ພະສົງໄທຊຸມນຸມປະທ້ວງ ການທໍາລາຍວັດວາ ຢູ່ບັງກລາແດສ

ພະສົງພາກັນຖືປ້າຍຄໍາຂວັນແລະຮູບ ຂະນະທີ່ທໍາການປະທ້ວງ ຢູ່ຕໍ່ໜ້າສໍານັກງານຂອງອົງການສະຫະປະຊາ ຊາດ ປະຈໍາບາງກອກ, ປະເທດໄທ, ວັນທີ 3 ຕຸລາ 2012.

ພະສົງໄທ ທໍາການໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າສໍານັກງານຂອງອົງການສະຫະປະຊາ ຊາດ ປະຈໍາບາງກອກ, ປະເທດໄທ, ວັນທີ 3 ຕຸລາ 2012.

ພະສົງໄທ ຖືປ້າຍ ທໍາການໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າສໍານັກງານຂອງອົງການສະຫະປະຊາ ຊາດ ປະຈໍາບາງກອກ, ປະເທດໄທ, ວັນທີ 3 ຕຸລາ 2012.

ສະມາຊິກຄົນນຶ່ງ ຂອງໜ່ວຍຍາມຊາຍແດນບັງກລາແດສ (BGB) ຢືນຍາມພະພຸດທະຮູບນອນອົງນຶ່ງ ລຸນຫລັງທີ່ຊາວມຸສລິມທໍາການໂຈມຕີ ວັດວາແລະບ້ານເຮືອນຂອງຊາວພຸດ ໃນເຂດເມືອງ Cox's Bazar, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ພະສົງອົງນຶ່ງພະຍາຍາມຈະເກັບກູ້ສົມບັດສ່ວນໂຕ ຈາກວັດທີ່ຖືກຈູດເຜົາ ລຸນຫລັງທີ່ຊາວມຸສລິມທໍາການໂຈມຕີ ວັດວາແລະບ້ານເຮືອນຂອງຊາວພຸດ ໃນເຂດເມືອງ Cox's Bazar, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ພາບມືຂອງແມ່ຍິງຊາວພຸດຄົນນຶ່ງ ທີ່ພະຍາຍາມຈະເກັບກູ້ສົມບັດຂອງນາງ ຈາກເຮືອນທີ່ຖືກໄຟໄໝ້ ຫລັງຈາກ ທີ່ຊາວມຸສລິມທໍາການໂຈມຕີ ວັດວາແລະບ້ານເຮືອນຂອງຊາວພຸດ ໃນເຂດເມືອງ Cox's Bazar, ປະເທດ Bangladesh, ວັນທີ 1 ຕຸລາ 2012.

Warga berusaha menghindari abu vulkanik yang dimuntahkan oleh letusan Gunung Sinabung di desa Gamber, Kabupaten Karo, Sumatra Utara, Selasa (21/1).

ຕໍາຫລວດບັງກລາແດສ ທໍາການລາດຕະເວນ ຫລັງຈາກວັດວາສາສະໜາພຸດຫລາຍແຫ່ງ ຖືກຈູດເຜົາ ໃນການໂຈມຕີຕອນກາງຄືນໂດຍຊາວມຸສລິມ ຢູ່ບ້ານ Ramu ໃນເຂດເມືອງ Cox's Bazar ແຄມຝັ່ງທະເລ, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ແມ່ຍິງຊາວພຸດຄົນນຶ່ງ ອຸ້ມລູກນ້ອຍ ຍ່າງຜ່ານປະຕູ ເຂົ້າໄປໃນວັດແຫ່ງນຶ່ງ ທີ່ມີຕໍາຫລວດຢືນເຝົ້າຍາມຢູ່ ຫລັງຈາກຊາວມຸສລິມ ພາກັນຈູດເຜົາວັດ ໃນເຂດເມືອງ Cox's Bazar, ວັນທີ 1 ຕຸລາ 2012.

ພະສົງບັງກລາແດສ ພາກັນເດີນຂະບວນປະທ້ວງ ໃນເມືອງຈິດຕາກອງ, ວັນທີ 30 ກັນຍາ 2012, ຫລັງຈາກທີ່ ຊາວມຸສລິມ ພາກັນຈູດເຜົາວັດສາສະໜາພຸດ ໃນພາກໃຕ້ຂອງບັງກລາແດສ.