ລັດຖະບານກຳປູເຈຍ ໄດ້ຮຽກຮ້ອງໃຫ້ຫວຽດນາມ ທີ່ເປັນພັນທະມິດມາເປັນເວລາດົນນານ ໃຫ້ຢຸດເຊົາໃນອັນທີ່ຕົນເອີ້ນວ່າ ການບຸກລຸກເຂົ້າມາໃນດິນແດນຂອງຕົນ.
ໜັງສືສະບັບໜຶ່ງ ໄດ້ຖືກສົ່ງໄປຍັງ Hanoi ໂດຍກະຊວງການຕ່າງ ປະເທດ ແລະ ການ ຮ່ວມມືສາກົນ ຂອງກຳປູເຈຍ ເມື່ອທ້າຍສັບປະດາແລ້ວນີ້ ເຊິ່ງໄດ້ໃຫ້ລາຍລະອຽດ ກ່ຽວກັບຂໍ້ກ່າວຫາ ໃນການລະເມີດຕ່າງໆຕໍ່ດິນແດນຂອງກຳປູເຈຍ ໂດຍຫວຽດນາມເຊິ່ງເປັນເພື່ອນບ້ານຂອງຕົນໃນເອເຊຍຕາເວັນອອກສຽງໃຕ້ ທີ່ປະກອບດ້ວຍການຂຸດອ່າງ ເກັບນ້ຳ 9 ແຫ່ງ, ການກໍ່ສ້າງຕຶກອາຄານ ແລະ ຖະໜົນຕ່າງໆ ຢູ່ໃນພາກຕາເວັນອອກ ຂອງປະເທດ, ພ້ອມກັບການກໍ່ສ້າງຄ້າຍທະຫານຢູ່ໃນແຂວງ Kandal ແລະ ຂໍ້ກ່າວຫາ ການສ້າງທາງໃນດິນແດນຂອງກຳປູເຈຍ ຢູ່ແຂວງ Takeo.
ກອງປະຊຸມກ່ຽວກັບບັນຫາດັ່ງກ່າວ ລະຫວ່າງ ປະເທດທັງສອງ ມີກຳນົດຈະຈັດຂຶ້ນ ໃນວັນທີ 29 ສິງຫາ ຈະມາເຖິງນີ້.
ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດກຳປູເຈຍຍັງ ບໍ່ສາມາດຕິດຕໍ່ໄດ້ ເພື່ອຂໍຄວາມເຫັນ ກ່ຽວກັບເລື້ອງນີ້.
ທ່ານ Va Kim Hong ຫົວໜ້າ ຄະນະກຳມະການ ລັດຖະບານ ຂອງກຳປູເຈຍ ທີ່ໄດ້ຖືກ ມອບໝາຍໜ້າທີ່ ໃຫ້ປະເມີນຜົນ ຂໍ້ຂັດແຍ້ງໃນເລື້ອງຊາຍແດນ ໄດ້ກ່າວວ່າ ລັດຖະບານ “ຮັບເອົາການບຸກລຸກດິນແດນອັນນີ້ ບໍ່ໄດ້” ຊຶ່ງທ່ານໄດ້ເອີ້ນວ່າ ບໍ່ຖືກຕ້ອງພາຍໃຕ້ ກົດໝາຍສາກົນ. ທ່ານໄດ້ກ່າວຕື່ມວ່າ ພະນົມເປັນໄດ້ຕັດສິນໃຈ ທີ່ຈະເປີດເຜີຍ ການ ຟ້ອງຮ້ອງ ຫຼັງຈາກທີ່ການປຶກສາຫາລືກັນ ຢ່າງປິດລັບ ລະຫວ່າງ ບັນດາໜ້າເຈົ້າໜ້າທີ່ ທີ່ຕາງໜ້າໃຫ້ປະເທດທັງສອງໄດ້ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ.
ເຖິງຢ່າງໃດກໍຕາມ ທ່ານ Va Kim Hong ໄດ້ສະແດງຄວາມຫວັງອອກມາວ່າ ບັດນີ້ ລັດຖະບານຫວຽດນາມ ຈະເລີ້ມລົງມືເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ.