ສປຊ ຢາກໃຫ້ກຳປູເຈຍ ເລັ່ງລັດທໍາຄວາມກ້າວໜ້າ ໃນດ້ານສິດທິພົນລະເມືອງ

  • ໄພສານ ວໍຣະຈັກ

Washington Nationals relief pitcher Rafael Soriano warms up before an Opening Day baseball game against the Miami Marlins in Washington D.C.

ນັກຊ່ຽວຊານຄົນນຶ່ງຂອງອົງການສະຫະປະຊາຊາດກ່າວວ່າ ກຳປູເຈຍພວມທຳຄວາມກ້າວ
ໜ້າໃນການເຄົາລົບນັບຖືສິດທິຂອງພົນລະເມືອງຂອງຕົນ ແຕ່ຍັງມີວຽກງານເພີ່ມຕື່ມອີກທີ່
ຈະຕ້ອງໄດ້​ເຮັດ.

ນອກນັ້ນແລ້ວ ທ່ານ Surya Subedi ຜູ້ຂຽນລາຍງານພິເສດຂອງອົງການສະຫະປະຊາ
ຊາດຍັງໄດ້ຮຽກຮ້ອງ ໃນລະຫວ່າງການໃຫ້ສຳພາດ ໃຫ້ລັດຖະບານກຳປູເຈຍຫຼີກເວັ້ນຈາກ
ການເຂົ້າແຊກແຊງໃນການປະຕິບັດວຽກງານຂອງສານອາຍານນາໆຊາດ ທີ່ພວມດຳເນີນ ຄະດີອະດີດພວກຜູ້ນຳຂອງອຳນາດການປົກຄອງຂະເໝນແດງທີ່ຂ້າລ້າງເຊື້ອຊາດເຜົ່າພັນ.

ທ່ານ Subedi ກ່າວຕໍ່ວີໂອເອ ພະແນກພາສາຂະແມວ່າ ຄຸນນະພາບຊີວິດຂອງຊາວກຳປູ
ເຈຍສ່ວນໃຫຍ່ແມ່ນດີຂຶ້ນແຕ່ສະຖານະການພາຍໃນປະເທດຄວນຈະດີຂຶ້ນຫຼາຍກວ່າທີ່ເປັນ
ຢູ່ ໃນເວລານີ້.