ປະເທດ ຄິວບາ ແມ່ນໜຶ່ງໃນບັນດາປະເທດທີ່ມີຂະໜາດນ້ອຍ ເຊິ່ງປະຊາຊົນຍັງມີໂອກາດເຂົ້າເຖິງອິນເຕີເນັດໜ້ອຍຫຼາຍ. ໃນຂະນະທີ່ກຳລັງລໍຖ້າໃຫ້ລັດຖະບານ ດຳເນີນຕາມຄຳສັນຍາຂອງຕົນໃນການຂະຫຍາຍການເຊື່ອມຕໍ່, ບາງຄົນທີ່ມີຄວາມກະຕືລືລົ້ນ ແມ່ນໄດ້ສ້າງເຄືອຂ່າຍໃນທ້ອງຖິ່ນຂອງຕົນເອງ ເພື່ອສື່ສານ, ເຜີຍແຜ່ຂໍ້ມູນ ແລະ ຫຼິ້ນເກມ.
ນັກຂ່າວວີໂອເອ George Putic ມີລາຍງານເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.
Your browser doesn’t support HTML5
ທີ່ສູນຊຸມຊົນຫຼາຍແຫ່ງ, ອະນຸມັດໂດຍກະຊວງ ວັດທະນະທຳ, ພວກຊາວໜຸ່ມໃຊ້ ໂທລະສັບມືຖືຂອງຕົນ ເພື່ອສວຍໂອກາດນຳໃຊ້ສັນຍານອິນເຕີເນັດໄຮ້ສາຍ ຫຼື WI-FI.
ທ້າວ Kevin ເຊິ່ງເປັນຜູ້ທີ່ມາຢ້ຽມຢາມສູນຊຸມຊົນກ່າວວ່າ “ເຖິງແມ່ນ ວ່າມັນຈະບໍ່ມີ ຄວາມໄວສູງສຸດ ແລະ ຢ່າງໃດກໍຕາມ, ມັນບໍ່ໄດ້ເສຍຄ່າ ໃຊ້ຈ່າຍໃດໆ. ເຈົ້າສາ ມາດໃຊ້ອິນເຕີເນັດ ໃນຍາມໃດກໍໄດ້.”
ມີພຽງຈຳນວນຕົວເລກຈຳກັດເທົ່ານັ້ນທີ່ຄົນ ຄິວບາ ຈະມີອິນເຕີເນັດໃຊ້ ສ່ວນຕົວ, ເຊິ່ງ ມັນມີລາຄາບໍ່ຖືກ. ຊາວຕ່າງຊາດສາມາດໃຊ້ອິນເຕີເນັດ ໄດ້ຢູ່ຕາມໂຮງແຮມຕ່າງໆ, ພ້ອມ ກັບລາຄາທີ່ຖືກ. ຄຳສັນຍາຂອງລັດ ຖະບານກ່ຽວກັບການຂະຫຍາຍການເຊື່ອມອອກ ຢ່າງກ້ວາງຂວາງແມ່ນຍັງບໍ່ໄດ້ບັນລຸຜົນເທື່ອ.
ແຕ່ວ່າປະຊາຊົນທົ່ວໄປມີຄອມພິວເຕີຂອງຕົນເອງ ແລະບາງຄົນກໍສ້າງ ເຄືອຂ່າຍໃນ ທ້ອງຖິ່ນເພື່ອການທົດລອງ, ເຊື່ອມຕໍ່ ແລະຄົບຫາສະມາ ຄົມ.
ທ້າວ Marlon ແມ່ນຜູ້ທີ່ມີຄວາມກະຕືລືລົ້ນ ໃນການໃຊ້ຄອມພິວເຕີ ກ່າວວ່າ “ພວກເຮົາ ຈະແທນທີ່ອິນເຕີເນັດເຊິ່ງພວກເຮົາບໍ່ມີ, ດ້ວຍເຄືອ ຂ່າຍຂອງທ້ອງຖິ່ນ ບ່ອນທີ່ ພວກເຮົາໄດ້ສ້າງການປະຊຸມສະແດງຄວາມ ຄິດເຫັນຫຼາຍຄັ້ງ.. ພວກເຮົາໄດ້ສ້າງ ອຸປະກອນບໍລິການໆເຊື່ອມຕໍ່ ດ້ວຍເກມ ເປັນບ່ອນທີ່ຄົນໃຊ້ເພື່ອການແລກປ່ຽນ ເຊິ່ງກັນແລະກັນ, ພວກເຂົາແລກປ່ຽນຄວາມຄິດ, ສົນທະນາຫົວຂໍ້ຕ່າງໆທຸກຮູບ ແບບເຊັ່ນ ກິລາ, ວັດທະນະທຳ ແລະ ເພງ.”
ສາຍເຄໂບ ປົກກະຕິຈະຕິດຕັ້ງແລ່ນຜ່ານຫຼັງຄາ. ສາຍເຄໂບນີ້ແມ່ນ ເຊື່ອມຕໍ່ກັບ 10 ຄົນ ໃນຄຸ້ມບ້ານດຽວກັນ.
ທ້າວ Marlon ກ່າວວ່າ “ສາຍເຄໂບທີສິບ ເຊິ່ງເຮັດໜ້າທີ່ເຊື່ອມຕໍ່ ກັບສາຍອື່ນທັງ ໝົດ. ສາຍເຄໂບທີສິບແມ່ນເຊື່ອມຕໍ່ກັບຫົວເປີດປິດ ໂຕອື່ນ, ເຊິ່ງເຊື່ອມຕໍ່ກັບຫົວເປີດປິດ ໂຕອື່ນອີກ ແລະ ກໍຕໍ່ໄປເລື້ອຍໆ. ນັ້ນກໍແມ່ນວິທີທີ່ການເຊື່ອມຕໍ່ກັບຄົນອື່ນໆໄດ້ສ້າງ ຂຶ້ນ.”
ການແລກປ່ຽນເພງ ແລະ ຮູບເງົາຕ່າງໆ ແລະ ຫຼິ້ນເກມອື່ນໆ ບໍ່ໄດ້ດຶງດູດຄວາມສົງໄສຂອງ ເຈົ້າໜ້າທີ່, ແຕ່ວ່າການສົນທະນາ ແມ່ນເລື່ອງໃໝ່ອີກ.
ທ້າວ Adrian ກ່າວວ່າ “ທຸກໆຄົນຮູ້ວ່າພວກເຮົາກຳລັງຖືກເຝົ້າມອງຢູ່ ແລະ ພວກເຂົາ ກໍອາດຈະຂີ້ເລືອກ ແລະ ປ່ຽນແປງໄດ້ຢ່າງກະທັນຫັນ ເພາະວ່າບໍ່ມີໃຜຢາກເສຍ ການລົງທຶນຂອງຕົນ. ບໍ່ມີໃຜຢາກສູນເສຍ ຄວາມບັນເທິງຂອງຕົນ, ທາງເລືອກ ດຽວທີ່ພວກເຂົາມີ ແລະ ແນວນັ້ນລະ.. ມັນເປັນເລື່ອງທີ່ສັບຊ້ອນ.”
ການທີ່ຮັບຮູ້ວ່ານັກຫຼິ້ນເກມຄອມພິວເຕີໃນປະເທດອື່ນໆ ພາກັນຫຼິ້ນເປັນການແຂ່ງຂັນກັບ ຄົນທີ່ຢູ່ຫ່າງອອກໄປ, ພວກຊາວໜຸ່ມຂອງ ຄິວບາ ຫວັງວ່າມື້ໃດມື້ໜຶ່ງພວກເຂົາກໍຈະ ສາມາດຫຼິ້ນເກມຜ່ານທາງອິນເຕີເນັດໄດ້ເຊັ່ນກັນ.
ທ້າວ Marlon ກ່າວວ່າ “ບໍ່ແມ່ນແຕ່ກັບສະຫະລັດເທົ່ານັ້ນ ແຕ່ວ່າ ກັບປະເທດອື່ນໆ ເຊັ່ນກັນ. ແຕ່ຖ້າຈະເຮັດແນວນັ້ນໄດ້, ການເຊື່ອມຕໍ່ ທ້ອງຖິ່ນທີ່ພວກເຮົາມີຢູ່ຕອນນີ້ ແມ່ນຕ້ອງປ່ຽນໃຫ້ເປັນ ອິນເຕີເນັດ.”
ໂຊກບໍ່ດີ, ລັດຖະບານຄິວບາ ຢ້ານວ່າ ການຫຼັ່ງໄຫຼຂອງຂໍ້ມູນຢ່າງອິດສະຫຼະ ອາດຈະຂັດ ຂວາງສິ່ງທີ່ພວກເຂົາປາຖະໜາໃນມື້ໃດມື້ໜຶ່ງກໍໄດ້.