ລັດຖະບານຂອງມຽນມາໄດ້ອະໄພຍະໂທດໃຫ້ແກ່ນັກໂທດ ຫຼາຍກ່ວາ 500 ຄົນ ໃນວັນຈັນວານນີ້ ຊຶ່ງມີຮວມທັງພວກນັກໂທດທາງການເມືອງ ແລະຊາວຕ່າງຊາດນໍາ.
ຄໍາປະກາດຂອງທາງການ ເອີ້ນການເຄື່ອນໄຫວນີ້ວ່າ ເປັນຄວາມ
ພະຍາຍາມເພື່ອ “ນໍາເອົາຄວາມສະງົບສຸກແລະສັນຕິພາບອັນ
ຖາວອນ” ມາສູ່ບ້ານເມືອງ. ການເຄື່ອນໄຫວດັ່ງກ່າວ ມີຂຶ້ນນຶ່ງອາ
ທິດ ກ່ອນການອອກເດີນທາງຂອງປະທານາທິບໍດີ Thein Sein
ມາຍັງສະຫະລັດ ເພື່ອເຂົ້າຮ່ວມໃນກອງປະຊຸມສະມັດຊາໃຫຍ່
ຂອງສະຫະປະຊາຊາດ.
ແລະກໍມີຂຶ້ນໃນມື້ດຽວກັນກັບທີ່ອົງການສິ້ງຊອມສິດທິມະນຸດ
HumanRights Watch ທີ່ມີສໍານັກງານຢູ່ທີ່ສະຫະລັດ ໄດ້ຕໍານິ
ຕິຕຽນມຽນມາ ທີ່ຍັງບໍ່ຍອມປ່ອຍພວກນັກໂທດການເມືອງທັງໝົດ ທີ່ຍັງເຫຼືອຢູ່ນັ້ນ ຊໍ້າຍັງໄດ້ວາງຂໍ້ຈໍາກັດຮັດແຄບຕໍ່ພວກທີ່ຖືກປ່ອຍເປັນອິດສະລະແລ້ວນັ້ນນໍາ.
ຍັງບໍ່ເປັນທີ່ຈະແຈ້ງເທື່ອວ່າ ໃນຈໍານວນທີ່ຖືກປ່ອຍນັ້ນ ມີພວກນັກໂທດການເມືອງ ຈັກຄົນ? ແຕ່ວ່າ ທ່ານ Thein Sein ໄດ້ເອົາເລື້ອງການປ່ອຍພວກນັກໂທດການເມືອງນີ້ ເປັນຈຸດສໍາຄັນຂອງນະໂຍບາຍປະຕິຮູບຂອງທ່ານ.
ພັກຝ່າຍຄ້ານທີ່ນິຍົມປະຊາທິປະໄຕຂອງມຽນມາ ຄາດຄະເນວ່າ ມີພວກນັກໂທດການເມືອງ ປະມານ 300 ທີ່ຍັງຖືກຄຸກຢູ່. ແຕ່ວ່າພວກນັກເຄື່ອນໄຫວຢືນຢັນວ່າ ມີຫລາຍກ່ວານັ້ນ ຢ່າງນ້ອຍ 100 ຄົນ ຂຶ້ນໄປ.