ການລະເບີດໃນໂບດ Coptic Orthodox ທີ່ນະຄອນ Cairo ໃນວັນອາທິດວານນີ້ ໄດ້ສັງຫານຢ່າງນ້ອຍ 25 ຄົນ ແລະບາເດຈັບເກືອບ 50 ຄົນ.
MENA ອົງການຂ່າວທາງການອີຈິບລາຍງານວ່າ ນັກສັງຫານ ໄດ້ຖິ້ມລະເບີດໃສ່ໃນໂບດ ທີ່ St. Mark ໃນເຂດ Cairo Abbassia.
ຍັງບໍ່ທັນມີຜູ້ໃດອອກມາຮັບຜິດຊອບ ໃນການໂຈມຕີຄັ້ງນີ້ເທື່ອ.
Blast at Cairo’s Coptic Cathedral Kills 20
ນັກຂ່າວ VOA ຢູ່ໃນສະຖານທີ່ກ່າວວ່າ ການໂຈມຕີຄັ້ງນີ້ໄດ້ເກີດຂຶ້ນໃນການສວດມົນພາວັນນາຂອງເຊົ້າວັນອາທິດວານນີ້ ໃນຂົງເຂດທີ່ສ່ວນໃຫຍ່ແມ່ນພວກແມ່ຍິງ.
ພາບວີດີໂອໄດ້ຖືກນຳເຜີຍແຜ່ ໃນສື່ສັງຄົມ ໄດ້ສະແດງໃຫ້ເຫັນວ່າ ໄດ້ມີກອງເລືອດກອງຜູ້ໃຕ້ສາກຫັກພັງພາຍໃນໂບດ St. Peter ແລະ St. Paul ທີ່ຮູ້ກັນໃນພາສາອາຣັບວ່າແມ່ນ El-Botroseya.
ປະທານາທິບໍດີອີຈິບທ່ານ Abdel-Fattah el Sissi ໄດ້ປະກາດໃຫ້ 3 ມື້ິ ເປັນວັນທີ່ໄວ້ອາໄລຕໍ່ເຫດໂສກນາດຕະກຳຄັ້ງນີ້.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ເຫດເກີດຂຶ້ນໃນໂບດ ທີ່ນະຄອນໄຄໂຣ
Your browser doesn’t support HTML5
Cathedral Attack Response WVID