ກໍາປູເຈຍ ແກ້ໄຂບັນຫາທີ່ດິນ ໃຫ້ພວກທີ່ຖືກຍົກຍ້າຍ

  • ທອງປານ ເທບວົງສາ

North Koreans attend a rally in support of North Korean leader Kim Jong-un's order to put its missile units on standby in preparation for a possible war against the U.S. and South Korea, Pyongyang, March 29, 2013.

ລັດຖະບານກໍາປູເຈຍໄດ້ເຄື່ອນໄຫວເພື່ອທໍາການແກ້ໄຂບັນຫາຂໍ້ຂັດແຍ້ງເລຶ່ອງດິນດອນ
ກັບ 1,000 ຄອບຄົວໃນນະຄອນຫລວງພະນົມເປັນ ຫລັງຈາກທະນາຄານໂລກຂູ່ວ່າ
ຈະຕັດການໃຫ້ເງິນກູ້ຢືມແກ່ກໍາປູເຈຍໃນອະນາຄົດ.

ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ຊຶ່ງໄດ້ເປີດເຜີຍໃຫ້ປະຊາຊົນຊາບເມື່ອວັນອັງຄານຜ່ານມານີ້
ຄືລັດຖະບານກໍາປູເຈຍ ໄດ້ແຍກທີ່ດິນໃນເນື້ອທີ່ 12 ເຮັກຕ້າຈາກພື້ນທີ່ການພັດທະນາ
133 ເຮັກຕ້ານັ້ນ ໃຫ້ເປັນພື້ນທີ່ຕັ້ງຖິ່ນຖານ ແກ່ພວກຄອບຄົວທີ່ຖືກພັດພາກຈາກຖິ່ນຢູ່
ອາໃສເດີມ ຍ້ອນໂຄງການ.

ການເຄຶ່ອນໄຫວດັ່ງກ່າວຂອງລັດຖະບານຄັ້ງນີ້ ແມ່ນເປັນການສະໜອງຕອບຕໍ່ຄວາມຮຽກ ຮ້ອງຕ້ອງການຫລັກຂອງພວກຄອບຄົວ ທີ່ໄດ້ທໍາການປະທ້ວງຊໍ້າແລ້ວຊໍ້າອີກ ກ່ຽວກັບ ເລື່ອງທີ່ຈະຖົມພື້ນທີ່ແຫ່ງນຶ່ງ ທີ່ບຶງ Boeung Kak ໃຫ້ເປັນບ່ອນສ້າງຕຶກຫໍພັກ ແລະ
ຮ້ານຄ້າຫລູຫລານັ້ນ. ໂຄງການດັ່ງກ່າວເປັນວິສາວະກິດຮ່ວມລະຫວ່າງນັກການເມືອງກໍາປູ ເຈຍທີ່ມີເສັ້ນສາຍແລະ ບໍລິສັດຈີນນັ້ນ.

ເມື່ອອາທິດຜ່ານມາ ທະນາຄານໂລກຍອມຮັບວ່າ ຕົນບໍ່ສາມາດພິທັກປົກປ້ອງພວກຊາວ
ບ້ານຊາວເມືອງ ເວລາຕົນປະກອບສ່ວນໃນໂຄງການຈົດທະບຽນດິນດອນແຫ່ງນຶ່ງເມື່ອບໍ່
ເທົ່າໃດປີຜ່ານມານັ້ນ ເມື່ອວັນອັງຄານ ຜ່ານມານີ້ ໂຄສົກຄົນນຶ່ງໄດ້ສະແດງຄວາມຍິນດີ
ກັບການຕັດສິນໃຈຂອງລັດຖະບານ ແຕ່ກໍບໍ່ໄດ້ເວົ້າວ່າ ເງິນກູ້ຢືມທີ່ຖືກກັກໄວ້ນັ້ນຈະໄດ້ຮັບ ອະນຸມັດໃຫ້ນຳໄປໃຊ້ໄດ້.

ເວລານີ້ມີຫລາຍກວ່າ 2,000 ຄອບຄົວທີ່ພາກັນຍົກຍ້າຍໜີຈາກເຂດພັດທະນາດັ່ງກ່າວນັ້ນ
ແລ້ວ ໂດຍການຮັບເອົາໃນສິ່ງທີ່ຫລາຍໆຄົນເຫັນວ່າ ເປັນການຊົດເຊີຍທີ່ບໍ່ພຽງພໍສໍາລັບ ເຮືອນຊານຂອງພວກເຂົາເຈົ້າ.

ທະນາຄານໂລກກ່າວອີກວ່າ ການກັກເງິນກູ້ຢືມຈະບໍ່ກະທົບຕໍ່ໂຄງການ ຕ່າງໆໃນປັດຈຸບັນ ຂອງຕົນໃນກໍາປູເຈຍແຕ່ຢ່າງໃດ. ອີງຕາມໜ້າເວບໄຊ້ຂອງຕົນນັ້ນ ທະນາຄານໂລກມີໂຄງ ການທີ່ກໍາລັງດໍາເນີນໄປຢູ່ຫລາຍກວ່າ 20 ໂຄງການ ທີ່ກ່ຽວພັນກັບງົບປະມານຫລາຍກວ່າ 400 ລ້ານໂດລາ.