ສະຖານທີ່ຕ່າງໆຂອງຊາວພຸດ ທີ່ຖືກໂຈມຕີ ໃນບັງກລາແດສ

ສະມາຊິກຄົນນຶ່ງ ຂອງໜ່ວຍຍາມຊາຍແດນບັງກລາແດສ (BGB) ຢືນຍາມພະພຸດທະຮູບນອນອົງນຶ່ງ ລຸນຫລັງທີ່ຊາວມຸສລິມທໍາການໂຈມຕີ ວັດວາແລະບ້ານເຮືອນຂອງຊາວພຸດ ໃນເຂດເມືອງ Cox's Bazar, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ພະສົງອົງນຶ່ງພະຍາຍາມຈະເກັບກູ້ສົມບັດສ່ວນໂຕ ຈາກວັດທີ່ຖືກຈູດເຜົາ ລຸນຫລັງທີ່ຊາວມຸສລິມທໍາການໂຈມຕີ ວັດວາແລະບ້ານເຮືອນຂອງຊາວພຸດ ໃນເຂດເມືອງ Cox's Bazar, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ພາບມືຂອງແມ່ຍິງຊາວພຸດຄົນນຶ່ງ ທີ່ພະຍາຍາມຈະເກັບກູ້ສົມບັດຂອງນາງ ຈາກເຮືອນທີ່ຖືກໄຟໄໝ້ ຫລັງຈາກ ທີ່ຊາວມຸສລິມທໍາການໂຈມຕີ ວັດວາແລະບ້ານເຮືອນຂອງຊາວພຸດ ໃນເຂດເມືອງ Cox's Bazar, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ຊາກຂອງປື້ມສາສະໜາ ທີ່ເຫລືອຢູ່ວັດແຫ່ງນຶ່ງທີ່ຖືກຈູດເຜົາ ໃນການໂຈມຕີຕອນກາງຄືນໂດຍຊາວມຸສລິມ ຢູ່ບ້ານ Ramu ໃນເຂດເມືອງ Cox's Bazar ແຄມຝັ່ງທະເລ, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ຕໍາຫລວດບັງກລາແດສ ທໍາການລາດຕະເວນ ຫລັງຈາກວັດວາສາສະໜາພຸດຫລາຍແຫ່ງ ຖືກຈູດເຜົາ ໃນການໂຈມຕີຕອນກາງຄືນໂດຍຊາວມຸສລິມ ຢູ່ບ້ານ Ramu ໃນເຂດເມືອງ Cox's Bazar ແຄມຝັ່ງທະເລ, ປະເທດ Bangladesh, ວັນທີ 1 ຕຸລາ 2012.

ແມ່ຍິງຊາວພຸດຄົນນຶ່ງ ຍ່າງຜ່ານປະຕູ ເຂົ້າໄປໃນວັດແຫ່ງນຶ່ງ ທີ່ມີຕໍາຫລວດຢືນເຝົ້າຍາມຢູ່ ຫລັງຈາກຊາວມຸສລິມ ພາກັນຈູດເຜົາວັດ ໃນເຂດເມືອງ Cox's Bazar, ວັນທີ 1 ຕຸລາ 2012.

ພະສົງບັງກລາແດສ ພາກັນເດີນຂະບວນປະທ້ວງ ໃນເມືອງຈິດຕາກອງ, ວັນທີ 30 ກັນຍາ 2012, ຫລັງຈາກທີ່ ຊາວມຸສລິມ ພາກັນຈູດເຜົາວັດສາສະໜາພຸດ ໃນພາກໃຕ້ຂອງບັງກລາແດສ.