ໜັງສືພິມ ພະນົມເປັນ ໂພສທ໌ ຂອງກຳປູເຈຍ ຈະປິດໂຕລົງ ທ່າມກາງຄວາມຫຍຸ້ງຍາກທາງດ້ານການເງິນ

ແຟ້ມພາບ - ຊາວຄ້າຂາຍຊາວກຳປູເຈຍ ອ່ານໜັງສືພິມ ພະນົມ ເປນ ໂພສທ໌ ຢູ່ທີ່ຮ້ານຂາຍໜັງສືພິມຂອງນາງ ໃນນະຄອນຫຼວງ ພະນົມ ເປນ ໃນວັນທີ 7 ພຶດສະພາ 2018.

ໜັງສືພິມ ພະນົມເປັນ ໂພສ ທີ່ພິມຈຳໜ່າຍຈາກນະຄອນຫຼວງຂອງກຳປູເຈຍ ເປັນເວລາຫຼາຍກວ່າ 3 ທົດສະວັດ ກ່າວໃນວັນສຸກມື້ນີ້ວ່າ ຕົນຈະຢຸດການພິມຈຳໜ່າຍສະບັບພາສາອັງກິດ ແລະພາສາຂະເໝນ ໃນທ້າຍເດືອນນີ້ ທ່າມກາງລາຍໄດ້ ແລະຈຳນວນຜູ້ອ່ານທີ່ຕົກຕໍ່າລົງ ແລະການທີ່ຜູ້ຖືຮຸ້ນ ບໍ່ສາມາດທີ່ຈະ “ແບກຮັບການສູນເສຍລາຍຮັບດັ່ງກ່າວໄດ້.”

ການ​ປິດ​ຕົວ​ດັ່ງກ່າວ ​ເປັນ​ຄວາມ​ເສຍ​ຫາຍ​ອີກ​ອັນ​ນຶ່ງ ​ຕໍ່​ເສລີພາບ​ດ້ານ​ຂ່າວ​ ໃນ​ກຳປູ​ເຈຍ ຊຶ່ງ​ໄດ້​ຮັບ​ຄວາມ​ກົດ​ດັນ​ ນັບ​ຕັ້ງ​ແຕ່​ການ​ປາບ​ປາມ​ຂອງ​ລັດຖະບານ​ຕໍ່ຜູ້ທີ່ມີ​ຄວາມ​ເຫັນຕ່າງ​ທາງ​ດ້ານ​ການ​ເມືອງ ​ຊຶ່ງໄດ້ເລີ້ມ​ຂຶ້ນ​ໂດຍ​ອະດີດ​ນາຍົກລັດຖະມົນຕີ ຮຸນ ເຊນ (Hun Sen) ​ເມື່ອ​ປະມານ 8 ປີ​ກ່ອນ.

"ຜູ້ຖືຮຸ້ນຂອງພວກເຮົາ ໄດ້ພະຍາຍາມອັດສີດເງິນທຶນເພີ່ມເຕີມ ແລະສ້າງລາຍຮັບ ໂດຍທຸກວິທີທາງ ເພື່ອຟື້ນຟູສະພາບການເງິນຂອງບໍລິສັດ ແລະສືບຕໍ່ພິມ ຫນັງສືພິມທີ່ເປັນເອກະລາດ ແລະເປັນມືອາຊີບ, ເຊິ່ງໄດ້ເປີດດໍາເນີນການມາຫຼາຍກວ່າ 30 ປີ," ຜູ້ຈັດການຂອງບໍລິສັດກ່າວ ໃນຖະແຫຼງການທີ່ຈັດພີມເຜີຍແຜ່ຢູ່ໃນສະບັບຕອນເຊົ້າວັນສຸກຂອງຕົນ.

ຖະແຫຼງການໄດ້ກ່າວຕື່ມວ່າ "ດັ່ງນັ້ນ, ຜູ້​ຖື​ຮຸ້ນ​ຂອງ​ພວກ​ເຮົາ ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ດ້ວຍ​ຄວາມ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ, ທີ່​ຈະ​ຍຸ​ຕິການ​ພິມ​ຈຳໜ່າຍ​ໜັງ​ສື​ພິມ​ທັງ​ສະບັບ​ພາສາ​ອັງກິດ​ ແລະ​ພາສາ​ຂະ​ເໝນ ພາຍໃນ​ວັນ​ທີ 29 ມີນາ 2024."

ໜັງສືພິມ ພະນົມເປັນ ໂພສ ໄດ້ຖືກສ້າງຕັ້ງຂຶ້ນໂດຍຊາວອາເມຣິກັນ ທ່ານ ໄມໂກລ ເຮສ໌ (Michael Hayes) ແລະ ແຄັດລີນ ໂອ ຄີບຟ໌ (Kathleen O'Keefe) ໃນປີ 1992 ດ້ວຍເງິນເກັບສະສົມຕະຫຼອດຊີວິດຂອງພວກເຂົາ ຈຳນວນ 50,000 ໂດລາ, ໃນເວລາທີ່ກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ເດີນທາງມາຮອດກຳປູເຈຍ ແລະປະເທດນີ້ ຍັງຢູ່ໃນພາວະສົງຄາມຢູ່.

ອ່່ານຂ່າວນີ້ເປັນພາສາອັງກິດ