​ລັດ​ຄາ​ລີ​ຟໍ​ເນຍ ເລີ່ມຂາຍ ກັນຊາ ​ໄດ້ຢ່າງຖືກຕ້ອງຕາມກົດໝາຍແລ້ວ

ວັນທີ 29 ທັນວາ 2017, ພາບ, ທ່ານ ຄາລິລ ມຸທາວາກິລ (Khalil Moutawakkil), ປະທານແລະຜູ້ສ້າງຕັ້ງຮ່ວມຂອງ ບໍລິສັດ ຄາຍດ໌ ພີໂພ ( KindPeoples), ຖ່າຍຮູບໃນເມືອງ ຊານຕາ ຄຣູສ, ​ໃນ​ລັດ​ຄາ​ລີ​ຟໍ​ເນຍ

ມາບັດນີ້ ການ​ຊື້​ຂາຍ​ແລະ​ການ​ຊົມໃຊ້ກັນຊາ ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ​ແລ້ວຢູ່ໃນ
​ລັດ​ຄາ​ລີ​ຟໍ​ເນຍ ໃນ​ລັດ​ທີ່ີ​ໃຫຍ່​ສຸດ​ແລະ​ຮັ່ງມີ​ທີ່ສຸດ​ຂອງ​ສະຫະລັດ.

​ໃນຕອນທີ່​ເຂັມ​ນາລິກາບົ່ງ​ບອກ​ເຖິງ​ທ່ຽງຄືນ​ຕາມ​ເວລາ​ທ້ອງ​ຖິ່ນ​ໃນ​ນະຄອນ​ນິວຢອກ,
ລັດ​ຄາ​ລີ​ຟໍ​ເນຍ ກໍ​ໄດ້ກາຍ​ມາ​ເປັນລັດ ທີ 6 ຂອງ​ສະຫະລັດ ພ້ອມ​ດຽວ​ກັນ​ກັບ​ນະ​ຄອນ
​ຫຼວງ​ວໍ​ຊີງ​ຕັນ ທີ່​ໄດ້​ກາຍ​ມາ​ເປັນ​ບ່ອນ​ປົກປ້ອງ​ການ​ນຳ​ໃຊ້​ກັນຊາ​ທີ່​ວ່າ​ນີ້ ​ເຖິງ​ແມ່ນ​ວ່າ
ລັດຖະບານ​ກາງ ຍັງ​ລະບຸວ່າ​ການ​ຊື້​ຂາຍ​ແລະ​ການ​ຄອບ​ຄອງ​ກັນຊາ​ ຖື​ວ່າ​ເປັນ​ກິດຈະ
​ກຳ​ທີ່​ຜິດ​ກົດໝາຍ​ແນວ​ນຶ່ງຢູ່ກໍຕາມ. ລັດ ​ໂຄ​ໂລຣາ​ໂດ ວໍ​ຊີງ​ຕັນ ອໍຣິກັນ ອາ​ລັສກາ ​
ແລະ​ເນ​ວາດາ ​ແມ່ນ​ພວກ​ລັດ ​ທີ່​ມີ​ກົດ​ລະບຽບ​ ໃນ​ການ​ຊື້​ຂາຍ​ກັນຊາ​ເພື່ອ​ເປັນການ
ພັກຜ່ອນ.

​ໃນ​ການ​ທີ່​ເຮັດ​ໃຫ້ ການ​ຊື້​ຂາຍ​ແລະ​ການ​ຊົມໃຊ້ກັນຊາ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​
ຊຶ່ງ​ເປັນ​ລັດ​ທີ່​ມີ​ປະຊາກອນ 39 ລ້ານ​ຄົນ​ນັ້ນ, ມີ​ຫຼາຍ​ກວ່າ ນຶ່ງ​ສ່ວນ​ຫ້າ ​ຂອງ​ຊາວ​ອາ​ເມ
ຣິກັນ ທີ່​ປະຈຸ​ບັນ​ ອາ​ໄສ​ຢູ່​ໃນ​ລັດ ທີ່​ມີ​ການ​ຂາຍ​ຢາ​ເສບ​ຕິດ​ພວກ​ນີ້ ​ໃນ​ສາທາລະນະ
​ທົ່ວ​ໄປ ​ແລະ​ບໍ່​ພຽງ​ແຕ່ ​ໃນການ​ນຳ​ໃຊ້​ ເພື່ອ​ຈຸດປະສົງ​ທາງ​ການ​ແພດ​ເທົ່າ​ນັ້ນ.

​ໃນ​ລັດ​ຄາ​ລີ​ຟໍ​ເນຍ, ຜູ້​ໃຫຍ່ ອາຍຸ 21 ປີ ​ແລະ ແກ່​ກວ່າ​ນັ້ນ ສາມາດ​ທີ່​ຈະ​ປູກ ຕົ້ນ​ກັນຊາ
​ໄດ້ ຫຼາຍເຖິງ 6 ຕົ້ນ ​ແລະ​ສາມາດ​ມີ​ກັນຊາ​ຢູ່​ໃນຄອບ​ຄອງ​ໄດ້ຢ່າງຖືກຕ້ອງ​ຕາມ​ກົດ
ໝາຍ​1 ອອນ ​ທີ່​ຄ້າຍຄື​ກັນ​ກັບ ​ໃນ 5 ລັດ ທີ່​ໄດ້ເຮັດໃຫ້ການ​ນຳ​ໃຊ້​ກັນຊາ​ນີ້ຖືກຕ້ອງ
ຕາມກົດໝາຍ.

ນັກເຄື່ອນໄຫວ ທີ່ສະໜັບສະໜຸນ ກັນຊາ ຊູມືທີ່ຖືກັນຊາ ໃນການໂຮມຊຸມນຸມ ທີ່ລັດຖະສະພາ ທີ່ວໍຊີງຕັນ, ດີຊີ.

​ແຕ່​ວ່າ ການ​ຂາຍ​ກັນຊາ​ໃນ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ​ແມ່ນ​ມີ​ຂໍ້​ລະບຽບ​ທີ່​ເຄັ່ງ​ຄັດ​ແດ່ ຖ້າ​ປຽບ
ທຽບ​ໃສ່ກົດ​ລະບຽບ​ການ​ທີ່​ຈະ​ພົວພັນ​ນຳ​ ​ໃນ​ຫຼາຍໆເດືອນທີ່​ຈະ​ມາ​ເຖິງ​ນີ້. ມີ​ພຽງ​ແຕ່
90 ຮ້ານ​ຄ້າ ທີ່ໄດ້​ຮັບໃບ​ອະນຸຍາດ​ທີ່ຈຳເປັນ​ເພື່ອ​ປະກອບ​ກິດຈະກຳ​ຂາຍຍ່ອຍ ໃນ​ປີ​
ໃໝ່​ນີ້​, ແຕ່ ບໍ່​ມີ​ຫ້າງ​ຮ້ານ​ໃດ ​ໃນ​ເມືອງ​ທີ່​ໃຫຍ່​ສຸດ​ ​ຄື​ນະຄອນ ລອສເ​ເອນ​ໂຈ​ລິ​ສ ຫຼືໃນ
​ນະຄອນຊານ​ຟຣານສິສ​ໂກ ທີ່​ເປັນ​ເມືອງ​ໃຫຍ່​ເປັນອັນ​ດັບ​ສາມ​ ທີ່ມີໃບອະນຸຍາດ.

ກົດ​ໝາຍ​ກັນຊາ​ຂອງ​ລັດຄາ​ລີ​ຟໍ​ເນຍ ​ແມ່ນ​ນຶ່ງ​ໃນ​ຫຼາຍ​ສິບ​ລັດ​ໃໝ່ ທີ່​ມີ​ຜົນ​ບັງຄັບ​ໃຊ້
​ໃນ​ສະຫະລັດ ​ໃນ​ຕອນ​ທີ່​ປະຕິທິນ​ປ່ຽນ​ຈາກ​ປີ 2017 ​ໄປ​ຫາ ປີ 2018.

​ໃນ​ລັດ​ຄາ​ລີ​ຟໍ​ເນຍ ອີກ​ເຊັ່ນ​ກັນ ທີ່​ວ່າ ພວກ​ນາຍ​ຈ້າງ​ຕ່າງໆ ບໍ່​ສາມາດ​ທີ່​ຈະ​ຕັ້ງ​ຄຳ​ຖາມ
ກ່ຽວ​ກັບ​ເງິນ​ເດືອນໃນ​ໜ້າ​ທີ່​ການ​ງານ ​ກ່ອນ​ໜ້າຂອງ​ຜູ້​ຍື່ນຄຳຮ້ອງ ​ໃນ​ຂະນະ​ທີ່ບໍລິສັດ
​ທັງຫຼາຍ​ໃນ​ລັດ​ເວີ​ຣມອນ​ຕ໌ ​ດຽວ​ນີ້ແມ່ນ​ເກືອດ​ຫ້າມ ບໍ່ໃຫ້​ຖາມ​ເຖິງ​ການ​ນຳ​ໃຊ້​ສື່​ສັງຄົມ​
ອອນ​ໄລ​ນ໌ຂອງພວກ​ພະນັກງານ​ລູກຈ້າງ. ບັນດາພະນັກງານ​ໃນ​ລັດ ນິວ ຢອກ ສາມາດ
​ທີ່​ຈະ​ລາພັກໄດ້​ເຖິງ 8 ສັບປະດາ ​ສຳລັບຄອບ​ຄົວ​ ​ເຊັ່ນ​ການ​ໄປອອກລູກ ຫຼື​ເບິ່ງ​ແຍງ​
ລູກ​ອ່ອນການ​ຮັບ​ອຸບ​ປະຖຳ​ເດັກນ້ອຍ ຫຼື​ ​ການຮັບ​ລ້ຽງ​ລູກບຸນທຳ ຫຼື​ ​ເບິ່ງ​ແຍງ​ສະມາຊິກ
​ຂອງ​ຄອບຄົວທີ່ເຈັບເປັນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຕົ້ນກັນຊາ ໄດ້ນຳມາວາງສະແດງໂດຍສວນ ຄອບຄົວ ກຣີນ ໂກຕ (Green Goat Family Farms) ທີ່ຢູ່ທາງໜ້າຂອງປ້າຍທີ່ຂຽນວ່າ "The State of Cannabis," ທີ່ມີຄວາມໝາຍວ່າ ລັດແປ່ງກັນຊາ ໃນກອງປະຊຸມຂອງກຸ່ມ ໃນເມືອງລອງ ບິຈ, ລັດ ຄາລີຟໍເນຍ, 28 ກັນຍາ 2017.