ລະເບີດຝັງດິນ​ເຮັດໃຫ້ ຊາວສວນຂະເໝນ ຕາຍຄາທີ່ 12 ຄົນ

ພະນັກງານກູ້ລະເບີດຝັງດິນ ກໍາລັງປົດຂະນວນລະເບີດຝັງດິນ.

ຕໍາຫຼວດກໍາປູເຈຍ ກ່າວວ່າ ມີ 14 ຄົນ ຮວມທັງເດັກຍິງອາຍຸ 1 ຂວບຄົນນຶ່ງເສຍຊີວິດ
ຫຼັງຈາກລົດຕຣັກເຕີທີ່ເຂົາເຈົ້າຂີ່ໄປ ໄດ້ໄປຢຽບລະເບີດຝັງດິນ ທີ່ຫຼົງເຫຼືອມາແຕ່ສະໄໝ ສົງຄາມ.

ຕຳຫຼວດທີ່ແຂວງພະຕະບອງລາຍງານວ່າ ເຫດຮ້າຍດັ່ງກ່າວເກີດຂຶ້ນໃນວັນພຸດມື້ນີ້. ເຈົ້າ
ໜ້າທີ່ເວົ້າວ່າພວກເຄາະຮ້າຍຊຶ່ງມາຈາກ 5 ຄອບຄົວພວມພາກັນກັບເມືອເຮືອນ ຫຼັງຈາກ
ໄປເຮັດວຽກຢູ່ສວນໝາກເພັດ ໃນຕອນແລງຄືນວັນອັງຄານວານນີ້ ເວລາລົດຕຣັກເຕີແລະ
ລໍ້​ບັນທຸກເຄື່ອງ​ທີ່ລົດຕຮັກເຕີລາກໄປ​ນັ້ນ ໄດ້ໄປຢຽບລະເບີດຝັງດິນ​ເຂົ້າ ​ເຮັດໃຫ້ 12 ຄົນ
ຕາຍຄາທີ່ ແລະອີກ 2 ຄົນຕາຍ ໃນຂະນະທີ່ຖືກນຳໂຕສົ່ງໂຮງພະຍາບານ.

ແຂວງພະຕະບອງ ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຫຼວງພະນົມເປັນ ໄປທາງຕາເວັນຕົກສຽງ
ເໜືອປະມານ 250 ຫຼັກກິໂລແມັດນັ້ນ ໄດ້ມີການຫ້າງລະເບີດຝັງດິນໃສ່ຢ່າງໜັກ ຂະນະ
ທີ່ມີການສູ້ລົບລະຫວ່າງທະຫານລັດຖະບານແລະພວກຂະເໝນແດງ ໃນຊຸມປີ 1980.

ເຈົ້າໜ້າທີ່ກ່າວວ່າ ມີຫຼາຍກວ່າ 60,000 ຄົນໄດ້ເສຍຊີວິດ ຫຼືວ່າໄດ້ຮັບບາດເຈັບຍ້ອນລະ
ເບີດທີ່ບໍ່ທັນແຕກຢູ່ໃນກຳປູເຈຍ ນັບແຕ່ປີ 1979 ເປັນຕົ້ນມາ. ມີ 53 ຄົນແລ້ວໄດ້ເສຍ
ຊີວິດຍ້ອນລະເບີດຝັງດິນຢູ່ກຳປູເຈຍ ໃນປີນີ້.