ອົງການສືບສວນ ກ່ຽວກັບສະພາບແວດລ້ອມ Environmental
Investigation Agency ຫລື EIA ໄດ້ເປີດເຜີຍລາຍງານໃໝ່
ສະບັບນຶ່ງ ທີ່ກ່າວວ່າ ການຄ້າໄມ້ເຖື່ອນ ມູນຄ່າຫຼາຍກ່ວາ 6 ຕື້
ດອລລ່າຂອງມຽນມານັ້ນ ຍັງມີຢູ່ຕໍ່ມາ ເຖິງແມ່ນໄດ້ມີການດຳ
ເນີນຄວາມພະຍາຍາມເພື່ອຈຳກັດການຕັດໄມ້ກໍຕາມ.
Gabrielle Paluch ລາຍງານມາຈາກນະຄອນຢ່າງກຸ້ງວ່າ
ການຫ້າມສົ່ງອອກໄມ້ທ່ອນ ທີ່ເລີ້ມມີຜົນບັງຄັບໃຊ້ ມາຕັ້ງແຕ່
ວັນທີ 1 ເດືອນເມສານີ້ ອາດບໍ່ພຽງພໍ ທີ່ຈະຊ່ວຍຢຸດຢັ້ງການ
ຫຼຸດນ້ອຍຖອຍລົງໄປເລື້ອຍໆຂອງປ່າໄມ້ມຽນມານັ້ນ.
ໄຊຈະເຣີນສຸກ ມີລາຍລະອຽດມາສະເໜີທ່ານ.
ອິງຕາມຕົວເລກຂອງທາງການມຽນມາ ກໍແມ່ນວ່າ ໄດ້ມີການສົ່ງອອກ ໄມ້ທ່ອນດິບຈາກມຽນມາ ໃນປະລິມານ 6 ລ້ານ 4 ແສນແມັດກ້ອນ ຕັ້ງແຕ່ປີ 2000 ເປັນຕົ້ນມາ.
ແຕ່ວ່າ ຕົວເລກດັ່ງກ່າວ ແມ່ນບໍ່ຮອດ 1/3 ຂອງຈຳນວນ ທີ່ຜູ້ຊື້ໄມ້ທ່ອນ ຈາກທົ່ວໂລກ
ລາຍງານວ່າ ໄດ້ຊື້ຈາກມຽນມາ ໃນຊ່ວງເວລາດຽວກັນນັ້ນ ອິງຕາມອົງການສືບສວນ
ກ່ຽວກັບສິ່ງແວດລ້ອມ ຫລື EIA ຊຶ່ງເປັນກຸ່ມສົ່ງເສີມສິ່ງແວດລ້ອມ ທີ່ເປັນເອກະລາດ.
ຕົວເລກທີ່ມີຄວາມແຕກຕ່າງນັ້ນ ຊີ້ໃຫ້ເຫັນການຄ້າໄມ້ເຖື່ອນເພື່ອສົ່ງອອກທີ່ຂະຫຍາຍ
ໂຕຂຶ້ນເລື້ອຍໆ ຊຶ່ງກຸ່ມ EIA ຕີລາຄາວ່າ ມີມູນຄ່າ ເກືອບຮອດ 6 ຕື້ດອລລ່າ. ກຸ່ມອະນຸ
ລັກສິ່ງແວດລ້ອມດັ່ງກ່າວເວົ້າວ່າ ການສຶກສາຂອງເຂົາເຈົ້າ ສະແດງໃຫ້ເຫັນວ່າ ເກືອບ
ເຄິ່ງນຶ່ງຂອງໄມ້ທັງໝົດທີ່ໄດ້ຖືກຕັດລົງ ຢູ່ໃນມຽນມານັ້ນ ແມ່ນເປັນໄມ້ທີ່ຜິດກົດໝາຍ
ແຕ່ວ່າການສໍ້ລາດບັງຫຼວງທີ່ມີຢ່າງແຜ່ ຫລາຍນັ້ນ ໄດ້ເຮັດໃຫ້ມີການປິດບັງຂອບເຂດ
ໂຕຈິງຂອງການຄ້າໄມ້ເຖື່ອນດັ່ງກ່າວ.
ທ່ານນາງ Faith Doherty ຈາກອົງການ EIA ເວົ້າວ່າ ການຂາດຄວາມໂປ່ງໃສຂອງ
ລັດຖະບານກ່ຽວກັບເລື້ອງນີ້ ແມ່ນຫຼວງຫຼາຍ.
ທ່ານນາງ Faith Doherty ເວົ້າວ່າ “ໂດຍພື້ນຖານແລ້ວ ແມ່ນມີຊ່ອງຫວ່າງໃຫຍ່
ຫຼາຍ, ເງິນພວກນັ້ນແມ່ນໄປໃສ ແລະຢູ່ນຳໃຜ? ເງິນ 6 ຕື້ ດອລລ່າຢູ່ໃສ ແລະ
ເອົາໄປໃຊ້ຈ່າຍຢູ່ບ່ອນໃດ? ການສໍ້ລາດບັງຫຼວງແມ່ນເລິກຫຼາຍ ຕັ້ງແຕ່ລັດຖະ
ບານລົງໄປຈົນເຖິງຂັ້ນຕ່ຳສຸດ.”
ບໍລິສັດ ວິສາຫະກິດໄມ້ມຽນມາ ຫຼື Myanmar Timber Enterprise ຊຶ່ງເປັນບໍລິສັດ
ຂອງກອງທັບນັ້ນ ເປັນຜູ້ກຳກັບເບິ່ງນຳ ການຄ້າຂາຍໄມ້ທີ່ຖືກຕ້ອງຕາມກົດໝາຍ
ທັງໝົດ ແລະອະນຸມັດສຳປະທານການຕັດໄມ້.
ຂໍ້ມູນຂອງລັດຖະບານຊີ້ໃຫ້ ເຫັນວ່າ ເນື້ອທີ່ປ່າໄມ້ຂອງມຽນມາ ຊຶ່ງຮວມ ຢູ່ໃນພວກປ່າ
ໄມ້ບໍລິສຸດທີ່ບໍ່ໄດ້ຖືກແຕະຕ້ອງ ອັນກ້ວາງໃຫຍ່ທີ່ສຸດຢູ່ໃນ ເອເຊຍນັ້ນ ແມ່ນໄດ້ຫຼຸດລົງ
1/5 ຈາກ 58% ມາເປັນ 47% ໃນລະຫວ່າງ ປີ 1990 ຫາ 2010.
ພ້ອມກັບທີ່ມຽນມາເປີດກ້ວາງເສດຖະກິດຂອງຕົນຢູ່ນີ້ ກະຊວງອະນຸລັກສິ່ງແວດລ້ອມແລະ
ປ່າໄມ້ ກໍມີແຜນການທີ່ຈະຈັດຕັ້ງປະຕິບັດ ມາດຕາການຊຸດໃໝ່ ທີ່ເນັ້ນໃສ່ການອະນຸລັກ
ສິ່ງແວດລ້ອມ ເພື່ອຊ່ວຍໃຫ້ມຽນມາໄດ້ເຂົ້າສູ່ຕະຫຼາດຂອງສະຫະລັດແລະຂອງສະຫະພາບ
ຢູໂຣບ ໄດ້ງ່າຍຂຶ້ນ ຊຶ່ງມາດຕາການໃໝ່ດັ່ງກ່າວ ແມ່ນຮວມທັງການຫ້າມສົ່ງອອກໄມ້ທ່ອນ
ຊຶ່ງຈະຂັດຂວາງບໍ່ໃຫ້ມີການນຳເອົາໄມ້ທ່ອນດິບໆຍັງບໍ່ຖືກປຸງແຕ່ງນັ້ນ ອອກຈາກປະເທດໄປ
ເລີ້ມແຕ່ວັນທີ 1 ເດືອນເມສານີ້.
ເລຂານຸການຮ່ວມຂອງ ສະມາຄົມພໍ່ຄ້າໄມ້ມຽນມາ ທ່ານ Barber Cho ກ່າວວ່າ ການຫ້າມສົ່ງອອກໄມ້ ຈະເຮັດໃຫ້ຜູ້ສົ່ງອອກໄມ້ຢ່າງ ຖືກຕ້ອງຕາມກົດໝາຍ ໄດ້ຮັບຄວາມເສຍຫາຍ ແຕ່ເພີ້ມ
ກຳໄລໃຫ້ແກ່ພວກຄ້າໄມ້ ຜິດກົດໝາຍ.
ທ່ານ Barber Cho ເວົ້າວ່າ: “ໃນເວລາທີ່ພວກເຮົາເລີ້ມປະຕິບັດ
ການຫ້າມສົ່ງອອກໄມ້ທ່ອນນັ້ນ ລາຄາໄມ້ແມ່ນໄດ້ເພີ້ມຂຶ້ນແລ້ວ
ຢູ່ແຂວງຢຸນນານ. ພວກເຂົາຂໍຂຶ້ນລາຄາ ເຮັດໃຫ້ລາຄາສູງຂຶ້ນ
ສະນັ້ນ ມັນກໍເປັນຜົນດີສຳລັບພວກເຂົາ.”
ການຫ້າມສົ່ງອອກ ຍັງບໍ່ທັນໄດ້ຖືກເຊັນອະນຸມັດ ໃຫ້ເປັນກົດໝາຍເທື່ອ ແລະກໍຄາດວ່າ
ຈະເປັນການຍາກທີ່ຈະບັງຄັບໃຫ້ມີການປະຕິບັດໄດ້ ເມື່ອພິຈາລະນາຈາກສະພາບການ
ທີ່ວ່າ ການຄ້າຂາຍໄມ້ສ່ວນໃຫຍ່ໃນປະເທດ ແມ່ນຜິດກົດໝາຍ.
ເຖິງແມ່ນວ່າ ໄມ້ທີ່ເລື່ອຍແລ້ວ ສາມາດສົ່ງອອກໄດ້ຢ່າງຖືກຕ້ອງຕາມກົດໝາຍ ພາຍໃຕ້
ຂໍ້ຫ້າມດັ່ງກ່າວກໍຕາມ ແຕ່ການປຸງແຕ່ງໄມ້ໃນມຽນມາ ກໍບໍ່ໄດ້ມາດຕະຖານ ຍ້ອນໂຄງລ່າງ
ພື້ນຖານບໍ່ດີ ແລະຍ້ອນການຂາດເຂີນໄຟຟ້າ.
ພວກນັກທຸລະກິດທີ່ມີອິດທິພົນແລະມີເສ້ນສາຍໃກ້ຊິດກັບທະຫານ ເປັນຜູ້ທີ່ໄດ້ຮັບຜົນ
ປະໂຫຍດຫຼັກ ຈາກການຄ້າໄມ້ເຖື່ອນໃນມຽນມາ. ພວກສ່ຽວທາງທຸລະກິດເຫຼົ່ານີ້ ແມ່ນ
ມີທາງທີ່ຈະໄດ້ຮັບກຳໄລຫຼາຍຂຶ້ນກ່ວາເກົ່າອີກ ຫຼັງຈາກການເກືອດຫ້າມ ອິງຕາມ ທ່ານ
Kevin Woods ນັກຄົ້ນຄ້ວາຈາກກຸ່ມ ທ່າອ່ຽງຂອງປ່າໄມ້ ຫຼື Forest Trends.
ທ່ານ Woods ເວົ້າວ່າ: “ອັນທີ່ຊາວມຽນມາເອີ້ນກັນວ່າ ພວກບໍລິສັດສ່ຽວນັ້ນ ແມ່ນບໍ່
ໄດ້ສູນເສຍທຸລະກິດຂອງພວກເຂົາໄປ ພໍເທົ່າໃດເລີຍ. ແມ່ນຢູ່ ພວກເຂົາໄດ້ສູນເສຍ
ການຜູກຂາດສ່ວນໃຫຍ່ ຢູ່ໃນພາກສ່ວນຂຸດຄົ້ນຊັບພະຍາກອນ ແຕ່ພວກເຂົາກໍຍັງ
ສືບຕໍ່ມີການພົວພັນຢ່າງໜັກ ໃນພາກສ່ວນນີ້ຢູ່. ແລະເລື້ອງນີ້ກໍແມ່ນຄວາມຈິງ ໂດຍ
ສະເພາະຢ່າງຍິ່ງ ໃນພາກສ່ວນການຕັດໄມ້ທ່ອນ.”
ທ່ານ Woods ເວົ້າວ່າ ເຖິງແມ່ນໄດ້ມີການຈຳກັດການຕັດໄມ້ຕາມທີ່ວາງແຜນໄວ້ນັ້ນກໍຕາມ
ພວກນັກທຸລະກິດທີ່ມີເສັ້ນສາຍ ກໍຍັງສາມາດຂໍສຳປະທານປ່າໄມ້ໄດ້ ພາຍໃຕ້ຂໍ້ອ້າງວ່າ
ເປັນສຳປະທານປູກຕົ້ນນ້ຳມັນປາມ ແລະກໍຄາດວ່າ ພວກເຂົາຈະສືບຕໍ່ທຳການຕັດໄມ້ຕໍ່ໄປ
ໃນອັດຕາທີ່ບໍ່ຍືນຍົງ ສຳລັບປ່າໄມ້.
ບັນດາກຸ່ມສົ່ງເສີມສິ່ງແວດລ້ອມຕ່າງໆກຳລັງ ຮຽກຮ້ອງໃຫ້ລັດຖະບານມຽນມາ ບັງຄັບໃຊ້
ຂໍ້ຫ້າມສົ່ງອອກໄມ້ທ່ອນນັ້ນຢ່າງເຄ່ງຄັດ ທັງໃຫ້ເພີ້ມຄວາມໂປ່ງໃສໃນການຄຸ້ມຄອງປ່າໄມ້
ແລະໃຫ້ດຳເນີນຄະດີຕໍ່ພວກຄ້າໄມ້ຜິດກົດໝາຍ.
ຂະໜາດໂຕຈິງຂອງປ່າໄມ້ຂອງມຽນມາທີ່ຍັງເຫຼືອຢູ່ນັ້ນ ແມ່ນຍັງເປັນຂໍ້ໂຕ້ແຍ້ງກັນຢູ່.
ການສຳຫຼວດຮອບດ້ານຄັ້ງສຸດທ້າຍ ໄດ້ຈັດທຳຂຶ້ນໃນ ປີ 1953 ແລະເຖິງແມ່ນວ່າ
ພວກນັກອະນຸລັກໄດ້ເຮັດແຜນທີ່ລະອຽດ ໂດຍໃຊ້ຮູບພາບຈາກດາວທຽມ ເມື່ອບໍ່ເທົ່າໃດ
ປີຜ່ານມານີ້ກໍຕາມ ແຕ່ບັນດາຜູ້ສັງເກດການກໍກ່າວວ່າ ການໂຕ້ຖຽງກ່ຽວກັບການກຳນົດ
ຄວາມໝາຍຂອງເນື້ອທີ່ປ່າໄມ້ນັ້ນ ໄດ້ພາໃຫ້ລັດຖະບານປະກາດ ຈຳນວນເນື້ອທີ່ ແລະ
ຄຸນນະພາບ ຂອງປ່າໄມ້ ເກີນຄວາມເປັນຈິງ.

Your browser doesn’t support HTML5