ສັງ​ຄະ​ລາດແຄທໍລິກ ຈະ​ຖອນ​ການ​ສະໜັບສະໜຸນ ຕໍ່ການ​ເລືອກ​ຕັ້ງ ໃນບູຣຸນດີ

ຕຳຫຼວດ ແລະ ທະຫານ ກຳລັງມ້ຽນຮົ້ວ ແລະ ສິ່ງກີດຂວາງ ຂອງນັກປະທ້ວງ ໃນເຂດ Cibitoke ນະຄອນຫຼວງ Bujumbura 25 ພຶດສະພາ 2015

ສາ​ສະໜາ Catholic ໃນ Burundi ກ່າວ​ວ່າ ຕົນ​ຈະ​ຖອນ​ການ​ສະ ໜັບສະໜຸນ ຕໍ່​ການ​ເລືອກ​ຕັ້ງຄັ້ງຈະມາຂອງ​ປະ​ເທດ ຫຼັງຈາກ​ທີ່ເກີດ​ຄວາມ​ວຸ້ຍວາຍ​ທາງ​ການ​ເມືອງ ຫຼາຍອາທິດ​ຜ່ານ​ມາ.

ພະສັງຄະລາດ​ແຄ​ທໍ​ລິກໃນບູຣຸນດີ ​ໄດ້​ອອກຖະ​ແຫລ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ພະຫັດ​ມື້​ນີ້ ທີ່​ກ່າວວ່າ ພວກ​ຕົນ​ຂໍ​ຮ້ອງ​ໃຫ້ ນັກບວດຂອງ​ຕົນ ຜູ້​ທີ່ເປັນ​ຄະນະ​ກຳ​ມະ​ການເລື​ອກຕັ້ງ ​ໃຫ້ຖອນ​ໂຕ​ອອກ​ຈາກ​ຄະນະ​ກຳມະ ການ​ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ລັດຖະບານ​ບູຣຸນດີ ​ໄດ້​ຂໍ​ຮ້ອງ​ໃຫ້​ຊາວ​ບູຣຸນດີ ບໍລິຈາກ​ເງິນ ທີ່​ຕ້ອງການ​ເພື່ອ​ຈັດການ​ເລືອກ​ຕັ້ງ​ໃນ​ເດືອນ​ມີ​ຖຸນາ ຍ້ອນ​ວ່າ ​ຜູ້​ໃຫ້​ທຶນຈາກຕ່າງປະ​ເທດຈຳນວນນຶ່ງ ໄດ້​ຂົ່ມ​ຂູ່​ວ່າ ຈະ​ກັກ​ການ​ຊ່ອຍ​ເຫຼືອຈາກ​ຕ່າງປະ​ເທດ​ໄວ້ ຖ້າ​ປະທານາທິບໍດີ Pierre Nkurunziza ຍັງຈະ​ສືບ​ຕໍ່​ ແຜນການເຂົ້າ​ແຂ່ງຂັນ ​ເປັນ​ສະ​ໄໝ​ທີ 3 ທີ່ເປັນ​ເລື້ອງ​ຖົກ​ຖຽງ​ກັນນັ້ນ.

ການ​ປະກາດ​ໃນທ້າຍ​ເດືອນ​ແລ້ວ​ນີ້ ຂອງ​ປະທານາທິບໍດີບູຣຸນດີ ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ທາງ​ການ​ເມືອງ ​ເປັນ​ເວລາຫຼາຍອາທິດ ທີ່​ໄດ້ ກາຍເປັນຄວາມ​ຮຸນ​ແຮງ ​ທີ່ພາໃຫ້ມີ​ການ​ເສຍ​ຊີວິດ​ຫຼາຍກວ່າ 20 ຄົນ ​ແລະ ​ເກືອບ 500 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ປະ​ທະ​ກັນ ລະຫວ່າງ ພວກ​ປະ​ທ້ວງ ​ແລະ ​ເຈົ້າໜ້າ​ທີ່ຕຳຫລວດ. ​ເມື່ອ​ຕົ້ນ​ເດືອນ​ນີ້ ພວກຕຳໜິຕິຕຽນ ປະທານາທິບໍດີບາງ​ສ່ວນ​ໄດ້​ທຳ​ການກໍ່ລັດຖະປະຫານ ທີ່​ບໍ່​ສຳ​ເລັດຜົນ ​ໃນ​ຂະນະ​ທີ່​ປະທານາທິບໍດີ ອອກໄປນອກ​ປະ​ເທດ.

​ໃນ​ເວລາ​ນີ້ ທ່ານ Nkurunziza ​ໄດ້​ປະຕິ​ເສດ ທີ່​ຈະ​ເລື່ອນເວລາໃນ​ການ​ເລືອກ​ຕັ້ງອອກ​ໄປ ​ໃນຂະນະ​ທີ່​ພວກຕິຕຽນທ່ານ ​ລວມທັງພາກ ສ່ວນຂອງສາສະໜາແຄ​ທໍ​ລິກ ​ຊຶ່ງໄດ້​ຮຽກຮ້ອງ​ໄປ​ນັ້ນ