ພາບການເຄື່ອນໄວຢ້ຽມຢາມ ວໍຊິງຕັນ ແລະນິວຢອກ ຂອງ ທ່ານນາງ ອອງ ຊານ ຊູ ຈີ

ທ່ານນາງ Aung San Suu Kyi, ປະທານພັກ National League for Democracy ຂອງມຽນມາ ຮັບເອົາ ລາງວັນ ພົນລະເມືອງດີເດ່ນຂອງໂລກ ຫລື Global Citizen Award ຈາກຜູ້ອໍານວຍການຝ່າຍຈັດການຂອງ ອົງການ IMF ຫລືກອງທຶນສາກົນ ທ່ານນາງ Christine Lagarde ໃນງານລ້ຽງອາຫານຄໍ່າມອບລາງວັນ ດັ່ງກ່າວ ປະຈໍາປີທີ 3 ຢູ່ນະຄອນນິວຢອກ, ວັນທີ 21 ກັນຍາ 2012.

ທ່ານນາງ Aung San Suu Kyi ລົງນາມໃນສະມຸດຕ້ອນຮັບແຂກ ຂອງເລຂາທິການໃຫຍ່ອົງການສະຫະປະ ຊາຊາດ ທ່ານ  Ban Ki-Moon ຢູ່ທີ່ສໍານັກງານອົງການສະຫະປະຊາຊາດ ທີ່ New York, ວັນທີ 21 ກັນຍາ 2012.

ຜູ້ນໍາຝ່າຍຄ້ານຂອງມຽນມາ ຮັບລາງວັນ National Endowment for Democracy ຈາກທ່ານ Carl Gershman (ຊ້າຍ), ປະທານອົງການ National Endowment for Democracy,ແລະອະດີດລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານນາງ Madeleine Albright ໃນພິທີທີ່ນະຄອນຫລວງ Washington, ວັນທີ 20 ກັນຍາ 2012.

5 ບຸກຄົນສໍາຄັນຂອງມຽນມາ ທີ່ໄດ້ຮັບລາງວັນ National Endowment for Democracy, ຈາກຊ້າຍຫາຂວາ ທ່ານນາງ Aung San Suu Kyi, ທ່ານ Khun Htun Oo, ທ່ານ Aung Din, ທ່ານນາງ Dr Cynthia Maung ແລະທ່ານ Kyaw Thu, ໃນພິທີຮັບລາງວັນດັ່ງກ່າວ ຢູ່ Washington, ວັນທີ 20 ກັນຍາ 2012.

ປະທານາທິບໍດີສະຫະລັດ ທ່ານ Barack Obama ພົບປະກັບທ່ານນາງ Aung San Suu Kyi ໃນຫ້ອງທໍາງານ Oval Office ທີ່ທໍານຽບຂາວ ຫລື White House ທີ່ນະຄອນຫລວງ Washington, D.C., ວັນທີ 19 ກັນຍາ 2012.

ທ່ານນາງ Aung San Suu Kyi ຖືກຫລຽນຄໍາກຽດຕິຍົດ ຂອງລັດຖະສະພາສະຫະລັດ ທີ່ປະທານສະພາຕໍ່າ  John Boehner  (ທີ 2 ຈາກຊ້າຍ) ມອບໃຫ້ທ່ານນາງ ຢູ່ທີ່ຕຶກລັດຖະສະພາສະຫະລັດ, ນະຄອນຫລວງ Washington, D.C., ວັນທີ 19 ກັນຍາ 2012.

ທ່ານນາງ Aung San Suu Kyi ພົບປະກັບບັນດາສະມາຊິກສະພາສູງ (ຊ້າຍຫາຂວາ) John Kerry, Mitch McConnell, Harry Reid, Jim Webb ແລະ Saxby Chambliss  ທີ່ຕຶກລັດຖະສະພາສະຫະລັດ, ນະຄອນຫລວງ Washington, D.C., ວັນທີ 19 ກັນຍາ 2012.

ທ່ານນາງ Aung San Suu Kyi ຢ້ຽມຢາມ ວິທະຍຸ ສຽງອາເມຣິກາ ຫລື ວີໂອເອ, ວັນທີ 18 ກັນຍາ 2012 (Neeta Maskey Torrini/VOA)

ທ່ານນາງ Aung San Suu Kyi ໄດ້ຮັບລາງວັນ ວິໄສທັດໂລກ ຫລື Global Vision Award ຈາກເຈົ້າໜ້າທີ່ສະມາຄົມເອເຊຍ ຫລື Asia Society ທ່ານ Tom Freston ຢູ່ສະຖາບັນສັນຕິພາບສະຫະລັດ ທີ່ນະຄອນຫລວງ Washington, D.C., ວັນທີ 18 ກັນຍາ 2012.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ສະເໜີໂຕ ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ  Aung San Suu Kyi ຂຶ້ນກ່າວຄໍາປາໄສ ທີ່ສະຖາບັນສັນຕິພາບສະຫະລັດ ໃນນະຄອນຫລວງ Washington, D.C., ວັນທີ 18 ກັນຍາ 2012.