ກຳປູເຈຍ ຂໍຊື້ກຳປັ່ນລົບ 2 ລຳ ຈາກ ປະເທດຈີນ

ພົນເອກ Tea Vinh ຜູ້ບັນຊາການ ກອງທັບເຮືອ ຂອງ ຣາຊະອານາຈັກ ກຳປູເຈຍ (ຂວາ) ຕ້ອນຮັບນາຍພົນຕີ Yu Manjiang ຜູ້ບັນຊາການກອງເຮືອລົບຈີນ ທີ່ພວມຢ້ຽມຢາມ ກຳປູເຈຍ

ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ກຳປູ​ເຈຍຂໍຊື້ກຳ​ປັ່ນ​ລົບ
​ສອ​ງລຳ​ຈາກ​ຈີນ ​ໂດຍ​ເວົ້າວ່າ ຕົນ​ຕ້ອງການ​ເພື່ອ​ຊ່ອຍ​ກຳປູ​ເຈຍ ​
ໃນ​ການ​ປົກ​ປ້ອງ​ເຂດ​ແດນ​ທາງ​ທະ​ເລ​ຂອງ​ຕົນ.

ພົນ​ເຮື​ອ​ເອກ Tea Vinh ​ແຫ່ງ​ກອງທັບ​ເຮືອ​ກຳປູ​ເຈຍໄດ້ຂໍ​ຊື້ກຳ​
ປັ່ນ​ລົບ ​ທີ່​ທັນ​ສະ​ໄໝ​ສອງ​ລຳ ​ໃນ​ຂະນະ​ທີ່​ພົບ​ປະ ​ກັບ​ພົນ​ເຮືອ​ຕີ
​Yu Manjian ​ແຫ່ງ​ກອງທັບ​ເຮືອ​ຂອງ​ຈີນ. ການ​ເຈລະຈາ​ຫາລື​
ດັ່ງກ່າວນີ້​ ໄດ້​ມີ​ຂຶ້ນລຸນ​ຫຼັງ​ການ​ຝຶກ​ຊ້ອມ​ຮ່ວມ​ກັນ ກ່ຽວ​ກັບ​ການ​
ປະຕິບັດ​ງານ​ກູ້​ໄພລະຫວ່າງ​ກອງທັບ​ເຮືອ​ຂອງ​ປະ​ເທດ​ທັງ​ 2 ທີ່​
ສິ້ນສຸດ​ລົງ​ໃນ​ວັນ​ພຸດ​ຜ່ານ​ມານີ້.

​ໃນ​ລະຫວ່າງ​ການ​ຝຶກ​ຊ້ອມ​ນັ້ນ ກຳ​ປັ່ນ​ລົບ​ຂອງ​ຈີນ 3 ລຳ ປະກອບ​ດ້ວຍ​ ເຮືອ​ພິຄາດຕິດ​
ລູກ​ສອນ​ໄຟ​ນຳ​ວິຖີ 2 ລຳ ​ແລະ​ກຳ​ປັ່ນ​ສົ່ງ​ກຳລັງ​ບຳລຸງລຳ​ນຶ່ງ ​ໄດ້​ເຂົ້າຈອດທີ່​ທ່າ​ກຳ​ປັ່ນ​ສີ
ຫະ​ນຸກວິລ.

ທ່ານ Tea Vinh ກ່າວ​ຢູ່​ໃນ​ຖະ​ແຫລ​ງຂ່າວ​ສະບັບ​ນຶ່ງ​ວ່າ ​ເວລາ​ຂ້າພະ​ເຈົ້າຂຶ້ນ​ໄປ​ກວດກາ ​
ກຳ​ປັ່ນ​ເຫຼົ່ານີ້​ແມ່ນດີ​ຫລາຍ.

ທ່ານ Meas Tang ​ໂຄສົກ​ຂອງ​ກອງທັບ​ເຮືອ​ກຳປູ​ເຈຍກ່າວ​ວ່າ ການ​ຮ້ອງ​ຂໍດັ່ງກ່າວແມ່ນ
​ຄ້າຍຄື​ກັນ​ ກັບ​ລາຍ​ຊື່​ຂອງ​ຄວາມ​ໄຝ່ຝັນ ​ແລະ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະແຈ້ງເທື່​ອວ່າ ຈີນ​ຈະ​ຮັບ​
ເອົາ​ການ​ຮ້ອງ​ຂໍ​ດັ່ງກ່າວ​ຫຼືບໍ່.

ທ່ານ Tea Vinh ກ່າວ​ວ່າ ​ເລື້ອງຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້ກໍ​ໄດ້​ມີ​ການ​ຫາລື​ກັນ​ໃນລະ
ຫວ່າງ​ການ​ພົບ​ປະ​ກັບ​ນາຍ​ພົນ Yu ​ແລະ​ກຳປູ​ເຈຍ​ແມ່ນ​ຍັງ​ຮັກສາ​ທ່າ​ທີ​ຄື​ເກົ່າ ກັບ​ບັນດາ​
ຜູ້ນຳ​ກອງທັບ​ເຮືອ​ຂອງ​ອາ​ຊ່ຽນ ຮວມທັງ​ບັນດາ​ປະ​ເທດ​ທີ່ມີ​ການ​ຂັດແຍ້​ງກັບ​ຈີນ.