ການຢ້ຽມຢາມສະຫະລັດຂອງທ່ານນາງ ອອງຊານ ຊູຈີ

ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ໄດ້ຮັບຜ້າປົກບ່າພື້ນເມືອງເຜົ່າຈີ້ນ ກ່ອນຈະກ່າວຄໍາປາໃສ ທີ່ເມືອງ Fort Wayne ລັດອິນເດຍນາ ໃນວັນທີ 25 ກັນຍາ, 2012.

ນາງ Jennifer Min ອາຍຸ 13 ປີ ຖ່າຍຮູບຢູ່ເທິງເວທີ ທີ່ທ່ານນາງ Aung San Suu Kyi ຜູ້ນໍາດ້ານປະຊາທິປະໄຕ ຈະກ່າວຄໍາປາໄສ ທີ່ເມືອງ Fort Wayne ລັດອິນເດຍນາໃນວັນທີ 25 ກັນຍາ, 2012.

ທ່ານນາງ Aung San Suu Kyi ໄດ້ຮັບລາງວັນ ຈາກຜູ້ແທນສະພາຂອງສະຫະລັດ ທ່ານ Joseph Crowley (ຊ້າຍ) ທີ່ວິທະຍາໄລ Queens College ທີ່ນີວຢອກ ໃນວັນທີ 22 ກັນຍາ, 2012.

ທ່ານນາງ Aung San Suu Kyi ປະທານພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດມຽນມາ ໄດ້ຮັບລາງວັນ ພົນລະເມືອງທີ່ດີເດັ່ນຂອງໂລກ (Global Citizen Award) ຈາກຫົວໜ້າບໍລິຫານກອງທຶນສາກົນ (IMF) Managing Director Christine Lagarde ໃນໂອກາດງານລ້ຽງອາຫານຄໍ່າຂອງ Global Citizen Awards Dinner ປະຈໍາປີ ທີ່ນະຄອນນີວຢອກ ໃນວັນທີ 21, 2012.

ທ່ານນາງ Aung San Suu Kyi ເຊັນໃສ່ປຶ້ມລາຍຊື່ແຂກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນີວຢອກ ໃນວັນທີ່ 21 ກັນຍາ, 2012.

ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ໄດ້ຮັບລາງວັນ National Endowment for Democracy ຈາກທ່ານ Carl Gershman (ຊ້າຍ), ປະທານຂອງ National Endowment for Democracy ແລະອະດີດລັດຖະມົນຕີກະຊວງການຕ່າງປະເທດທ່ານນາງ Madeleine Albright ໃນພິທີ່ມອບທີ່ຈັດຂຶ້ນໃນນະຄອນຫລວງ ວໍຊິງຕັນ ໃນວັນທີ 20 ກັນຍາ, 2012.

ຜູ້ໄດ້ຮັບລາງວັນ National Endowment for Democracy ຈາກມຽນມາ (ນັບແຕ່ຊ້າຍຫາຂວາ) ມີທ່ານນາງ Aung San Suu Ki, ທ່ານ Khun Htun Oo, Aung Din, ດຣ. Cynthia Maung ແລະ Kyaw Thu, ນັ່ງໃນພິທີມອບລາງວັນດັ່ງກ່າວ ທີ່ຈັດຂຶ້ນໃນນະຄອນຫລວງວໍຊິງຕັນຂອງສະຫະລັດ ໃນວັນທີ 20 ກັນຍາ, 2012.

ປະທານາທິບໍດີສະຫະລັດ ທ່ານ Barack Obama ພົບກັບທ່ານນາງ Aung San Suu Kyi ໃນຫ້ອງການຮູບ ໄຂ່ ທີ່ທໍານຽບຂາວໃນນະຄອນວໍຊິງຕັນ ໃນວັນທີ 19 ກັນຍາ , 2012.

ທ່ານນາງ Aung San Suu Kyi ຖືຫລຽນຄໍາ ພາຍຫລັງໄດ້ຮັບຈາກປະທານສະພາຕໍ່າສະຫະລັດ ທ່ານ John Boehner (ພັກຣິພລັບບລິກກັນ-ລັດໂອໄຮໂອ) (ທີ2 ຈາກຊ້າຍ), ທີ່ຫ້ອງການລັດຖະສະພາສະຫະລັດ ຢູ່ນະຄອນວໍຊິງຕັນ ໃນວັນທີ 19 ກັນຍາ, 2012.

ທ່ານນາງ Aung San Suu Kyi ພັບກັບບັນດາສະມາຊິກສະພາສູງສະຫະລັດ (ແຕ່ຊ້າຍຫາຂວາ) ທ່ານ John Kerry (D-MA), ທ່ານ Mitch McConnell (R-KY), ທ່ານ Harry Reid (D-NV), ທ່ານ Jim Webb (D-VA), ແລະທ່ານ Saxby Chambliss (R-GA) ທີ່ຫ້ອງການລັດຖະສະພາສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ໃນວັນທີ 19 ກັນຍາ, 2012.

ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ຢ້ຽມຢາມ ສໍານັກງານຂອງວິທະຍຸ ສຽງອາເມຣິກາ ໃນວັນທີ 18 ກັນຍາ, 2012 (Neeta Maskey Torrini/VOA)

ທ່ານນາງ Aung San Suu Kyi ໄດ້ຮັບລາງວັນ ວິໃສທັດຂອງໂລກ (Global Vision Award) ຈາກກອງທຶນ ສະມາຄົມເອເຊຍ (Asia Society trustee) ທີ່ມອບໃຫ້ໂດຍທ່ານ Tom Freston ທີ່ສະຖາບັນ ເພື່ອສັນຕິພາບແຫ່ງສະຫະລັດ (United States Institute of Peace) ໃນນະຄອນຫລວງວໍຊິງຕັນ ໃນວັນທີ 18 ກັນຍາ, 2012.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ  Hillary Clinton (ຊ້າຍ) ໄດ້ສະເໜີໃຫ້ ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ກ່າວຄໍາປາໄສ ທີ່ສະຖາບັນ ເພື່ອສັນຕິພາບແຫ່ງ ສະຫະລັດ (United States Institute of Peace) ໃນນະຄອນຫລວງ ວໍຊິງຕັນ ໃນວັນທີ  18 ກັນຍາ, 2012.