ສະຫະລັດ ແຕ່ງຕັ້ງທູດພິເສດ ກຳກັບເລື່ອງມຽນມາ

  • ໄພສານ ວໍຣະຈັກ

ທ່ານ Derek J. Mitchell ທີ່ຖືກແຕ່ງຕັ້ງໃຫ້ເປັນທູດພິເສດຂອງ ສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງມຽນມາ

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໄດ້ແຕ່ງຕັ້ງໃຫ້ນັກຊ່ຽວຊານອະວຸໂສ
ດ້ານເອເຊຍເປັນທູດພິເສດສະຫະລັດ ຄົນທຳອິດຮັບຜິດຊອບກ່ຽວກັບເລື່ອງມຽນມາ.

ທ່ານ Derek Mitchell ຊຶ່ງໃນປັດຈຸບັນ ເປັນຮອງລັດຖະມົນຕີຊ່ອຍວ່າການກະຊວງ
ປ້ອງກັນປະເທດຂອງສະຫະລັດຮັບຜິດຊອບກິດຈະການເອເຊຍແລະປາຊີຟິກ. ສະພາ
ສູງຂອງສະຫະລັດຈະຕ້ອງໄດ້ໃຫ້ການອະນຸມັດຕໍ່ການແຕ່ງຕັ້ງດັ່ງກ່າວນີ້.

ການແຕ່ງຕັ້ງທູດພິເສດຮັບຜິດຊອບກ່ຽວກັບເລື່ອງມຽນມານີ້ ເປັນຮ່ອງຮອຍທີ່ສະແດງ
ໃຫ້ເຫັນວ່າລັດຖະບານທ່ານໂອບາມາ ພວມຊຸກຍູ້ໃຫ້ມີການປ່ຽນແປງໄປສູ່ປະຊາທິປະ
ໄຕຫຼາຍຂຶ້ນຢູ່ໃນປະເທດດັ່ງກ່າວ.

ສະຫະລັດ ໄດ້ຕຳໜິຕິຕຽນມາເປັນເວລາດົນນານແລ້ວ ຕໍ່ລັດຖະບານທະຫານມຽນມາ
ທີ່ໄດ້ກົດຂີ່ປາບປາມການເຄົາລົບນັບຖືສິດທິມະນຸດແລະຈັບກຸມຄຸມຂັງພວກຜູ້ນຳຝ່າຍ
ຄ້ານ ຮວມທັງທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິ
ພາບນັ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວໃນ ປີ
2009 ວ່າ ພ້ອມໆກັບການລົງໂທດ ເປົ້າໝາຍຍຸດທະສາດຂອງສະຫະລັດ ສຳລັບ
ມຽນມາ ແມ່ນຮວມທັງ ການໃຫ້ຄວາມຊ່ອຍເຫຼືອ ທາງດ້ານມະນຸດສະທຳເພີ່ມຂຶ້ນ ແລະການເປີດເຈລະຈາໃນລະດັບສູງກັບພວກເຈົ້າໜ້າທີ່ມຽນມາ.

ທາງການມຽນມາ ໄດ້ປ່ອຍທ່ານນາງອອງຊານຊູຈີຈາກການກັກບໍລິເວນໃນເດືອນພະ
ຈິກປີກາຍບໍ່ດົນປານໃດກ່ອນການເລືອກຕັ້ງສະພາແຫ່ງຊາດເທື່ອທຳອິດໃນຮອບ 20
|ປີ.

ເຈົ້າໜ້າທີ່ກ່າວວ່າ ຕົນໄດ້ຍຸບລັດຖະບານທະຫານຢ່າງເປັນທາງການແລ້ວເພື່ອໃຫ້ລັດ
ຖະບານພົນລະເຮືອນເຂົ້າຮັບໜ້າທີ່ແທນ ແຕ່ລັດຖະບານຊຸດໃໝ່ຍັງຢູ່ໃນກຳມືຂອງອະ
ດີດພວກນາຍພົນທີ່ສຳຄັນແລະພັນທະມິດ.

ພວກຕຳໜິຕິຕຽນເອີ້ນການປະກາດ ກ່ຽວກັບການຈັດຕັ້ງ ລັດຖະບານພົນລະເຮືອນ
ນັ້ນວ່າເປັນແຜນການຫຼອກລວງ ແລະເວົ້າວ່າ ທ່ານນາງອອງຊານຊູຈີ ແລະພັກການ
ເມືອງຂອງທ່ານນາງໄດ້ຖືກຫ້າມ ບໍ່ໃຫ້ເຂົ້າຮ່ວມໃນການເລືອກຕັ້ງ ເມື່ອເດືອນພະຈິກ
ປີກາຍ.