ທະຫານມຽນມາ ຖືກກ່າວຫາວ່າ ຂ້າ ຂົ່ມຂືນ ແລະຈັບກຸມ ຊາວມຸສລິມ

  • ດຣ. ສິມມາລາ

ອົບພະຍົບມຽນມາ Rohingya ທີ່ປະເທດໄທ ຖືປ້າຍຮຽກຮ້ອງ ໃຫ້ຍຸດຕິຄວາມຮຸນແຮງ ທີ່ຍັງມີສືບຕໍ່ມາ ທີ່ລັດ Rakhine, ວັນທີ 14 ມິຖຸນາ 2012.

ກຸ່ມ​ສິ້ງຊອມສິດທິ​ມະນຸດ ຫລື Human Right Watch ເວົ້າວ່າ ກໍາລັງ ທະຫານຂອງ
ລັດຖະບານ​ມຽນມາ ໄດ້ຂ້າ, ຂົ່ມຂືນ ແລະທໍາ​ການຈັບກຸມໝູ່ ພວກ ມຸສລິມໂຣຫິງຢາ ຢູ່
ໃນພາກຕາເວັນຕົກຂອງມຽນມາ ລຸນຫລັງ​ເກີດເຫດການກໍ່ຄວາມ ຮຸນແຮງລະຫວ່າງ
ສາສະໜາ ຢ່າງຮ້າຍແຮງ ໃນເດືອນມີຖຸນາທີ່ຜ່ານມານີ້.

ກຸ່ມ​ສິ້ງຊອມດ້ານສິດທິ​ມະນຸດ ທີ່ຕັ້ງຢູ່ນະຄອນນີວຢອກ ເວົ້າຢູ່ໃນລາຍງານ ຂອງຕົນໃນ
ວັນພຸດມື້ນີ້ວ່າ ກໍາລັງທະຫານຂອງມຽນມາ ບໍ່ໄດ້ເຂົ້າໄປ​ແ​ຊກ​ແຊງ​ຫລືຢັບຢັ້ງ​ເລີຍ ໃນໄລ
ຍະທີ່ຄວາມເຄັ່ງຕຶງລະຫວ່າງພວກນັບຖືສາສະໜາພຸດ ແລະພວກມຸສລິມຊາວໂຣຫິງຢາ
ໄດ້ລະເບີດ​ຂຶ້ນ ​ແລະບານປານກາຍເປັນການກໍ່ ຄວາມຮຸນແຮງນັ້ນ.

ທ່ານນາງ Elaine Pearson ຮອງຜູ້ອໍານວຍການຮັບຜິດຊອບເຂດເອເຊຍ ຂອງກຸ່ມ​ສິ້ງ
ຊອມດ້ານສິດທິ​ມະນຸດເວົ້າວ່າ ຫລັງ​ຈາກ​ທີ່ກໍາລັງທະຫານຂອງ​ມຽນມາ ເຂົ້າໄປ ຢັບຢັ້ງ
ການປະທະກັນນັ້ນ ພວກເຂົາເຈົ້າກໍໄດ້ເລີ້ມທໍາການກໍ່ຄວາມຮຸນແຮງ ແລະທໍາການ ຈັບ
ກຸມພວກຊາວໂຣຫິງຢາໄປທົ່ວ.

ບົດລາຍງານດັ່ງກ່າວ ໄດ້ຖືກ​ນໍາ​ອອກເຜີຍແຜ່ ໃນຂະນະທີ່ຜູ້ຕາງໜ້າຂອງ​ສະຫະ​ປະຊາ​ຊາດ
ດ້ານ​ສິດທິ​ມະນຸດ ທ່ານ Tomas Ojea Quintana ໄປ​ຢ້ຽມຢາມ ບັນ​ດາເຂດທີ່ ໄດ້ຮັບຜົນ
ກະທົບ ຈາກການກໍ່ຄວາມຮຸນແຮງນັ້ນ. ຄູບາຢູ່ໃນເຂດທ້ອງຖິ່ນອົງນຶ່ງໄດ້ກ່າວ ຕໍ່ ວີໂອເອ
ພະແນກພາສາມຽນມາວ່າ ມີຊາວພຸດປະມານ 100 ຄົນພາກັນທໍາ​ການ ປະທ້ວງຢ່າງສັນຕິ
ຢູ່ໃນເມືອງ ໝ່ອງດໍ (Maungdaw) ໃນວັນອັງຄານວານນີ້ ໃນຂະນະທີ່ ທ່ານ Tomas
Ojea Quintana ໄປຢ້ຽມຢາມ ແຄວ້ນຣາຄິນ ທີ່ຢູ່ໃກ້ກັບຊາຍແດນຂອງບັງກລາເດັດນັ້ນ.