ທ່ານນາງຊູຈີໃຫ້ຄຳເຫັນຕໍ່ ການພົວພັນ ສຫລ ກັບມຽນມາ

  • ບົວສະຫວັນ

ທ່ານນາງ ອອງຊານ ຊູຈີ ບຸກຄົນສຳຄັນ ໃນການຕໍ່ສູ້ເພື່ອປະຊາທິປະໄຕຂອງມຽນມາ ກຳລັງອອກຈາກ ສຳນັກງານໃຫຍ່ຂອງພັກສັນນິບາດ ເພື່ອປະຊາທິປະໄຕຂອງມຽນມາ ໃນວັນສຸກ ທີ 19 ພະຈິກ, 2010.

ຜູ້ນຳປະຊາທິປະ​ໄຕມຽນມາ ທ່ານ​ນາງ ​ອອງຊານ ຊູຈີ ​ເວົ້າວ່າ ການພົວພັນຂອງສະ ຫະລັດກັບ​ມຽນມາ ​ແມ່ນ​ເປັນ​ການ​ດີ ​ແຕ່​ກໍ​ກ່າວ​ວ່າ ສະຫະລັດ​ຕ້ອງໃຫ້​ແທດ​ເໝາະກັບ​ສະພາບ​ຕົວ​ຈິງ.

ໃນ​ໂອກາດ​ໃຫ້​ສຳພາດ​ກັບໂທ ລະພາບ CNN ທີ່​ອອກ​ອາກາດ​ໃນ​ວັນ​ສຸກມື້ວານ​ນີ້ທ່ານ​ນາງ ​ອອງຊານ ຊູຈີ ກ່າວ​ວ່າ ທ່ານ​ບໍ່ມີ​ຄວາມ​ຄັດຄ້ານ​ຕໍ່ການພົວພັນ​ທາງ​ການ​ທູດ​ຂອງ ສະຫະລັດ ກັບ​ລັດຖະບານທະຫານ​ມຽນມາ. ຫາກ​ແຕ່​ທ່ານ​ນາງ ​ເວົ້າວ່າ ​ເຈົ້າໜ້າທີ່ສະ ຫະລັດບໍ່ຄວນ​ຈະ​ເຂົ້າ​ໄປ​ໂອ້​ລົມ​ກັບ​ລັດຖະບານ​ດັ່ງກ່າວ​ນີ້​ໂດຍຕັ້ງຄວາມ​ຫວັງ​ໄວ້ຫລາຍ​ໂພດ.

ທ່ານ​ນາງ ​ອອງຊານ ຊູຈີ ຖືກ​ປ່ອຍ​ອອກ​ຈາກ​ການ​ກັກ​ບໍລິ​ເວນ​ໃຫ້​ຢູ່​ໃນ​ເຮືອນໃນ 1 ອາ
ທິດກ່ອນນີ້ ພາຍຫລັງ​ທີ່​ໄດ້​ຖືກ​ກັກ​ຂັງ​ບໍ່ໃນຮູບໃດກໍໃນຮູບນຶ່ງ ​ເປັນ​ເລ​ລາ 15 ປີ ​ໃນ​ໄລ
ຍະ 21 ປີ​ທີ່​ຜ່ານ​ມາ. ນັບ​ແຕ່​ໄດ້​ຖື​ປ່ອຍຕົວ ທ່ານນາງຊຶ່ງເຄີຍໄດ້ຮັບລາງວັນ​ ໂນ​ແບ​ລຂະ
ແໜງສັນຕິພາບນັ້ນ ໄດ້ຮຽກຮ້ອງໃຫ້ເປີດການເຈລະຈາສ້າງຄວາມປອງດອງຊາດກັບຜູ້
ນຳລັດຖະບານທະຫານມຽນມາ ນາຍພົນ Than Shwe.

ນອກນັ້ນໃນມື້ວານນີ້ ກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະມົນຕີການ
ຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ສົ່ງຈົດໝາຍສ່ວນໂຕໄປຫາ
ທ່ານນາງອອງຊານຊູຈີ. ໂຄສົກບໍ່ຍອມໃຫ້ການຊີ້ແຈງກ່ຽວກັບເນື້ອໄນຂອງຈົດໝາຍ.