ກຳປູເຈຍ ປະເຊີນ​ ກັບ​ຄວາມເປັນໄປໄດ້ ໃນການ​ພັງ​ທະ​ລາຍ​ລົງ ​ຂອງ​ເສດ​ຖະ​ກິດ

ບັນດາເຈົ້າໜ້າທີ່ຕຳຫຼວດປາບຈະລາຈົນ ຍ່າງຜ່ານດ້ານໜ້າ ຂອງສານນະຄອນພະນົມເປັນ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 30 ພຶດສະພາ 2014, ລັງຈາກສານແຫ່ງນີ້ ໄດ້ຕັດສິນລົງໂທດ ພວກພະນັກງານໂຮງງານ ເກືອບ 20 ກວ່າຄົນ ແລະ ພວກເຄື່ອນໄຫວເພື່ອສິດທິມະນຸດ ໃນຖານຍຸແຍ່ກໍ່ຄວາມຮຸນແຮງ.

ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ​ ​ທ່ານ​ຮຸນ​ເຊນ ກຳ​ລັງ​ປະ​ເຊີນ​ໜ້າ​ກັບການ​ກົດ​ດັນທາງ​ດ້ານ
​ເສດ​ຖະ​ກິດ ເພື່ອ​ໃຫ້​ຕ່າວ​ປີ້ນ​ການ​ປາບ​ປາມ ​ພວກ​ຝ່າຍ​ຄ້ານ ​ຫວ່າງ​ບໍ່ດົນ​ມານີ້ ແລະ​ການ
​ກົດ​ຂີ່​ຕໍ່​ອິດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານ ຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

ກຳ​ປູ​ເຈຍ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ພັງ​ທະ​ລາຍ​ລົງ ​ຂອງ​ເສດ​ຖະ​ກິດ ຍ້ອນ​ສະຫະ​ພາບ
​ຢູ​ໂຣບ ​ຈະ​ຖອນ​ຖາ​ນະ​ພິ​ເສດ​ ຊຶ່ງ​ມີ​ທ່າ​ທາງວ່າ ຈະ​ບັງ​ຄັບ​ໃຫ້​ຜູ້​ນຳ​ຂອງກຳ​ປູ​ເຈຍ ​ຕ້ອງ​
ໄດ້​ຖອຍ​ຄືນ​ ຈາກການ​ແກ່​ຍາວ​ໃນ​ການ​ປາບ​ປາມ​ທາງ​ດ້ານ​ການ​ເມືອງ ອີງ​ຕາມ​ຄຳ​ເວົ້າ
​ຂອງ​ພວກ​ນັກ​ສັງ​ເກດ​ການ ​ແລະ ​ກຸ່ມ​ແຮງ​ງານ​ທີ່​ໄດ້​ກ່າວໄວ້.

ພວກພະນັກງານຕັດຫຍິບ ຂອງກຳປູເຈຍ ພາກັນຫຍິບເຄື່ອງຢູ່ໃນໂຮງງານ ໃນນະຄອນຫຼວງ ພະນົມເປັນ, ວັນທີ 4 ສິງຫາ 2007.

ສະ​ຫະ​ພາບ​ຢູ​ໂຣບ ແຈ້ງ​ໃຫ້​ກຳ​ປູ​ເຈຍ​ຊາບ ໃນ​ວັນ​ສຸກ​ແລ້ວນີ້​ວ່າ ຕົນ​ຈະ​ສູນ​ເສຍການ
​ຍົກ ເວັ້ນ​ພາ​ສີ ໃນ​ການ​ເຂົ້າ​ເຖິງ ​ຕະ​ຫຼາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ພາຍ​ໃນ​ເວ​ລາ 12
ເດືອນ ຍ້ອນ​ການ “ລ່ວງ​ລະ​ເມີດ ​ຢ່າງ​ເປີດ​ແປນ” ຕໍ່ມາດ​ຕະ​ຖານ​ດ້ານ​ສິດ​ທິ​ມະ​ນຸດ
ແລະ​ ສິດ​ທິ​ໃນ​ດ້ານ​ແຮງ​ງານ ທີ່​ໄດ້​ຄັດ​ຕິດ​ໄວ້ ໃນ​ການ​ຍົກ​ເວັ້ນ​ພາສີ ທີ່​ຕົນ​ໄດ້​ອະ​ນຸ​ມັດ
​ໃຫ້​ແກ່​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ດັ່ງ​ກ່າວ.

ນອກ​ຈາກວ່າ ລັດ​ຖະ​ບານ​ກຳ​ປູ​ເຈຍ​ຈະ​ເອົາ​ມາດ​ຕະ​ການ​ສຳ​ຄັນ ​ເພື່ອແກ້​ໄຂ ​ສະ​ພາບ
ຖອຍ​ຄືນ​ໄປ​ສູ່​ຜະ​ເດັດ​ການ​ ຮວມ​ທັງ​ອະ​ນຸ​ຍາດ​ໃຫ້​ພັກ​ຝ່າຍ​ຄ້ານ​ທີ່​ຖືກ​ຫ້າມເປີດ​ຄືນ​ອີກ
ໃນ​ໄລ​ຍະ 6 ເດືອນ ​ຕໍ່​ໜ້າ ຖາ​ນະ​ພິ​ເສດ “ທຸກໆ​ຢ່າງ​ຍົກ​ເວັ້ນ​ອາ​ວຸດ” ກໍ​ຈະ​ຖືກ​ຖອນ.

ນັກ​ເສດ​ຖະ​ສາດ​ການ​ເມືອງ​ໂສ​ພາດ ເອຍນ ຜູ້​ຊ່ວຍ​ສາ​ສະ​ດາ​ຈານ ທີ່​ສອນ​ວິ​ຊາ​ການ​ທູດ
​ແລະ ​ກິດ​ຈະ​ການ​ຂອງ​ໂລກ ທີ່​ມິ​ຫາ​ວິ​ທະ​ຍາ​ໄລ​ອັອກ​ຊີ​ເດັນ​ຕາ​ລ ຢູ່​ນະຄອນ​ ລອ​ສ​
ແອນ​ເຈີ​ລິ​ສກ່າວ​ວ່າ “ນີ້​ອາດ​ເປັນ​ຄວາມ​ຫາຍຍາ​ນະ ຂ້າ​ພະ​ເຈົ້າ​ ໝາຍຄວາມ​ວ່າ ຖ້າ​
ຂ້າ​ພະ​ເຈົ້າ​ເປັນ​ຜູ້​ລົງ​ທຶນ ທີ່​ເບິ່ງ​ໄປ​ຍັງ​ບາງ​ພາກ​ສ່ວນ​ ຂອງ​ອຸດ​ສາຫະ​ກຳ​ຕັດ​ຫຍິບ
ຂ້າ​ພະ​ເຈົ້າ​ຈະ​ມີ​ຄວາມ​ກັງ​ວົນ​ເປັນ​ຢ່າງ​ຍິ່ງ​ໃນ​ເວ​ລານີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ