ສາທະລະນະລັດ ອາຟຣິກາກາງ ປະກາດຍຸບ ກຸ່ມກະບົດ Seleka

Tracer rounds cross the sky over the Syrian town of Kobani, as seen from the Mursitpinar crossing on the Turkish-Syrian border in the southeastern town of Suruc in Sanliurfa province.

ປະທານ​າທິບໍດີສາທາລະນະ​ລັດອາ​ຟຣິກາກາງ ກ່າວ​ວ່າ ທ່ານ
ໄດ້ສັ່ງ​ໃຫ້ຍຸບ​ ກຸ່ມກະບົດ Seleka ທີ່​ຊ່ອຍ​ໃຫ້​ທ່ານ ​ໄດ້​ເຂົ້າກໍາ
​ອໍາ​ນາດ​ໃນ​ຕົ້ນ​ປີ​ນີ້.

ປະທານາທິບໍດີ Michel Djotodia ​ໄດ້​ປະກາດ ​ໃນມື້​ວັນ​ສຸກ
​ວານນີ້ ຢູ່​ນະຄອນ​ຫລວງ Bangui ​ໂດຍ​ກ່າວ​ວ່າ ​ແນວ​ໂຮມ​
ຂອງ​ກະບົດ​ດັ່ງກ່າວ “ບໍ່​ມີ​ຕໍ່​ໄປ​ອີກ​ແລ້ວ​.” ​ແຕ່ທ່ານກໍບໍ່​ໄດ້​ໃຫ້​
ລາຍ​ລະ​ອຽດ​ເພີ້​ມ​ເຕີມ​ໃດໆກ່ຽວ​ກັບ​ບາດກ້າວທີ່​ທ່ານຈະເອົາ
​ເພື່ອ​ຍຸບ​ກຸ່ມກະບົດ​ນີ້.

​ໃນ​ເດືອນ​ມີນາປີນີ້ ປະທານາທິບໍດີ Djotodia ​ໄດ້​ນໍາພາແນວ​ໂຮມ​ກໍາ ລັງ​ປະກອບ​ອາວຸດ​ ພາຍ​ໃຕ້ຊື່ Seleka ​ເພື່ອ​ໂຄນ​ລົ້ມປະທານາທິບໍດີ Francois Bozize ​ເຮັດ​ໃຫ້ການ​ປົກຄອງ ເປັນ​ເວລາ 10 ປີ​ ຂອງ​ຜູ້ກ່ຽວສິ້ນສຸດ​ລົງ.

ຫວ່າງ​ມໍ່ໆ​ມາ​ນີ້ ມີ​ການຖິ້ມ​ໂທດ​ໃສ່ ບັນ​ດາ​ນັກ​ລົບ​ຈາກຂະ​ບວນການ ຂອງພວກ​ກະບົດກຸ່ມ
​ນີ້ ​ໃນ​ການ​ປະ​ທະກັນ​ກັບພວກ​ທະ​ຫານ​ບ້ານ​ທີ່​ເປັນ ຄູ່​ປໍ​ລະ​ປັກ ຕະຫລອດ​ທັງ​ການປຸ້​ນຈີ້
ລັກ​ລົດ ຂົ່ມຂືນ ​ແລະ​ຄາດ​ຕະກໍາ. ຄວາມ​ຮຸນ​ແຮງ​ໄດ້​ບັງ​ຄັບ​ໃຫ້​ຫລາຍ​ສິບ​ພັນ​ຄົນຕ້ອງ​ຫລົບໜີ​ຈາກ​ເຮືອ​ນ ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ.

ປະທານາທິບໍດີ Djotodia ກ່າວ​ວ່າ ທ່ານ​ຕ້ອງການ​ຈະ​ຈັດໃຫ້​ມີການ​ເລືອກ​ຕັ້ງ​ ຢູ່ໃນ​ປະ​ເທດດັ່ງກ່າວ ​ພາຍ​ໃນ​ໄລຍະ 18 ​ເດືອນຕໍ່ໜ້າ.

ສາທາລະນະ​ລັດອາ​ຟຣິກາກາງ ​ໄດ້ປະສົບກັບ​ການກໍ່ລັດຖະປະຫານ​ ​ແລະ​ການ​ກໍ່​ກະ
ບົດ​ຫລາຍໆ​ຄັ້ງ ​ນັບ​ຕັ້ງ​ແຕ່​ໄດ້​ຮັບເອກ​ກະລາດ​ຈາກ ​ຝຣັ່ງ​ ໃນ​ປີ 1960.