ທ່ານ McCain ຮຽກຮ້ອງ ໃຫ້ມຽນມາ ທຳການປະຕິຮູບ

  • Phaysarn Vorachak

ສະມາຊິກສະພາສູງສະຫະລັດທ່ານ John McCain ຖະແຫຼງໃນກອງປະຊຸມສຳພາດຂ່າວທີ່ສູນກາງອະເມຣິກັນ ໃນນະຄອນຢ່າງກຸ້ງ (3 ມິຖຸນາ 2011)

ສະມາຊິກສະພາສູງສະຫະລັດທ່ານ John McCain
ທີ່ໄດ້ສິ້ນສຸດການຢ້ຽມ ຢາມມຽນມາເປັນເວລາ 3 ມື້
ຮຽກຮ້ອງໃຫ້ລັດຖະບານ ຂອງປະເທດດັ່ງກ່າວ ປ່ອຍ
ພວກນັກໂທດການເມືອງຫຼາຍກວ່າ 2,000 ຄົນແລະ
ຈັດຕັ້ງປະຕິບັດການປະຕິຮູບ ໄປສູ່ປະຊາທິປະໄຕຢ່າງ
ວ່ອງໄວ.

ທ່ານ McCain ກ່າວຕໍ່ກອງປະຊຸມຖະແຫຼງຂ່າວໃນ
ວັນສຸກມື້ນີ້ວ່າ ຈາກການພົບປະຂອງທ່ານ ກັບພວກ
ເຈົ້າໜ້າທີ່ອະວຸໂສແລ້ວມັນເປັນທີ່ຈະແຈ້ງວ່າ ມຽນມາ
ຕ້ອງການຢາກມີຄວາມສຳພັນອັນໃກ້ຊິດກັບສະຫະ
ລັດ. ແຕ່ແນວໃດກໍຕາມທ່ານເວົ້າວ່າ ການປັບປຸງ
ຄວາມສຳພັນແມ່ນຂຶ້ນຢູ່ກັບການອັນໜັກແໜ້ນ ຂອງຝ່າຍມຽນມາ

ສະມາຊິກສະພາສູງ McCain ກ່າວຕໍ່ພວກນັກຂ່າວວ່າການທົດສອບອັນນຶ່ງໃນຄວາມໝາຍ
ໝັ້ນຕັ້ງໃຈຂອງມຽນມາກ່ຽວກັບການປະຕິຮູບກໍຈະແມ່ນການຄໍ້າປະກັນຄວາມປອດໄພແລະ
ເລື່ອງສິດທິມະນຸດຂອງທ່ານນາງອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານຂອງມຽນມາ.

ນອກນັ້ນທ່ານ McCain ຍັງຮຽກຮ້ອງໃຫ້ມຽນມາປະຕິບັດຕາມມະຕິຂອງສະພາຄວາມໝັ້ນ
ຄົງອົງການສະຫະປະຊາຊາດ ກ່ຽວກັບການຫ້າມແຜ່ຜາຍອາວຸດ ແລະ ຕັດຂາດການຮ່ວມມື
ທາງທະຫານກັບເກົາຫຼີເໜືອ.