ຜູ້ນຳກຳປູເຈຍ ຢ້ຽມຢາມຈີນ

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີຮຸນເຊນ ແຫ່ງກຳປູເຈຍ (ຊ້າຍ) ແລະນາຍົກ ລັດຖະມົນຕີຈີນ ທ່ານ Wen Jiabao

ນາຍົກລັດຖະມົນຕີກຳປູເຈຍທ່ານ
ຮຸນເຊນ ໄດ້ລົງນາມໃນຂໍ້ຕົກລົງ
ສິບກວ່າສະບັບກ່ຽວກັບໂຄງລ່າງ
ພື້ນຖານ ແລະການກູ້ຢືມເງິນໃນ
ມື້ທຳອິດ ຂອງການຢ້ຽມຢາມຈີນ
ເປັນເວລາ 5 ມື້.

ຜູ້ນຳຂອງກຳປູເຈຍໄດ້ປາກົດໂຕ
ຕໍ່ໜ້າພວກນັກຂ່າວຮ່ວມກັບນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ກ່ອນການເຈລະ ຈາຫາລືແລະລົງນາມໃນຂໍ້ຕົກລົງຕ່າງໆໃນມື້ວັນຈັນວານນີ້. ນອກນັ້ນທ່ານຮຸນເຊນຍັງຈະໄດ້
ພົບປະກັບປະທານປະເທດຈີນທ່ານຫູຈິນເຖົາຂະນະທີ່ຢ້ຽມຢາມນະຄອນຫຼວງປັກກິ່ງ.

ກ່ອນເດີນທາງຈາກນະຄອນຫຼວງພະນົມເປັນນັ້ນທ່ານຮຸນເຊນເວົ້າວ່າ ທ່ານຄາດວ່າຈະໄດ້
ຮັບການຊ່ອຍເຫຼືອຈາກຈີນ ໃນການສ້າງທາງຫຼວງສາຍນຶ່ງແລະຂົວ 2 ບ່ອນພ້ອມທັງໂຮງ
ໄຟຟ້າທີ່ແລ່ນດ້ວຍຖ່ານຫີນແຫ່ງນຶ່ງ.

ຈີນເປັນແຫຼ່ງທີ່ມາຂອງການຊ່ອຍເຫຼືອຂະໜາດໃຫຍ່ ສຳລັບກຳປູເຈຍ ຂະນະທີ່ຈີນພວມ
ຊອກຫາຊ່ອງທາງ ຂະຫຍາຍອິດທິພົນຂອງຕົນ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້.
ສະຫະລັດກໍພວມດຳເນີນງານ ເພື່ອເພີ່ມການມີໜ້າຂອງຕົນຢູ່ໃນຂົງເຂດນັ້ນເຊັ່ນດຽວກັນ.
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ເດີນທາງໄປຢ້ຽມ
ຢາມຫວຽດນາມຫຼາຍໆເທື່ອໃນປີນີ ້ແລະໄດ້ຢຸດແວ່ທີ່ກຳປູເຈຍ ໃນການຢ້ຽມຢາມ ເມື່ອ
ເດືອນແລ້ວນີ້.