ກຳປູເຈຍກຳລັງເປີດປະຕູ ລະບົບອິນເຕີແນັດແຫ່ງຊາດໃໝ່ຂອງຕົນ, ຊຶ່ງເປັນການກະທຳທີ່ນັກເຄື່ອນໄຫວກ່າວວ່າ ຈະເຮັດໃຫ້ລັດຖະບານສາມາດລະງັບປາກສຽງຂອງຝ່າຍຄ້ານໃນປະເທດທີ່ຖືກໂຈມຕີຢູ່ນັ້ນ ໄດ້ຫລາຍຂຶ້ນອີກ, ອີງຕາມອົງການຂ່າວເອເອັຟພີ (AFP).
ຜູ້ຊ່ຽວຊານດ້ານສິດທິຂອງອົງການສະຫະປະຊາຊາດເຕືອນວ່າ ປະຕູ ທີ່ຈະເຮັດ ໃຫ້ການເຂົ້າຫາ ໃນເວັບທຸກອັນໄປຜ່ານຈຸດເຂົ້າບ່ອນດຽວ ທີ່ຄວບຄຸມໂດຍລັດ ຖະບານຕັ້ງແຕ່ວັນທີ 16 ກຸມພາເປັນຕົ້ນໄປ ຈະມີຜົນກະທົບ "ອັນຮ້າຍແຮງ" ຕໍ່ຄວາມເປັນສ່ວນຕົວ ແລະການປາກເວົ້າຢ່າງເສລີຂອງບຸກຄົນ.
ທ້າວເຄຍ ໂຊກຸນ ນັກຮ້ອງຮິບ ຮອບ ກຳລັງຟັງເພັງຂອງຕົນເອງທາງອອນລາຍຢູ່ຮ້ານກາເຟແຫ່ງນຶ່ງໃນນະຄອນຫລວງພະນົມເປັນ (ພາບຖ່າຍໃນວັນທີ 29 ມັງກອນ, 2022 ໂດຍ TANG CHHIN Sothy / AFP)
ມັນເປັນການເຄື່ອນໄຫວອັນຫຼ້າສຸດຂອງທ່ານຮຸນ ເຊນ, ຜູ້ປົກຄອງປະເທດແບບ ຜະເດັດການ ເພື່ອສະກັດກັ້ນການຕໍ່ຕ້ານລັດຖະບານຢູ່ໃນປະເທດຊຶ່ງໄດ້ຈັບກຸມຫລາຍສິບຄົນ ຍ້ອນການຂຽນຂ່າວລົງທາງອອນລາຍນ໌ ໃນຊຸມປີມໍ່ໆມານີ້.
ນັກສິລະປິນຮິບຮັອບ ເຄຍ ໂຊກຸນ (Kea Sokun) ເຊິ່ງມີເນື້ອເພັງເວົ້າ ກ່ຽວ ກັບຄວາມບໍ່ຍຸຕິທຳ ແລະການສໍ້ລາດບັງຫຼວງ ໄດ້ເຮັດໃຫ້ຊາວໜຸ່ມທີ່ບໍ່ພໍໃຈຕໍ່ ລັດຖະບານມັກຮ້ອງນັ້ນ ແມ່ນຜູ້ນຶ່ງ ໃນພວກທີ່ຖືກຈໍາຄຸກ.
ໃນຂະນະທີ່ເພງຂອງລາວມີຈຳນວນການເບິ່ງຫຼາຍລ້ານວິວໃນ YouTube, ຕຳຫຼວດນອກເຄື່ອງແບບມາເຄາະປະຕູເຮືອນລາວ ໃນເດືອນກັນຍາ 2020.
ນັກຮຽນ ແລະນາຍຄູກຳລັງໃຊ້ຄອມພິວເຕີຢູ່ໃນຫ້ອງຮຽນທັນສະໄໝທີ່ສ້າງຂຶ້ນພາຍໃຕ້ການປຸກລະດົມຂອງລັດຖະບານທ່ານຮຸນ ເຊນໃນໂຄງການ "ຄົນລຸ້ນໃໝ່" ໃນພະນົມເປັນ (ພາບຖ່າຍໃນວັນ 26 ມິຖຸນາ, 2018, ໂດຍ TANG CHHIN Sothy / AFP)
"ພວກເຂົາຖາມວ່າ ແມ່ນໃຜເປັນຜູ້ຢູ່ເບື້ອງຫລັງຂ້ອຍ?" ນັ້ນຄືຄຳເວົ້າຂອງທ້າວ ເຄຍ ໂຊກຸນທີ່ກ່າວຕໍ່ AFP.
ລາວຖືກຈັບແລະຕັດສິນໂທດໃນຂໍ້ຫາປຸກລະດົມຄົນ ຊຶ່ງໄດ້ເຂົ້າຄຸກເປັນເວລາ 1 ປີ ແລະປັດຈຸບັນມີຄວາມຢ້ານກົວວ່າ ລະບົບປະຕູໃຫມ່ນີ້ຈະພາໃຫ້ມີປະຊາຊົນຫຼາຍຄົນເພີ້ມຂຶ້ນ ປະສົບກັບຊະຕາກໍາອັນດຽວກັນກັບລາວ.
ລາວເວົ້າວ່າ "ມັນເປັນການຍາກຫລາຍທີ່ຈະສະແດງຄວາມຄິດເຫັນໄດ້ຢ່າງ ເສລີ."
ລາວເວົ້າຕໍ່ໄປວ່າ "ພວກເຂົາຈັບຂ້ອຍ ເພື່ອເປັນການຂົ່ມຂູ່ຕໍ່ຄົນອື່ນ."