ກໍາປູ​ເຈຍ ຍົກເລີກ ຄຳ​ສັ່ງ​ ຫ້າມອອກ​ອາກາດ ລາຍການຂອງ​ ສະຖານີ ຕ່າງປະ​ເທດ

ນາຍົກລັດຖະມົນຕີ ຮຸນ ເຊນ ແລະພັນລະຍາຂອງທ່ານ, ທ່ານນາງ Bun Rany (ຂວາ) ໄປເຖິງຂົງເຂດຫາສຽງເລືອກຕັ້ງ ແຫ່ງນຶ່ງ ໃນນະຄອນພະນົມເປັນ ໃນວັນທີ 27 ມິຖຸນາ 2013.

ກໍາປູ​ເຈຍ ໄດ້ຕ່າວປີ້ນ​ໂດຍ​ໄວ ຄຳ​ສັ່ງ​ຂອງລັດຖະບານ​ ທີ່ຫ້າມ
ບໍ່​ໃຫ້​ສະຖານີ​ວິທະຍຸ​ທ້ອງ​ຖິ່ນອອກ​ອາກາດ​ລາຍການຂ່າວ​
ຕ່າງໆ​ຂອງສື່​ມວນຊົນ​ຕ່າງປະ​ເທດ ໃນ​ໄລຍະ​ກ່ອນ​ການ​ເລືອກ​
ຕັ້ງທົ່ວໄປ ​ໃນ​ເດືອນກໍລະກົດນີ້ ລຸນຫລັງທີ່ມີການປະທ້ວງຈາກ
ພວກສະຖານີ​ຕ່າງ ປະ​ເທດ, ສາທາລະນະຊົນ ແລະສະຫະລັດ.

ໃນທ້າຍອາທິດແລ້ວນີ້ ກະຊວງຖະແຫລງຂ່າວຂອງກໍາປູເຈຍ
ໄດ້ເກືອດຫ້າມ ບໍ່​ໃຫ້​ສະຖານີ ວິທະຍຸ​ທ້ອງ​ຖິ່ນ ຖ່າຍ​ທອດ​ຂ່າວ​
ຈາກສື່​ມວນຊົນ​ຕ່າງປະ​ເທດ ເປັນເວລາ 31 ວັນ ກ່ອນ​ການ​
ເລືອກ​ຕັ້ງທົ່ວໄປ ທີ່ຈະຈັດຂຶ້ນ​ໃນວັນທີ 28 ​ເດືອນກໍລະກົດນີ້
ຊຶ່ງນາຍົກລັດຖະມົນຕີ ຮຸນ ເຊນ ຈະລົງ​ແຂ່ງຂັນ​ເພື່ອຮັກສາ
ອໍານາດຂອງທ່ານໄວ້. ຄໍ​າສັ່ງສະບັບ​ນີ້ ຍັງ​ສັ່ງ​ໃຫ້​ສະຖານີຕ່າງໆ ຢຸດ​ອອກລາຍ​ງານ​ກ່ຽວ​ກັບບັນດາ​ຊາວ​ຕ່າງປະ​ເທດທີ່​ມີ​ບົດບາດ​ໃດ​ໆກໍ​ຕາມ ຢູ່​ໃນການ​ໂຄ​ສະ​ນາ​ຫາ​ສຽງ. ແຕ່​ວ່າ
ໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ກະຊວງ​ຖະ​ແຫລ​ງຂ່າວ​ໄດ້​ອອກ​ຄໍາ​ຖະ​ແຫລ​ງ ​ເວົ້າ​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້​ບັນດາ​ສະຖານີ​ທ້ອງ​ຖິ່ນ ອອກ​ອາກາດລາຍການ​ທີ່​ຜະລິດ​ໂດຍ​ບັນດາ​ສະຖານີ​ຕ່າງປະ​ເທດ​ນັ້ນ ​ຄືນໄດ້​ຕາມ​ປົກກະຕິ.

ບັນດາສື່​ຂ່າວຕ່າງໆ ທີ່ຈະໄດ້ຮັບ​ຜົນ​ກະທົບຈາກການ​ຫ້າມດັ່ງກ່າວ​ນີ້ ແມ່ນມີຮວມທັງວິ
ທະຍຸ​ສຽງອາ​ເມຣິກາ ຫລື ວີ​ໂອ​ເອ ແລະເອ​ເຊຍ​ເສລີ ​ທີ່ໄດ້ຮັບທຶນດໍາ​ເນີນ​ການຈາກສະ
ຫະລັດ.

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Patrick Ventrell ​ໄດ້ເອີ້ນ​ຄໍາ​ສັ່ງ​ນີ້​ວ່າ ເປັນ​
ການ​ຝ່າ​ຝືນ​ຢ່າງຮ້າຍ​ແຮງຕໍ່​ສິດ​ເສລີພາບ​ໃນ​ດ້ານ​ການ​ຂ່າວ ທີ່ພາ​ເຮັດ​ໃຫ້​ເກີດ​ມີຄໍາຖາມ​
ຂຶ້ນມາວ່າ ການ​ປ່ອນ​ບັດ​ໃນ​ຄັ້ງ​ນີ້ຈະເປັນ​ໄປແບບເສລີ ​ແລະ​ທ່ຽງ​ທໍາຫລື​ບໍ່? ແລະບັນນາ
ທິການ​ຝ່າຍ​ບໍລິການ​ຂອງວີ​ໂອ​ເອ ທ່ານ​ Steve Redisch ກ່າວ​ວ່າ ຂ່າວ​ແລະ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື ຖືກ​ຕ້ອງ ​ແລະ​ກໍ້າ​ເກິ່ງ ​ແມ່ນເປັນ​ສິ່ງ​ຈຳ​ເປັນທີ່​ສຸດ ກ່ອນ​ໜ້າການ​ເລືອກຕັ້ງ.
ວີ​ໂອ​ເອ ແລະເອເຊຍເສລີ ມີ​ຫລາຍໆລາຍການ ທີ່ຖືກ​ນໍາ​ໄປຖ່າຍ​ທອດ​ອອກ​ອາກາດຄືນ
​ໂດຍສະຖານີ FM ຫລາຍໆ​ແຫ່ງໃນກໍາປູເຈຍ.

ທ່ານ ຮຸນ ເຊນ ຂອງກໍາປູເຈຍ ແມ່ນນຶ່ງໃນບັນດານາຍົກລັດຖະມົນຕີ ທີ່ດໍາລົງຕໍາແໜ່ງ ດົນ​ນານ​ທີ່​ສຸດຢູ່ໃນໂລກ ຊຶ່ງທ່ານໄດ້ຂຶ້ນກໍາອໍານາດມາຕັ້ງແຕ່ປີ 1985 ຜ່ານລັດຖະບານ
ປະສົມ ຫລາຍໆຊຸດ. ​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານຈະໄດ້ຮັບໄຊຊະນະໃນການ​ເລືອກຕັ້ງທົ່ວ
ໄປ ​ໃນວັນທີ 28 ກໍລະກົດ ທີ່ຈະມາເຖິງນີ້.