ອະດີດປະທານາທິບໍດີ Bush ສິ້ນສຸດ ການຢ້ຽມຢາມ ອາຟຣິກາ (ວີດີໂອ)

  • ໄພສານ ວໍຣະຈັກ

ທີ່ປະເທດ Zambia ອະດີດປະທານາທິບໍດີສະຫະລັດ ທ່ານ George W. Bush ຮ່ວມການປຸກລະດົມ ຕໍ່ຕ້ານໂຣກ ມະເຮັງປາກມົດລູກ (7 ກໍລະກົດ 2012)

ອ​ະດີດ​ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ George W. Bush ​ໄດ້​ສີ້​ນສຸດ​ການ​ຢ້ຽມຢາມ
ອາ​ຟຣິກາ​ເປັນ​ເວລາ​ນຶ່ງ​ອາທິດທີ່ແນ​ໃສ່ເພື່ອ​ຊຸກຍູ້​ປ້ອງ​ກັນ​ໂຣກມະ​ເຮັງ​ປາກ​ມົດ​ລູກ​ແລະ​
ການ​ມອບ​ອໍານາດ​ໃຫ້​ແມ່ຍິງ ​ເພື່ອ​ເຮັດ​ໃຫ້ມີ​ການ​ປ່ຽນ​ແປງ ​ທີ່​ດີ​ຂຶ້ນ ​ໃນ​ຊີວິດຂອງ​ພວກ
​ເຂົາ​ເຈົ້າ.

ທ່ານ Bush ພ້ອມ​ດ້ວຍ​ພັນ​ລະ​ຍາທ່ານ​ນາງ Laura ​ໄດ້​ປະກາດມອບ​ເງິນ 3 ລ້ານ​ໂດ​
ລາ​ ໃຫ້​ແກ່ Botswana ​ເພື່ອ​ຂະຫຍາຍ​ໂຄງການ​ທີ່​ມີ​ຢູ່່​ແລ້ວແນໃສ່​ການ​ປ້ອງ​ກັນໂຣກ
ມະ​ເຮັງ​ປາກ​ມົດ​ລູກ​ ແລະມະ​ເຮັງ​ເຕົ້າ​ນົມ. ຮູບ​ພາບ ​ທີ່​ສູນ​ກາງ​ປະທານາທິບໍດີ Georg
W. Bush ມອບໃຫ້ ຍັງ​ສະ​ແດງ​ໃຫ້​ເຫັນວ່າ ​ອ​ະດີດ​ປະທານາທິບໍດີ​ແລະ​ພັນ​ລະ​ຍາຍັງ​
ໄດ້ພົບ​ປະ​ກັບ​ບັນດາ​ນັກ​ອາສາ​ສະມັກສັນຕິພາບຫຼື Peace Corp ຢູ່ໃນບ້ານ​ແຫ່ງ​ນຶ່ງ
ນອກ​ນະຄອນຫຼວງ Gaborone ຂອງ Botswana.

ບັນດາພວກນັກຊ່ຽວຊານ​ກ່າວ​ວ່າ ມະ​ເຮັງ​ປາກ​ມົດ​ລູກແມ່ນໂຣກ​ມະ​ເຮັງຮ້າຍ​ແຮງ​ອັນ
​ດັບ​ສອງຢູ່​ໃນ Botswana ​ແລ​ະ​ເປັນສາ​ເຫດສຳຄັນພາ​ໃຫ້​ມີ​ການ​ເສຍຊີວິດ​ຂອງ​ພວກ​
ແມ່ຍິງ​ຢູ່​ໃນ​ປະ​ເທດດັ່ງກ່າວ.

ຄອບຄົວ​ທ່ານ Bush ​ໄດ້ໄຊ້​ເວລາ​ສ່ວນໃຫ່ຍ ຂອງ​ອາທິດນີ້ ຢູ່​ທີ່​ເມືອງ Kabwe ​ໃນ​
ປະ​ເທດ Zambia ບ່ອນ​ທີ່​ພວກທ່ານ​ໄດ້​ຊ່ວຍ​ບູລະນະຄລິີນິກເພື່ອ​ທໍາ​ການກວດແລະ
​ປິ່ນປົວບັນດາ​ແມ່ຍິງ ທີ່​ເປັນມະ​ເຮັງ​ປາກ​ມົດ​ລູກ. ຮູບ​ພາບທີ່ມອບໃຫ້ອີກ​ຈຳນວນ​ນຶ່ງ​
ຍັງໄດ້​ສະ​ແດງ​ໃຫ້​ເຫັນວ່າ ອ​ະດີດ​ປະທານາທິບໍດີ ທີ່​ສະ​ຫລອງ​ວັນ​ເກີດ ຄົບຮອບ 66
ປີໃນ​ວັນ​ສຸກວານ​ນີ້ ​ແມ່ນນຸ່​ງເຄື່ອງ​ເຮັດ​ວຽກ ມີ​ລໍ້​ທາສີ​ຢູ່​ໃນ​ມື.

ເບິ່ງວີດີໂອລາຍງານກ່ຽວກັບກິດຈະກໍາຂອງທ່ານ Bush ຢູ່ຊໍາເບຍ: