ກຳປູເຈຍເລີ້ມດຳເນີນຄະດີ ຊາວໄທ 7 ຄົນ

  • ໄພສານ ວໍຣະຈັກ

ນາຍວີຣະ ສົມຄວາມຄິດ ນັກເຄື່ອນໄຫວເສື້ອເຫຼືອງຂອງໄທ (ຊ້າຍ) ແລະທ່ານພານິດ ວາກິສເຣດ ສະມາຊິກສະພາແຫ່ງຊາດໄທສັງກັດ ພັກປະຊາທິປັດ (ຂວາ) ພວມຍ່າງໄປຂຶ້ນສານ ທີ່ສານພະນົມເປັນ (6 ມັງກອນ 2011)

ການດຳເນີນຄະດີໄດ້ເລີ້ມຂຶ້ນ
ແລ້ວທີ່ກຳປູເຈຍຕໍ່ຊາວໄທ 7
ຄົນຮວມທັງສະມາຊິກສະພາ
ແຫ່ງຊາດຄົນນຶ່ງຂອງໄທ ທີ່
ຖືກຈັບໃນສັບປະດາແລ້ວ ຢູ່
ໃນບໍລິເວນຊາຍແດນ ທີ່ມີ
ການຂັດແຍ້ງກັນນັ້ນແລະຖືກ
ກ່າວຫາວ່າເຂົ້າໄປໃນປະເທດ
ກຳປູເຈຍແບບຜິດກົດໝາຍ.

ລາຍງານຂ່າວໂທລະພາບ ຈາກກຸງພະນົມເປັນສະແດງໃຫ້ເຫັນວ່າ ພວກຜູ້ຊາຍທັງ 7 ທີ່
ຢູ່ໃນຊຸດເຄື່ອງນຸ່ງນັກໂທດສີຟ້າ ໄດ້ຖືກນຳໂຕໄປຍັງສານໃນຕອນເຊົ້າຂອງວັນພະຫັດມື້ນີ້.
ບໍ່ມີນັກໂທດຄົນໃດກ່າວຖະແຫຼງ ມີແຕ່ທ່ານພານິດ ວິກິສເຣດສະມາຊິກສະພາສັງກັດພັກ
ປະຊາທິປັດ ຊຶ່ງເປັນພັກລັດຖະບານຂອງໄທ ໄດ້ໂບກມືຕໍ່ພວກນັກຂ່າວ.

ການຮັບຟັງຄຳໃຫ້ການຂອງພວກນັກໂທດ ແມ່ນໄດ້ດຳເນີນໄປແບບປິດລັບແຕ່ລາຍງານ
ຂ່າວ​ເວົ້າວ່າ ບຸກຄົນທັງ 7 ໄດ້ຖືກສອບຖາມເທື່ອລະຄົນ ກ່ຽວກັບການກະທຳຂອງພວກ
ເຂົາເຈົ້າ ຢູ່ໃນບໍລິເວນຊາຍແດນ. ນອກນັ້ນແລ້ວພວກເຂົາເຈົ້າ ຍັງໄດ້ຖືກກ່າວຫາວ່າເຂົ້າ
ໄປໃນເຂດຫວງຫ້າມທາງທະຫານ ຊຶ່ງໝາຍຄວາມວ່າ ພວກເຂົາເຈົ້າອາດຈະໄດ້ຮັບໂທດ
ໜັກເຖິງ 1 ປີເຄິ່ງ.

ເປັນທີ່ຄາດກັນວ່າ ການດຳເນີນຄະດີນີ້ ຈະເປັນໄປຢ່າງວ່ອງໄວ ແຕ່ຍັງບໍ່ທັນເປັນທີ່ຈະ
ແຈ້ງເທື່ອວ່າ ເວລາໃດຈຶ່ງຈະມີການອອກຄຳຕັດສິນ.