​ປ່າ​ໄມ້ໃຫຍ່ ​ທີ່​ຍັງ​ເຫຼືອ​ຢູ່ ຈຸສຸດ​ທ້າ​ຍ ຂອງ​ກຳປູເຈຍ ​ຕົກ​ຢູ່​ໃນ​ອັນຕະລາຍ

ປະຊາຊົນກຳປູເຈຍ ເດີນຂະບວນ ໄປຈຸດບ່ອນທີ່ນັກເຄື່ອນໄຫວ ຕໍ່ຕ້ານການຕັດໄມ້ທຳລາຍປ່າ ທ່ານ Chut Wutty ຖືກຂ້າຕາຍ ຢູ່ໃນແຂວງ Koh Kong, ວັນທີ 11 ພຶດສະພາ 2012.

ບັນດານັກ​ເຄື່ອນ​ໄຫວ​ດ້ານປ່າ​ໄມ້ ​ໃນ​ກຳປູ​ເຈຍ ກ່າວ​ວ່າ ການ
​ຕັດ​ໄມ້​ທີ່​ຜິດ​ກົດໝາຍ ​ແມ່ນ​ກຳລັງ​ເຮັດ​ໃຫ້​ປ່າ​ໄມ້ໃຫຍ່​ອັນ​ສຳຄັນ
​ທີ່​ຍັງ​ເຫຼືອ​ຢູ່ ຈຸສຸດ​ທ້າ​ຍຂອງ​ປະ​ເທດ ​ຕົກ​ຢູ່​ໃນ​ອັນຕະລາຍ.

ບັນດານັກ​ເຄື່ອນ​ໄຫວ ​ທີ່ໄປ​ເຕົ້າ​ໂຮມ​ກັນ ຢູ່​ນະຄອນຫລວງ​
ພະນົມ​ເປັນ​ໃນ​ວັນ​ພຸດ​ວານ​ນີ້ ບອກ​ກັບຜູ້​ສື່​ຂ່າວ​ວີ​ໂອ​ເອວ່າ ​ໃນ
​ພຽງປີ​ນີ້ ປີ​ດຽວ​ເທົ່າ​ນັ້ນ ມີການສົ່ງໄມ້ພິເສດລາຄາແພງ ຢ່າງ​ນ້ອຍ
55,000 ​ໂຕນ​ ໄປ​ປະ​ເທດ​ຈີນ​ຊຶ່ງເປັນ​ສ່ວນ​ນຶ່ງ​ຂອງອັນ​ທີ່​ເຂົາ​ເຈົ້າ
ເອີ້ນວ່າ​ ການຄ້າ “ຢ່າງເປັນ ​ລະບົບ” ​ ທີ່​ລວມທັງ​ການ​ຮ່ວມ​ໄມ້​
ຮ່ວມ​ມື​ຂອງ​ບັນດາເຈົ້າໜ້າຂັ້ນສູງແລະ ກອງ​ກຳລັງ​ຮັກສາ​ຄວາມ
ສະຫງົບ.

ທ່ານ Em Sopheak ນັກ​ເຄື່ອນ​ໄຫວ ຈາກ​ແຂວງ Mondulkiri ໃນ ພາກ​ຕາ​ເວັນ​ອອກ​ຂອງປະເທດ ​ຜູ້​ທີ່​ເຮັດ​ວຽກ​ກັບ​ ສູນ​ອົບຮົມ​ດ້ານກົດ ໝາຍ​ຊຸມ​ຊົນ ຫຼື Community Legal Education Center ​ໄດ້ຖິ້ມ ໂທດ​ໃສ່​ການ​ສໍ້​ລາດ​ບັງ​ຫລວງ.

ທ່ານ Em ​ເວົ້າວ່າ “ພວກ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ສົມຮູ້​ຮ່ວມ​ຄິດ​ຢ່າງເປັນ​ລະບົບ​ ນັບແຕ່ເຈົ້າແຂວງລົງ​ໄປ​ຮອດ​ພໍ່ບ້ານ.”

ໃນ​ຂະນະ​ດຽວ​ກັນ ​ໂຄສົກ​ຂອງກະຊວງສິ່ງ​ແວດ​ລ້ອມ ທ່ານ Sao Sopheap ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ສື່​ຂ່າວ ​ເພື່ອ​ໂຕ້​ຖຽງ​ ຕໍ່ການ​ກ່າ​ວ ອ້າງ​ເຫຼົ່ານີ້ ​ວ່າ​ລັດຖະບານ​ແມ່ນ​ບໍ່​ໄດ້​ດຳເນີນການ​ພຽງ​ພໍ​ ເພື່ອ​ປາບ ປາມ​ບັນຫາ​ດັ່ງກ່າວ.

ທ່ານ​ກ່າວ​ວ່າ “ລັດຖະບານ​ມີອັນທີ່ພວກເຮົາເອີ້ນວ່າ​ນະ​ໂຍບາຍເພື່ອ​ສະຫງວນ​
ປ່າ​ໄມ້ ຄືນຶ່ງສືບ​ຕໍ່​ປາບປາມການກໍ່​ອາຊາະຍາກຳດ້ານປ່າ​ໄມ້ ປ້ອງ​ກັນບໍ່ໃຫ້ມີ​
ການ​ຕັດໄມ້​ ຖາງ​ປ່າ ​ແລະ ທຳ​ລາຍຊັບພະຍາ​ກອນ​ທຳ​ມະ​ຊາດຕ່າງໆ. ສອງມາ ເມື່ອເວົ້າເຖິງເລື້ອງ​ປ່າ​ໄມ້​ແລ້ວ ພວກ​ເຮົາ​ຈະ ສືບ​ຕໍ່​ໂຄງການ​ເພື່ອ​ປົກປັກຮັກສາ
ແລະ​ຟື້ນ​ຟູ​ປ່າ​ໄມ້. ພວກ​ເຮົາ​ມີ​ໂຄງ ການ​ເພື່ອ​ປູກ​ຕົ້ນ​ໄມ້ທົດ​ແທນ​ໃນ​ບໍລິ​ເວນ
ຕ່າງໆ ບ່ອນທີ່​ປ່າ​ໄມ້​ໄດ້ຮັບ ຄວາມເສຍ​ຫາຍ ​ຫຼື ຖືກ​ທຳລາຍ​ໄປນັ້ນ.”

ກະຊວງ​ກະສິກຳແຈ້ງ​ວ່າ ມີ​ລາຍ​ງານກ່ຽວກັບການກໍ່​ອາ​ຊະ​ຍາ​ກຳ​ດ້ານ ​ປ່າ​ໄມ້ເພີ້​ມຂຶ້ນ
ຈາກ​ປະມານ 500 ກໍລະນີ ​ໃນ​ປີ 2012 ມາ​ເປັນ​ເກືອບ 1,900 ກໍລະນີ ​ໃນ​ເກົ້າ​ເດືອນ​
ຕົ້ນ​ປີນີ້.

ວີດີໂອ: ຊາວກຳປູເຈຍໂກດແຄ້ນ ກ່ຽວກັບການຕັດໄມ້ທຳລາຍປ່າ:

Your browser doesn’t support HTML5

ຊາວບ້ານກຳປູເຈຍ ໂກດແຄ້ນ ກ່ຽວກັບ ການຕັດໄມ້ ທຳລາຍປ່າ