ສານແຫ່ງນຶ່ງຂອງກໍາປູເຈຍ ໄດ້ປະຕິເສດຕໍ່ການຂໍປະກັນໂຕ
ພວກນັກເຄື່ອນໄຫວແລະພວກຄົນງານ 21 ຄົນທີ່ຖືກຈັບກຸມ
ໃນຂະນະທີ່ໄດ້ປະທະກັບຕໍາຫຼວດ ໃນການປະທ້ວງຂອງ
ພວກຄົນງານກຳມະກອນໃນເດືອນແລ້ວນີ້.
ທະນາຍຄວາມຂອງພວກທີ່ຖືກຄຸມຂັງບາງຄົນ ໄດ້ກ່າວວ່າ
ຜູ້ພິພາກສາສານອຸທອນໄດ້ປະຕິເສດຕໍ່ການຂໍປະກັນໂຕ
ເພາະວ່າ ທ່ານຢ້ານກົວວ່າຈະເປັນການ “ລົບກວນຄວາມ
ເປັນລະ ບຽບຮຽບຮ້ອຍຂອງສາທະລະນະ.”
ທະນາຍຄວາມທ່ານນີ້ ວາງແຜນທີ່ຈະຂໍອຸທອນ ຕໍ່ສານສູງຂອງກໍາປູເຈຍ.
ພວກນັກເຄື່ອນໄຫວໄດ້ຖືກຈັບກຸມ ໃນລະຫວ່າງການປາບປາມຢ່າງຮ້າຍແຮງຕໍ່ພວກ
ຄົນງານ ໂຮງງານຕັດຫຍິບໃນກຸງພະນົມເປັນທີ່ພາກັນນັດຢຸດງານປະທ້ວງເມື່ອວັນທີ
3 ມັງກອນແລ້ວ ນີ້.
ໄດ້ມີຜູ້ເສຍຊີວິດ 5 ຄົນ ແລະອີກ 40 ຄົນໄດ້ຮັບບາດເຈັບ ໃນການຍິງປືນເຂົ້າໃສ່ພວກ
ປະທ້ວງ ໂດຍທະຫານກຳລັງພິເສດ.
ໃນການປາບປາມທີ່ຕິດຕາມມານັ້ນ ໄດ້ພາໃຫ້ມີການຫ້າມ ບໍ່ໃຫ້ໂຮມຊຸມນຸມເດີນຂະບວນ
ປະທ້ວງ ຊຶ່ງໄດ້ປະກົດເຫັນວ່າ ມີການຈັບກຸມແລະໄດ້ຮັບບາດເຈັບ ຫຼາຍຂຶ້ນນັ້ນ.
http://voacambodia.share.voanews.eu/flashembed.aspx?t=vid&id=1846754&w=640&h=363&skin=embeded