ກະແສນ້ຳທີ່ໄຫລແຮງ ສືບຕໍ່ຂັດຂວາງ ການຊອກຄົ້ນ ແລະກູ້ໄພ ເຮືອບິນ AirAsia

ພວກລູກເຮືອ ກອງທັບເຮືອອິນໂດເນເຊຍ KRI Bung Tomo ສະແດງບ່ອນນັ່ງ ທີ່ເກັບກູ້ມາໄດ້ຈາກເຮືອບິນ AirAsia ໃນລະຫວ່າງກອງປະຊຸມນັກຂ່າວ ທີ່ຖານທັບເຮືອ ຢູ່ເມືອງສຸຣາບາຢາ ອິນໂດເນເຊຍ

ພວກ​ທີ​ມຊອກ​ຄົ້ນ​ແລະ​ກູ້​ໄພ ​ໄດ້​ສວຍ​ໂອກາດທີ່​ນ້ຳ​ທະ​ເລ
ສະ​ງົບງຽບລົງ​ ໃນ​ວັນ​ຈັນ​ມື້​ນີ້ ຂະຫຍາຍ​ວົງ​ກວ້າງ​ອອກໄປອີກ
​ໃນ​ການ​ຊອກ​ຄົ້ນ​ຫາ​ສິ່ງ​ຫັກ​ພັງ ​ແລະ​ພວກ​ເຄາະ​ຮ້າຍ ຂອງ​
ເຮືອບິນ​ໄອ​ພົ່ນ​ໂດຍສານທີ່​ໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ ໃນ​ກາງ​
ທະ​ເລ​ຈາ​ວາ ເມື່ອວັນ​ອາທິດ ວັນທີ 28 ທັນວາ ​ຜ່ານ​ມານັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກະ​ແສ​ນ້ຳໃຕ້ທະ​ເລ​
ໃນບໍລິ​ເວນທີ່​ເຊື້ອ​ກັນ​ວ່າ ​ເປັນ​ບ່ອນ​ທີ່​ເຮືອບິນ​ຕົກ​ນັ້ນ ຍັງ​ແຮງ
ໂພດ​ສຳລັບ​ພວກດຳ​ນ້ຳ ​ແລະ​ກໍ​ເປັນ​ເຫດຜົນທີ່​ເຮັດ​ໃຫ້​ຂະຫຍາຍ
​ບໍລິ​ເວນ​ການ​ຊອກ​ຄົ້ນ​ອອກ​ອີກ ເພາະວ່າ​ພວກ​ສິ່ງ​ຫັກ​ພັງ ອາດ​
ຈະ​ຖືກ​ພັດອອກ​ໄປໄກ​ຕື່ມ​ອີກ.

​ບັດ​ນີ້ ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຄົ້ນ ​ໄດ້ຍ່າງ​ເຂົ້າ​ເປັນ​ມື້​ທີ 9 ​ແລ້ວ. ​ມີ​ການ​ພົບ​ເຫັນ
ສົບ​ຕື່ມ​ອີກ 3 ສົບ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ມາ​ຮອດ​ປັດຈຸບັນ​ນີ້ ​ແມ່ນ​ໄດ້​ພົບ​ເຫັນ​ຊາກ​ສົບທັງ​ໝົດ
37 ສົບ ​ແຕ່​ມີ​ພຽງ​ແຕ່ 13 ສົບ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ຊື່ສຽງ. ສະພາບ​ດິນຟ້າ​ອາກາດ
​ບໍ່​ດີ​ ຕະຫລອດ​ເວລາສ່ວນ​ໃຫຍ່​ຂອງ​ສັບປະດາ​ຜ່ານ​ມາ ​ໄດ້​ເປັນ​ອຸບປະສັກ​ຂັດຂວາງ​ຕໍ່
ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຄົ້ນ​ຫາ ​ແລະ​ຊ່ອຍ​ກູ້​ໄພ​.

ກະແສນ້ຳທີ່ໄຫລແຮງ ຂັດຂວາງຕໍ່ ການຊອກຫາ ເຮືອບິນ AirAsia

ເຮືອບິນ Airbus A320 ຊຶ່ງ​ບັນທຸກ​ຄົນ​ໂດຍສານ​ແລະ​ຈຸ​ບິນ​ທັງໝົດ 162 ຄົນ​ ​ພວມ​ບິນ
ອອກ​ຈາກ​ອິນ​ໂດ​ເນ​ເຊຍ ​ໄປ​ຫາ​ສິງກະ​ໂປ ຕອນ​ທີ່​ເກີດ​ອຸບັດ​ເຫດ​ຕົກລົງ ມາ​ໄດ້​ນຶ່ງ​ອາທິດ
ປາຍ​ແລ້ວໃນ​ລະຫວ່າງ​ທີ່​ເກີດ​ພາຍຸຝົນ ແຕ່ທາງ​ການ​ຍັງ​ບໍ່​ທັນ​ໄດ້​ລົງ​ຄວາມ​ເຫັນ​ກ່ຽວ​ກັບ
​ສາ​ເຫດ​ທີ່​ແທ້​ຈິງເທື່ອ.

ພວກ​ທີ​ມກູ້​ໄພ ກຳລັງ​ພາກັນ​ຂຸ້ນຂ້ຽວ ​ເພື່ອ​ຢາກ​ໄປ​ຮອດ​ບ່ອນ ​ທີ່​ເຊື່ອ​ກັນ​ວ່າ ​ເປັນ​ລຳ​ໂຕ​ຂອງ​ເຮືອບິນ ​ເພື່ອດຶງ​ເອົາ​ຊາກ​ສົບ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ອອກ​ຈາກ​ເຮືອບິນ ​ແລະ​ເກັບ​ເອົາ​ສິ່ງ​ບັນທຶກ​ສຽງ​ການບິນ​ທີ່​ເອີ້ນ​ວ່າ “black boxes” ທີ່​ຕິດ​ຕັ້ງ​ຢູ່​ຫາງ​ເຮືອ​ບິນ​ນັ້ນ.

Your browser doesn’t support HTML5

asiamissingplane5january15