ເຈົ້າໜ້າທີ່ ກຳປູເຈຍ ບຸກຄ້າຍ ພວກປະທ້ວງ ແລະຫ້າມບໍ່ໃຫ້ ເດີນຂະບວນ (ສະໄລດ໌/ວີດີໂອ)

ເຈົ້າໜ້າທີ່ຮັກສາຄວາມສະຫງົບກຳປູເຈຍ ທຸບຕີພະສົງ ທີ່ເຂົ້າຮ່ວມ ການປະທ້ວງ ຂອງພັກກູ້ຊາດກຳປູເຈຍ ທີ່ກຸງພະນົມເປັນ ໃນວັນເສົາ (4 ມັງກອນ 2014)

ຕຳຫຼວດກຳປູເຈຍ ໄດ້ບັງຄັບໃຫ້ພວກປະທ້ວງຕໍ່ຕ້ານລັດຖະບານ
ອອກໄປຈາກຄ້າຍໂຮມຊຸມນຸມ ທີ່ນະຄອນຫຼວງພະນົມເປັນ ແລະ
ຫ້າມບໍ່ໃຫ້ຈັດການປະທ້ວງຕໍ່ຕ້ານລັດຖະບານນາຍົກລັດຖະມົນຕີ
ຮຸນເຊນ ໃດໆຕື່ມອີກ.

ກຳລັງຮັກສາຄວາມສະຫງົບ ຫລາຍຮ້ອຍຄົນ ທີ່ມີໄມ້ຄ້ອນ ແລະ
ເຄື່ອງປ້ອງກັນເປັນອາວຸດ ໄດ້ບຸກເຂົ້າໄປໃນຄ້າຍພວກປະທ້ວງ
ທີ່ສວນອິດສະຫຼະພາບ ໃນນະຄອນຫຼວງພະນົມເປັນໃນວັນເສົາ
ມື້ນີ້ເຮັດໃຫ້ພວກປະທ້ວງຫຼາຍຮ້ອຍຄົນຕ້ອງໄດ້ພາກັນຫລົບໜີ.

ທ່ານ Pa Socheatvong ເຈົ້າຄອງນະຄອນຫຼວງພະນົມເປັນ
ໄດ້ອອກຖະແຫຼງການສະບັບນຶ່ງ ຫ້າມບໍ່ໃຫ້ໃຊ້ສວນດັ່ງກ່າວ ແລະເດີນຂະບວນຢູ່ຕາມຖະ ໜົນຫົນທາງສາຍຕ່າງໆໃນນະຄອນຫຼວງໂດຍອ້າງເຫດຜົນດ້ານຄວາມປອດໄພ. ຖະແຫຼງ ການສະບັບນີ້ພາໃຫ້ເກີດມີຄວາມສົງໄສບໍ່ແນ່ໃຈກ່ຽວກັບການປະທ້ວງເປັນເວລາ 3 ມື້ ທີ່ ກຳນົດຈະເລີ້ມໃນວັນອາທິດນີ້ ຈະດຳເນີນໄປຕາມໝາຍກຳນົດຫຼືບໍ່.

Your browser doesn’t support HTML5

Cambodia



ການບຸກເຂົ້າໄປໃນຄ້າຍຂອງພວກປະທ້ວງ ມີຂຶ້ນນຶ່ງມື້ຫຼັງຈາກຕຳຫຼວດໄດ້ຍິງປືນເຂົ້າໃສ່ ພວກຄົນງານຕັດຫຍິບ ທີ່ພວມພາກັນນັດຢຸດງານ ໂດຍໄດ້ສັງຫານຢ່າງໜ້ອຍ 4 ຄົນ.

ພວກທີ່ເຫັນເຫດການກ່າວວ່າ ຕຳຫຼວດໄດ້ຍິງປືນເຂົ້າໃສ່ພວກປະທ້ວງ ທີ່ນະຄອນພະນົມ ເປັນ ຂະນະທີ່ພວກເຂົາເຈົ້າໄດ້ຕັນທາງສາຍນຶ່ງ ແລະແກວ່ງກ້ອນຫີນ ເຂົ້າໃສ່ຕຳຫຼວດ.

ກຸ່ມປົກປ້ອງສິດທິມະນຸດ ທ້ອງຖິ່ນກຸ່ມນຶ່ງ ກ່າວວ່າ ມີຫລາຍກວ່າ 20 ຄົນ ໄດ້ຮັບບາດເຈັບ ແລະບໍ່ຕໍ່າກວ່າ 10 ຄົນ ຖືກຈັບຢູ່ນອກໂຮງງານ Yak Jin ໃກ້ໆນະຄອນຫຼວງພະນົມເປັນ ແລະກຸ່ມປົກປ້ອງສິດທິມະນຸດກຸ່ມນີ້ ກໍໄດ້ປະນາມຄວາມຮຸນແຮງດັ່ງກ່າວ ແລະການສົ່ງກຳ ລັງພິເສດຂອງທະຫານ ໄປປາບປາມພວກປະທ້ວງ.

ຕຳຫຼວດ ປະທະ ພວກປະທ້ວງ ຢູ່ ກຳປູເຈຍ