ທ່ານນາງ Suu Kyi ຈະເດີນທາງ ມາຢ້ຽມຢາມ ສຫລ ໃນປີນີ້

ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕຂອງ ມຽນມາ ຈະເດີນທາງມາຢ້ຽມຢາມ ສະຫະລັດ ອາເມຣິກາ ໃນເດືອນກັນຍາ ປີນີ້.

ກຸ່ມ​ສະໜັບສະໜຸນ​ກຸ່ມ​ນຶ່ງ​ທີ່​ຫ້ອງການ​ຢູ່ສະຫະ​ລັດ ​ໄດ້​ປະກາດ​ວ່າ ຜູ້​ນໍາປະຊາທິ ປະໄຕ​
ຂອງມຽນມາ ທ່ານ​ນາງ Aung San Suu Kyi ຈະ​ມາ​ຢ້ຽມຢາມສະຫະ ລັດອາ​ເມ​ຣິກາ​
ໃນ​ເດືອນ​ກັນຍາປີນີ້ ​ເພື່ອຮັບ​ລາງວັນພົນລະ​ເມືອງ​ຂອງ​ໂລກ ຫລື Global Citizen.

ສະພາ​ອັດແລນຕິກ ທີ່​ມີ​ຫ້ອງການ​ຕັ້ງຢູ່ນະຄອນ​ນິວຢ້ອກໄດ້​ອອກ​ຖະ​ແຫຼ​ງການ ​ໃນ​ວັນ
​ຈັນວານ​ນີ້ ກ່າວ​ວ່າ ທ່ານ​ນາງ Aung San Suu Kyi ​ແມ່ນ​ນຶ່ງໃນຈໍາ​ນວນທັງ​ໝົດ 4 ທ່ານ ​
ທີ່​ຈະ​ໄດ້​ຮັບລາງວັນ Global Citizen ​ໃນວັນ​ທີ 21 ​ເດືອນ​ກັນຍາປີນີ້​. ສ່ວນ​ບຸກ​ຄົນ​ອື່ນໆ​
ນັ້ນ​ກໍມີອ​ະດີດຂ້າ​ຫຼວງ​ໃຫຍ່​ໃນ​ດ້ານ​ອົບ​ພະຍົບ ຂອງອົງການ​ສະຫະ​ປະຊາ​ຊາດ ທ່ານນາງ
Sadako Ogata ​ແຫ່ງ​ຍີ່​ປຸ່ນ ​ອະດີດ​ລັດຖະມົນຕີ​ການການຕ່າງປະ​ເທດສະຫະລັດ ທ່ານ
Henry Kissinger ​ແລະ ນັກ​ປະພັນອາ​ເມຣິກັນ ທ່ານ Quincy Jones.

ປະທານ​ສະພາອັດ​ແລນ​ຕິກ ​ແລະ​ອະດີດສະມາຊິກສະພາ​ສູງສະຫະລັດ ທ່ານ Chuck Hagel
​ກ່າວ​ວ່າ ລາງວັນ Global Citizen ​ແມ່ນ​ໃຫ້​ກຽດ​ຮັບ​ຮູ້ “ສ່ວນ​ບຸກຄົນ​ເປັນ​ພິ​ເສດ” ທີ່​ຊ່ວຍ​ໃນ
ການ​ໃຫ້​ຄຳ​ອະທິບາຍ​ກ່ຽວ​ກັບ​ຄຳ​ວ່າ​ພົນ ລະ​ເມືອງ​ຂອງ​ໂລກ.

ທ່ານ​ນາງ Aung San Suu Kyi ຫາ​ກໍສໍາ​ເລັດ​ເສັດ​ສິ້ນ​ການ​ຢ້ຽມຢາມ​ຢູ​ໂຣບ ​ເມື່ອ​ໄວໆ​ມານີ້
ຮວມ​ທັງການ​ຢຸດ​ແວ່ທີ່​ປະ​ເທດນໍ​ເວ​ເພື່ອ​ຮັບ​ເອົາ​ລາງວັນໂນ​ແບລ ຂະ​ແໜງ​ສັນ​ຕິ​ພາບ ທີ່​ທ່ານ​
ນາງ​ໄດ້​ຮັບ​ໃນ​ປີ 1991 ​ແຕ່​ວ່າ​ບໍ່​ສາມາດ​ໄປ​ຮັບ​ລາງ ວັນ​ດັ່ງກ່າວ​ດ້ວຍ​ຕົວ​ເອງ​ໄດ້ ເນື່ອງ​ຈາກ
​ທ່ານ​ນາງ​ຖືກ​ກັກບໍລິ​ເວ​ນຢູ່​ທີ່​ມຽນມາ.