ກົດລະບຽບໃໝ່ທີ່ເປັນບັນຫາໂຕ້ແຍ້ງຈຳນວນນຶ່ງ ສຳລັບບັນດານັກຂ່າວ ທີ່ໄປລາຍງານ
ການເລືອກຕັ້ງຢູ່ໃນກຳປູເຈຍຄັ້ງຈະມາ ແມ່ນຮວມທັງການເຕືອນວ່າບໍ່ໃຫ້ພວກນັກຂ່າວ
ຖາມເຖິງລາຍລະອຽດກ່ຽວກັບຜົນການເລືອກຕັ້ງ ທີ່ໄດ້ພາໃຫ້ມີການຕິຕຽນຈາກບັນດາ
ຜູ້ສັງເກດການ ທີ່ກ່າວວ່າ ກົດລະບຽບເຫຼົ່ານີ້ແມ່ນບໍ່ຈະແຈ້ງທີ່ໜ້າເປັນຫ່ວງ ແລະແລ້ວ
ແຕ່ສ່ວນບຸກຄົນ.
ຄະນະກຳມາທິການເລືອກຕັ້ງແຫ່ງຊາດຫຼື NEC ໄດ້ກ່າວໃນອາທິດນີ້ວ່າ ພວກນັກຂ່າວ
ບໍ່ຄວນມີ “ແນວຄິດຕົນເອງທີ່ຈະລົງຄວາມເຫັນ” ໃນຂະນະທີ່ລາຍງານຂ່າວ. ກົດຂອງ
ການປະຕິບັດງານ ຍັງຫ້າມບໍ່ໃຫ້ນັກຂ່າວ ສຳພາດໂດຍບໍ່ໄດ້ຮັບອະນຸຍາດຢູ່ໜ່ວຍປ່ອນບັດຕ່າງໆ ຫຼືລາຍງານຂ່າວທີ່ນຳໄປສູ່ “ການສ້າງຄວາມ ສັບສົນ ແລະສູນເສຍຄວາມ
ເຊື່ອໝັ້ນ” ໃນການເລືອກຕັ້ງ.
ສະມາຊິກຝ່າຍຄ້ານ ພັກກູ້ຊາດແຫ່ງຊາດກຳປູເຈຍ ທີຖືກຍຸບ (CNRP) ທ່ານອຸກ ພິຈ ແຊມນັງ ສະແດງປະຕິກິລິຍາ ຢູ່ໃນລົດຕຳຫຼວດ ທີ 10 ພຶດສະພາ 2018.
ກົດລະບຽບການປະຕິບັດສຳລັບພວກນັກຂ່າວ ທີ່ເກັບກຳຂ່າວການເລືອກຕັ້ງ ໄດ້ນຳ
ອອກເຜີຍແຜ່ໂດຍ NEC ໃນອາທິດນີ້ ຍັງໄດ້ຫ້າມພວກນັກຂ່າວ ບໍ່ໃຫ້ສະ ແດງຄວາມ
ເຫັນສ່ວນໂຕຫຼືຄວາມເຫັນແບບລຳອຽງ” ຫຼືເຜີຍແຜ່ຂ່າວທີ່ເປັນ “ຜົນ ກະທົບຕໍ່ສະຖຽນ
ລະພາບທາງການເມືອງ ແລະທາງສັງຄົມ.”
ໂຄສົກຂອງ NEC ທ່ານຮັງ ພູເທຍ ກ່າວໃນວັນພະຫັດທີ່ຜ່ານມານີ້ວ່າກົດລະບຽບເຫຼົ່າ
ນີ້ແມ່ນໝາຍຄວາມວ່າ ພວກນັກຂ່າວທີ່ລາຍງານການເລືອກຕັ້ງ “ບໍ່ຄວນມີການຊັ່ງຊາ
ແລະອອກແນວຄິດຂອງຕົນເອງ.”
ແມ່ຍິງຄົນນຶ່ງ ຊື້ໜັງສືພິມກຳປູເຈຍປະຈຳວັນ ສະບັບສຸດທ້າຍ ຢູ່ຕາມຖະໜົນໃນນະຄອນພະນົມເປັນ ທີ 4 ກັນຍາ 2017.
ທ່ານກ່າວເພີ້ມອີກວ່າ ພວກນັກຂ່າວບໍ່ຄວນທີ່ຈະຖາມ ກ່ຽວກັບວ່າ ໃຜເປັນຜູ້ຊະນະຢູ່ທີ່
ໜ່ວຍປ່ອນບັດຕ່າງໆ ຫຼືວ່າມີຈັກບ່ອນນັ່ງ ທີ່ໄດ້ຮັບໄຊຊະນະໂດນພັກຕ່າງໆ. ທ່ານບໍ່ສາ
ມາດໃຫ້ການອະທິບາຍໄດ້ວ່າ ພວກນັກຂ່າວ ຈະສາມາດລາຍງານຂ່າວ ການເລືອກຕັ້ງ
ໄດ້ຢ່າງໃດ ຖ້າຫາກຖືກຂັດຂວາງ ບໍ່ໃຫ້ປະຕິບັດ ໜ້າທີ່ພື້ນຖານ ທີ່ເປັນຫລັກການຂອງ
ການລາຍງານຂ່າວ.