ມີການຮຽກຮ້ອງ ໃຫ້ຍົກຍ້າຍ ທຸງສະຫະພັນລັດພາກໃຕ້ ອອກຈາກຕຶກ ສູນກາງປົກຄອງລັດ

ທຸງສະຫະລັດ ແລະທຸງປະຈຳລັດ South Carolina ປີວສະບັດ ຢູ່ເຄິ່ງເສົາ ເພື່ອໄວ້ອາໄລ ແກ່ຜູ້ເສຍຊີວິດ ແລະທຸງສະຫະພັນລັດພາກໃຕ້ ປີວສະບັດຢູ່ຄຽງຂ້າງ.

ຜູ້​ປົກຄອງ​ລັດ South Carolina ຂອງ​ສະຫະລັດ ​ໄດ້​ຮ້ອງ​ໃຫ້​
ຍົກຍ້າຍ ​ທຸງສະຫະພັນລັດພາກໃຕ້ຫລື Confederate ສະໄໝ ສົງຄາມກາງເມືອງອອກໄປຈາກ​ ຕຶກສູນກາງປົກຂອງ​ລັດ ​ໃນ​ຂະ
ນະ​ທີ່ Wal-Mart ຊຶ່ງເປັນຮ້ານ​ຂາຍ​ເຄື່ອງຍ່ອຍ​ທີ່​ໃຫຍ່່​ສຸດ​ຂອງ
ໂລກ ​ໄດ້ປະ​ກາດ​ວ່າ​ ຈະ​ຢຸດ​ເຊົາ​ຂາຍ​ທຸງດັ່ງກ່າວ ຢູ່​ໃນ​ຮ້ານຫລື​
ທາງ​ອິນ​ເຕີແນັດ.

ຜູ້ປົກຄອງ​ລັດ ທ່ານ​ນາງ Nikki Haley ​ໄດ້​ປ່ຽນ​ທ່າ​ທີ​ຂອງ​ທ່າ​ນ
ນາງ​ ຈາກ​ໃນ ເມື່ອ​ກ່ອນກ່ຽວ​ກັບ​ເລື້ອງທຸງ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ
ກ່າວ​ວ່າ ​ໃນ​ຂະນະ​ທີ່​ທຸງເປັນ​ ພາກສ່ວນນຶ່ງທີ່ແຍກອອກບໍ່ໄດ້
ຂອງ​ລັດ​ໃນອະດີດຜ່ານ​ມາ​ນັ້ນ ມັນ​ບໍ່​ໄດ້​ຕາງໜ້າ​ໃນອະນາ​ຄົດ​
ຕໍ່​ໄປ​ອີກ. ທ່ານ​ນາງ​ໄດ້​ຮັບ​ຮູ້​ວ່າ ຫລາຍ​ຄົນ​ເຫັນ​ວ່າ ມັນ​ເປັນ“ສັນຍາ​ລັກ​ຂອງ​ການກົດ​ຂີ່​
ຂົ່ມ​ເຫັງ​ທີ່​ຮ້າຍ​ແຮງ​ຂອງ​ອ​ະດີດ.”ທ່ານ​ນາງ ກ່າວ​ວ່າ ຖ້າ​ຫາກ​ບັນດາ​ສະມາຊິກ​ສະພາ​ປະຈຳລັດບໍ່​ຫົວຊາ​ກັບ​ບັນຫາ​ເລື້ອງ​ທຸງແລ້ວ ທ່ານ​ນາງຈະ​ຮ້ອງ​ຂໍໃຫ້ເຂົາ​ເຈົ້າ​ກັບ​ຄືນມາ
ເພື່ອເປີດປະຊຸມສະພາສະໄໝວິສາມັນຂຶ້ນ​.

ການ​ມີປະຕິກິລິຍາເພີ້ມຂຶ້ນຕໍ່ຕ້ານທຸງ ທີ່ເປັນບັນຫາຂັດ​ແຍ້​ງ​ດັ່ງກ່າວ ມີ​ຂື້ນ​ຫລັງ ຈາກການ
​ຍິງ​ສັງຫານ ສະມາ​ຊິກເກົ້າ​ຄົນຂອງ ​ໂບດຊາວ​ອາ​ເມຣິກັນຜິວ​ດຳ ຢູ່​ທີ່​ເມືອງ Charleston
ລັດ South Carolina. ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ສັງຫານ ​ຄັ້ງນີ້ແມ່ນໜຸ່ມນ້ອຍ​ຜິວ​ຂາວ ທີ່ມີ
ການກ່າວຫາວ່າ ຜູ້ກ່ຽວໃຫ້ການສະໜັບສະໜູນ ​ທຸງ​ວ່າ ​ເປັນ​ສັນຍາ​ລັກ​ຂອງຄົນຜິວ​ຂາວ​
ທີ່ຍິ່ງໃຫຍ່ເໜືອຊົນຊາດຊົນເຜົ່າອື່ນໆ.

ທຸງນີ້​ໄດ້​ຮັບ​ໃຊ້​ເປັນ​ສັນຍາ​ລັກ​ທາງ​ການ​ຂອງບັນດາ​ສະຫະພັນລັດ​ອາເມຣິກາ ຊຶ່ງ ເປັນບັນ
ດາລັດໃນ​ພາກໃຕ້ ທີ່​ມີຂ້າ​ທາດ ​ໄດ້​ແບ່ງ​ແຍກ​ອອກ​ຈາກສະຫະລັດ ​ໃນ​ປີ 1861 ​ແລະ​ໄດ້
​ເຮັດສົງຄາມ ແຕ່ໄດ້ເສຍ​ໄຊ​ ເພື່ອ​ເອກ​ກະລາດ​ເປັນ​ເວລາ​ສີ່​ປີ. ທຸງ​ນີ້ຍັງ​ສືບຕໍ່ເປັນສັນຍາ​ລັກ​ຂອງການ​ແບ່ງ​ແຍກທາງດ້ານ​ຜີວພັນຢູ່​ພາກໃຕ້ ທັງ​ກ່ອນ​ໜ້າ​ ແລະໃນລະຫວ່າງ
ຂະບວນ​ການ​ເຄື່ອນ​ໄຫວເພື່ອ​ສິດທິ​ພົນລະ​ເມືອງ ​ໃນ​ຊຸມ​ປີ 1950 ​ແລະ 1960.

Your browser doesn’t support HTML5

South Carolina Under Pressure to Take Down Confederate Flag