຍາ​ກໍາ​ຕ້ານມະນຸດຊາດ ຮວມທັງ
ການ​ຂ້າ​ດັບສູນ​ເຜົ່າພັນ ​ຄາດ​ຕະກໍາ ແລະທາລຸນ​ນະ​ກໍາ. ພວກ​ຂະ​ເໝນ​ແດງ​ປົກຄອງ​
ປະ​ເທດ​ຕັ້ງ​ແຕ່ປີ 1975 ຫາ​ປີ 1979 ອັນ​ເປັນ​ຊ່ວງ​ເວລາ​ທີ່​ມີ​ການ​ກະ​ປະມານ​ກັນ​ວ່າ
ປະຊາຊົນ​ກໍາປູ​ເຈຍ​ຈໍານວນ​ຫລາຍ​ເຖິງ 2 ລ້ານ​ຄົນໄດ້​ເສຍ​ຊີວິດ​ໄປ.

ທ່ານ Navi Pillay ຂ້າ​ຫລວງ​ໃຫຍ່​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ສິດທິ​ມະນຸດ ​ໄດ້​ສະ​ແດງ
ຄວາມ​ຍິນ​ດີ​ນໍາ​ການ​ໄຂ​ການດໍາ​ເນີນ​ຄະດີ​ນີ້ ​ໂດຍ​ກ່າວ​ວ່າ ຄໍາໃຫ້ການຕ່າງໆ​ຕໍ່​ສານ​ຈະ
ຊ່ອຍ​ໃຫ້​ພວກ​ຊາວ​ຂະ​ເໝນຮຸ້ນ​ໃໝ່ເຂົ້າ​ອົກ​ເຂົ້າ​ໃຈ​ປະວັດ​ສາດ​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ ແລະ
ເພີ່ມແຮງກະ​ຕຸກ​ຊຸກຍູ້​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມນາໆ​ຊາດ ​ໃນ​ການປ້​ອງກັນ​ບໍ່​
ໃຫ້​ເກີດ​ອາ​ຊະ​ຍາ​ກໍາ​ຂ້າລ້າງຜານ​ຜູ້ຄົນ​ເປັນ​ໝູ່​ຕື່ມອີກ​ໃນ​ອະນາຄົດ​ນັ້ນ.

ຄາດ​ວ່າ​ພວກ​ໄອ​ຍະ​ການຈະ​ຮ້ອງ​ຂໍ​ໃຫ້​ສານ​ຕັດສິນ​ລົງ​ໂທດ​ໜັກທີ່​ສຸດ ​ຄື​ຈໍາ​ຄຸກ​ຕະຫຼອດ
​ຊີວິດ ​ສໍາລັບ​ພວກ​ຈໍາ​ເລີຍ​ທັງ​ສາມ.

ຈໍາ​ເລີ​ຍຄົນທີ 4​ ນາງ​ອ່ຽງທິຣິດ ​ໄດ້​ຖືກ​ສານ​ຕັດສິນໃນ​ອາທິດ​ແລ້ວ​ນີ້ ວ່າ ​ບໍ່​ມີ​ຄວາມ
ສາມາດ​ທີ່​ຈະ​ຕໍ່ສູ້​ຄະດີ​ໄດ້​ ​ເພາະວ່ານາງເປັນ​ໂຣກ​ຄວາມຈໍາ​ເຊື່ອມ ​ຫລື Alzheimer ນັ້ນ.
ນາງ​ເປັນ​ພັນ​ລະຍາ​ຂອງ​ອ່ຽງຊາຣີ ​ແລະ​ເຄີຍ​ເປັນ​ລັດຖະມົນຕີກະຊວງ​ປະຊາ​ສົງ​ເຄາະ​
ຂອງ​ພວກ​ຂະ​ເໝນ​ແດງ​.

ສ່ວນໂພນ​ປົດ ອະດີດ​ຜູ້​ນໍາ​ສູງ​ສຸດ​ຂອງ​ກຸ່ມ​ຂະ​ເໝນ​ແດງ​ໄດ້​ເສຍ​ຊີວິດ​ໄປ​ໃນ​ປີ 1998 ​
ໃນຄ້າຍ​ໃນ​ປ່າດົງ​ຕຶບ​ແຫ່ງ​ນຶ່ງບ່ອນ​ທີ່ຜູ້ກ່ຽວຖືກ​ກັກຂັງ​ເປັນ​ຄົນ​ໂທດ ​ຫລັງ​ຈາກ​ຖືກພວກ
​ສະຫາຍ​ເກົ່າທໍລະ​ຍົດ ​ໂຕນ​ໜີ​ໄປ​.

.