ບັນດາເຈົ້າໜ້າທີ່ໃນລັດຄາລີຟໍເນຍ ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ
ກ່າວວ່າ ສາມີພັນລະຍາຄູ່ນຶ່ງ ໄດ້ຖືກຈັບກຸມຍ້ອນວ່າໄດ້ຂັງລູກ 13 ຄົນຂອງພວກເຂົາ
ເຈົ້າຢູ່ໃນເຮືອນ ໃນສະພາບສົກກະປົກ.
ທ້າວເດວິດ ແລະນາງລູຍສ໌ ເທີຣ໌ປິນ ໄດ້ຖືກກັກໄວ້ ດ້ວຍການຄ້ຳປະກັນໃນວົງເງິນ
9 ລ້ານໂດລາ ໃນຂະນະທີ່ຕຳຫຼວດກຳລັງດຳເນີນການສືບສວນ ກ່ຽວກັບການທໍລະ
ມານແລະປ່ອຍປະລະເລີຍພວກເດັກນ້ອຍເຫຼົ່ານີ້ໃຫ້ຕົກຢູ່ໃນສະພາບອັນຕະລາຍ.
ຕຳຫຼວດໄດ້ຮັບຄຳເຕືອນເຖິງສະພາບການດັ່ງກ່າວໃນບ້ານຫຼັງນຶ່ງ ທີ່ເມືອງແປຣີສ
ໃກ້ໆກັບນະຄອນລອສແອນເຈີລິສ ໂດຍລູກສາວຜູ້ນຶ່ງໃນຈຳນວນດັ່ງກ່າວ ໄວ 17 ປີ
ທີ່ໄດ້ລັກໜີແລ້ວໃຊ້ໂທລະສັບມືຖື ໂທຫາພວກເຂົາເຈົ້າ.
ພວກເຈົ້າໜ້າທີ່ກ່າວວ່າ ລາວຂາດທາດອາຫານຢ່າງແຮງ ເຮັດໃຫ້ເບິ່ງຄືກັບເດັກນ້ອຍ
ໄວ 10 ຂວບ ແທນທີ່ຈະເປັນຄົນອາຍຸ 17 ປີ.
ນາງລູຍສ໌ ແອນ ເທີຣ໌ປິນ ພາບຈາກການລົງທະບຽນໃນກອງບັນຊາການຕຳຫຼວດຂອງເຂດຣີເວີຣ໌ໄຊດ໌, 15 ມັງກອນ 2018.
ພວກເຂົ້າເຈົ້າໄດ້ພົບເຫັນວ່າ ເປັນບ່ອນທີ່ພວກເຂົາເຈົ້າຄິດວ່າ ມີເດັກນ້ອຍ 12 ຄົນ ແຕ່ຄວາມຈິງແລ້ວ ແມ່ນຜູ້ໃຫຍ່ ອາຍຸລະຫວ່າງ 18 ຫາ 29 ປີ.
ຕຳຫຼວດກ່າວວ່າ ຜູ້ເຄາະຮ້າຍທີ່ນ້ອຍທີ່ສຸດ ມີອາຍຸ 2 ຂວບ ແລະເດັກນ້ອຍບາງຄົນ
ຖືກໃສ່ໂສ້ຕິດກັບຕຽງແລະໃສ່ກະແຈໄວ້.
ເຈົ້າໜ້າທີ່ອະທິບາຍວ່າເຮືອນນັ້ນມືດ ແລະມີກິ່ນເໝັນອັບ. ພວກເຄາະຮ້າຍທັງຫຼາຍ
ເປິເປື້ອນ ຫິວໂຫຍ.
ພວກເຈົ້າໜ້າທີ່ກ່າວຕື່ມວ່າ ພວກພໍ່ແມ່ ພາກັນເອົາເຮືອນເຮັດເປັນໂຮງຮຽນແຕ່ວ່າ
ປະສົບກັບບັນຫາເລື່ອງການເງິນ ໃນບໍ່ຫຼາຍປີຜ່ານມາ ອີງຕາມຖະແຫຼງການທີ່ນຳອອກ
ມາເຜີຍແຜ່ຈາກກອງຕຳຫຼວດໃນເຂດຣີເວີຣ໌ໄຊດ໌.
ຖະແຫຼງການຂອງຕຳຫຼວດໄດ້ລະບຸວ່າ ພວກພໍ່ແມ່ເຫຼົ່ານັ້ນ ບໍ່ໄດ້ໃຫ້ເຫດຜົນພຽງພໍ
ວ່າເປັນຫຍັງພວກເດັກນ້ອຍຂອງເຂົາເຈົ້າຈຶ່ງຖືກຈັບຂັງໃຫ້ຢູ່ໃນສະພາບທຸເລດເຊັ່ນນີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ທ້າວເດວິດ ແອລເລັນ ເທີຣ໌ປິນ ພາບຈາກການລົງທະບຽນ ໃນກອງບັນຊາການຕຳຫຼວດຂອງເຂດຣີເວີຣ໌ໄຊດ໌, 15 ມັງກອນ 2018.