ມຽນມາປ່ອຍຜູ້ນຳຝ່າຍຄ້ານ

  • ໄພສານ ວໍຣະຈັກ

ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ຫົວຍິ້ມຫຼັງຈາກໄດ້ຮັບ ຊໍ່ດອກໄມ້ຈາກພວກສະໜັບສະໜຸນ ຂະນະທີ່ທ່ານນາງ ຢືນຢູ່ປະຕູທາງເຂົ້າເຮືອນຂອງທ່ານນາງ ທີ່ນະຄອນຢ່າງກຸ້ງ (13 ພະຈິກ 2010)

ເຈົ້າໜ້າທີ່ມຽນມາກ່າວວ່າ ການກັກບໍລິເວນທ່ານນາງອອງ
ຊານຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ ໄດ້ຖືກຍົກເລີກ
ແລ້ວ.

ພວກນັກຂ່າວ ນັກການທູດແລະພວກສະໜັບສະໜຸນທ່ານ
ນາງອອງຊານຊູຈີຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງ
ສັນຕິພາບຈຳນວນຫຼາຍຮ້ອຍຄົນໄດ້ພາກັນໄປທີ່ເຮືອນຂອງ
ທ່ານນາງ ຂະນະທີ່ຕຳຫຼວດຍົກຍ້າຍເຄື່ອງກີດຂວາງອອກ
ແລະເຈົ້າໜ້າທີ່ທະຫານ ໄດ້ເຂົ້າໄປທີ່ເຮືອນຂອງທ່ານນາງ
ເພື່ອອ່ານຄຳສັ່ງປ່ອຍ ໂຕທ່ານນາງຢ່າງເປັນທາງການ.

ການປ່ອຍທີ່ວ່ານີ້ມີຂຶ້ນ 7 ປີ ຫຼັງຈາກລັດຖະບານທະຫານມຽນມາໄດ້ກັກບໍລິເວນທ່ານນາງ.
ທ່ານນາງອອງຊານຊູຈີໄດ້ຖືກຄຸມຂັງບໍ່ໃນຮູບໃດກໍຮູບນຶ່ງເປັນເວລາ 15 ປີ ຂອງໄລຍະ 21
ປີທີ່ຜ່ານມາ.

ເພີ່ມໃສ່ບັນຍາກາດຢູ່ໃນມຽນມາ ທີ່ເຕັມໄປດ້ວຍຄວາມລັບຢູ່ແລ້ວນັ້ນ ກໍແມ່ນມີກຳລັງຮັກສາ
ຄວາມສະຫງົບເຂົ້າປະຈຳການເພີ່ມຂຶ້ນທີ່ນະຄອນຢ່າງກຸ້ງ ໂດຍມີລົດບັນທຸກຕຳຫຼວດປາບຈະ
ລາຈົນຈຳນວນນຶ່ງ ແລ່ນໄປມາຕາມຖະໜົນຫົນທາງ.

ການປ່ອຍທ່ານນາງອອງຊານຊູຈີ ມີຂຶ້ນ 6 ມື້ຫຼັງຈາກການເລືອກຕັ້ງເທື່ອທຳອິດຢູ່ໃນມຽນມາ
ໃນຮອບ 2 ທົດສະວັດ.