ລັດຖະບານບູຣຸນດີ ໄດ້ກ່າວວ່າ ຕົນຍິນດີໃຫ້ການຕ້ອນຮັບການ
ໄປຢ້ຽມຢາມ ນະຄອນ Bujumbura ຂອງສະມາຊິກສະພາ
ຄວາມໝັ້ນຄົງອົງການສະຫະປະຊາຊາດ. ທີ່ປຶກສາອະວຸໂສ
ຂອງປະທານາທິບໍດີ Pierre Nkurunziza ທ່ານ Willy Nya-
mitwe ກ່າວວ່າຄະນະຜູ້ແທນຂອງອົງການສະຫະປະຊາຊາດ
ຈະໄດ້ເຫັນທຸກສິ່ງຢ່າງທີ່ທາງປະຊາຄົມນາໆຊາດ ໄດ້ຍິນກ່ຽວ
ກັບວິກິດການ ໃນບູຣຸນດີນັ້ນແມ່ນຜິດພາດ.
ທ່ານ Nyamitwe ໄດ້ກ່າວວ່າ ການມາຢ້ຽມຢາມຂອງສະມາຊິກ
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈະໄດ້ມາເຫັນ
ດ້ວຍສາຍຕາຕົວເອງວ່າ ບູຣຸນດີນັ້ນ ແມ່ນຢູ່ໃນຄວາມສະງົບໃນຂະນະທີ່ຕົນພະຍາຍາມ ປົດອາວຸດສ່ວນບຸກຄົນຈຳນວນນຶ່ງຜູ້ຊຶ່ງພະຍາຍາມລົບກວນຄວາມສະງົບໃນປະເທດ.
ທ່ານ Nyamitwe ໄດ້ກ່າວວ່າ “ພວກເຮົາຍິນດີຕ້ອນຮັບທຸກໆທ່ານ ທີ່ຕ້ອງການຢາກຈະມາ ບູຣຸນດີ ແລະໃຫ້ເຫັນເປັນສັກຂີພະຍານວ່າ ພວກເຮົາໄປໄກສ່ຳໃດແລ້ວ ກັບການຮວມຕົວກັນ ໃນຄວາມສາມັກຄີແຫ່ງຊາດ ແລະການສ້າງສັນຕິພາບຂອງພວກເຮົາ. ພວກເຮົາຄາດຫວັງວ່າ ທີ່ບູຣຸນດີ ພວກເຂົາເຈົ້າຄົງຈະໄດ້ເຫັນຂໍ້ມູນຕ່າງໆທີ່ໄດ້ຮັບມາຈາກຕ່າງປະເທດ ຫຼືບໍ່ກໍທາງສື່ສັງຄົມ ແວັບໄຊຕ໌ຕ່າງໆ ນັ້ນແມ່ນຜິດຢ່າງສິ້ນເຊີງ ຊຶ່ງບູຣຸນດີເອງແມ່ນຢູ່ກັນຢ່າງສັນຕິສຸກ ແຕ່ວ່າພວກເຮົາແມ່ນພະຍາຍາມປົດອາວຸດ ສ່ວນບຸກຄົນບາງກຸ່ມ ຜູ້ຊຶ່ງ
ພະຍາຍາມລົບກວນຄວາມສະງົບໃນປະເທດນັ້ນ.”
ການໃຫ້ຄວາມເຫັນຂອງທ່ານ Nyamitwe ມີຂຶ້ນໃນຂະນະທີ່ສະມາຊິກສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ໄດ້ອອກເດີນທາງໃນວັນພຸດວານນີ້ ໄປຢ້ຽມຢາມບູຣຸນດີ ດ້ວຍການຮຽກຮ້ອງໃຫ້ລັດຖະບານ ແລະພັກຝ່າຍຄ້ານທຳການເຈລະຈາ ແລະຫລີກລ່ຽງຈາກບັນຫາຂັດແຍ້ງ ກ່ອນທີ່ມັນຈະສາຍໄປນັ້ນ.
ທ່ານ Nyamitwe ໄດ້ກ່າວວ່າ ປະຊາຊົນຂອງບູຣຸນດີ ແມ່ນໄດ້ເລີ້ມການເຈລະຈາກັນແລ້ວ ໂດຍຜ່ານການສົນທະນາພາຍໃນລະຫວ່າງຊາວບູຣຸນດີດ້ວຍກັນ.
Your browser doesn’t support HTML5
U.S. Ambassador Samantha Power on Burundi