ເຈົ້າໜ້າທີ່ໃນເຂດ San Bernadino ລັດ California ໄດ້ຢືນຢັນ
ເຖິງລັກສະນະຂອງຜູ້ຕ້ອງສົງໄສສອງຄົນ ໃນການຍິງສັງຫານທີ່
ຫ້ອງການສັງຄົມສົງເຄາະ ໃນວັນພຸດວານນີ້ ທີ່ຍັງຜົນໃຫ້ມີ 14 ຄົນ
ເສຍຊີວິດ ແລະ 17 ຄົນ ໄດ້ຮັບບາດ.
ຜູ້ຕ້ອງສົ່ງໄສສອງຄົນ ໄດ້ລະບຸໂດຍຜູ້ບັນຊາການຕຳຫຼວດຂອງ
ເຂດ San Bernadino ທ່ານ Jarrod Burguan ໃນຕອນເຊົ້າຂອງວັນພະຫັດມື້ນີ້ ຊຶ່ງຍັງເປັນເວລາຕອນເດິກຕາມເວລາທ້ອງຖິ່ນ ໃນລັດ California ວ່າ ແມ່ນທ້າວ Syed Farook ອາຍຸ 28 ປີ ທີ່ເກີດຢູ່ໃນສະຫະລັດແລະນາງ Tashfeen Malik ໄວ 27 ປີ. ທ້າວ Farook ນີ້ແມ່ນໄດ້ຖືກລະບຸ ແຕ່ຕອນຕົ້ນໆນັ້ນວ່າ ເປັນນຶ່ງໃນຜູ້ຕ້ອງສົງໄສ ຈາກຫຼາຍໆແຫຼ່ງຂ່າວ. ທ່ານ Burguan ໄດ້ກ່າວວ່າ ທັງສອງຄົນນີ້ີ້ແມ່ນໄດ້ໝັ້ນ ຫຼື ແຕ່ງງານກັນ ຫຼືບໍ່ ກໍບໍ່ຊາບ. ສອງແຫຼ່ງຂ່າວ ທັງ AP ແລະໜັງສືພິມ Los Angeles Times ກ່າວວ່າ ທັງສອງໄດ້ແຕ່ງ ງານແລະມີລູກດ້ວຍກັນແລ້ວ.
ຜູ້ບັນຊາການຕຳຫຼວດຂອງເຂດ San Bernadino (ກາງ) ຖະແຫຼງການຕໍ່ກອງປະຊຸມນັກຂ່າວ ຊີ້ແຈງໃຫ້ແຫຼ່ງຂ່າວວ່າ ຜູ້ຕ້ອງສົງໄສ ແມ່ນ ທ້າວ Syed Rizwan Farook, ໄວ 28 ປີ, and ນາງ Tashfeen Malik, ໄວ 27 ປີ, ທີ່ເປັນຜູ້ທຳການໂຈມຕີໃສ່ສະຖານທີ່ຈັດງານ, ໃນ San Bernardino, Calif. 2 ທັນວາ, 2015.
ທ່ານ Burguan ຍັງໄດ້ຢືນຢັນຕໍ່ລາຍງານຂ່າວກ່ອນໜ້ານີ້ວ່າ ທ້າວ Farook ແມ່ນພະນັກ
ງານຂອງຫ້ອງການສາທາລະນະສຸກ ໃນເຂດ San Bernadino ຊຶ່ງໄດ້ຈັດງານສະຫຼອງເທດການຄຣິສມັສ ໃນສະຖານທີ່ຈັດງານຂອງຂົງເຂດ ຊຶ່ງເປັນບ່ອນໃຫ້ການບໍລິການໃຫ້ແກ່ພວກທີ່ບໍ່ສົມປະກອບ. ທ້າວ Farook ເດີນອອກຈາກງານສັງສັນ ດ້ວຍຄວາມໂກດແຄ້ນ
ແລະກັບຄືນມາຍັງສະຖານທີ່ຈັດງານ ພ້ອມກັບນາງ Malik ຊຶ່ງທັງສອງມີອາວຸດພຽບພ້ອມ ທັງປືນກົນ ແລະປືນຊະນິດອື່ນໆນຳ.
ແຜນທີ່ ທີ່ເກີດເຫດໃນເຂດ San Bernadino ລັດ California
ໃນເວລາຕໍ່ມາ ທາງຕຳຫຼວດໄດ້ຕາມໄປບ້ານຂອງທ້າວ Farook ແລະ ນາງ Malik ໃນເຂດໃກ້ຄຽງທີ່ Redland. ການຕາມລ່າ ໄລ່ລົດຂອງພວກກ່ຽວແມ່ນ ຈົບລົງດ້ວຍ
ການຍິງຕໍ່ສູ້ກັນ ຊຶ່ງຍັງຜົນໃຫ້ທັງສອງ ທ້າວ Farook ແລະ ນາງ Malik ເສຍຊີວິດ ແລະທາງຕຳຫຼວດ ກໍໄດ້ຮັບບາດເຈັບ ຊຶ່ງການບາດເຈັບຂອງຕຳຫຼວດນັ້ນ ບໍ່ຢູ່ໃນຂັ້ນ
ສາຫັດແຕ່ຢ່າງ ໃດ.
ບຸກຄົນທີ 3 ໄດ້ຖືກຈັບກຸມ ໃນຂະນະທີ່ກຳລັງຫລົບໜີອອກຈາກສະຖານທີ່ ແຕ່ຫົວໜ້າຕຳຫຼວດໄດ້ກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ລາວແມ່ນເຮັດຫຍັງກັນແທ້ ໃນສະ
ຖານທີ່ເກີດເຫດນັ້ນ.
Farhan Khan (ກາງ), ອ້າຍເຂີຍ ທ້າວ Syed Farook ມືປືນທີ່ເປັນຜູ້ຕ້ອງສົງໄສ ໂຈມຕີໃນເຂດ San Bernardino, ກ່າວໃນຖະແຫຼງຕໍ່ນັກຂ່າວ ຂອງສາຍພົວພັນລະຫວ່າງ ອາເມຣິກັນ-ອິສລາມ ໃນ Anaheim, California, 2 ທັນວາ, 2015.
ທ່ານ Burguan ໄດ້ກ່າວວ່າ ມັນເປັນທີ່ບົ່ງບອກແລ້ວວ່າ ທັງສອງຄົນດັ່ງກ່າວນີ້ “ແມ່ນໄດ້
ມີການວາງແຜນໄວ້ລ່ວງໜ້າ” ໃນການໂຈມຕີຄັ້ງນີ້. ທ່ານໄດ້ກ່າວວ່າ ຍັງບໍ່ທັນເປັນທີ່ຈະ
ແຈ້ງ ເຖິງຈຸດປະສົງຂອງການໂຈມຕີເທື່ອ, ແຕ່ກໍກ່າວຕື່ມວ່າ ການໂຈມຕີກໍ່ການຮ້າຍນັ້ນ
ກໍແມ່ນມີທາງເປັນໄປໄດ້. ທ່ານຍັງໄດ້ກ່າວວ່າ ມີການຄົ້ນພົບລະເບີດ 3 ໜ່ວຍທີ່ຕຶກອາ ຄານແລະໄດ້ທຳລາຍຖິ້ມແລ້ວ ໃນຂະນະທີ່ຫຸ່ນຍົນ ໄດ້ທຳການກວດຄົ້ນຢູ່ທີ່ເຮືອນໃນເຂດ Redland ເພື່ອຄົ້ນຫາລະເບີດທີ່ອາດວາງກັບດັກໄວ້ນັ້ນ.
ທ້າວ Patrick Baccari ເພື່ອນຮ່ວມງານຂອງທ້າວ Farook ໄດ້ກ່າວ ລາວໄດ້ເດີນທາງ
ໄປຍັງ Saudi Arabia ໃນຕົ້ນປີນີ້ ແລະກັບມາພ້ອມພັນລະຍາ ແຕ່ວ່າ ລາວບໍ່ໄດ້ກ່າວວ່າ ແມ່ຍິງຄົນນັ້ນ ແມ່ນນາງ Malik ຫຼືບໍ່.
Your browser doesn’t support HTML5
President Obama Addresses California Shooting Rampage