ສຶ່ມຽນມາ ຍ້ອງຍໍ ທ່ານນາງ ອອງ ຊານ ຊູຈີ ຢ່າງບໍ່ເຄີຍມີມາກ່ອນ

  • ກິ່ງ​ສະຫວັນ ປະ​ຖັມມະ​ວົງ

ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Kyi ໂບກມືຈາກລົດສະໜັບສະໜູນ ອົບພະຍົບກະຫ່ລຽງ ໃນຂະນະທີ່ທ່ານທໍາການຢ້ຽມຢາມສູນອົບພະຍົບ Mae La ທີ່ເຂດ Tha Song Yang, ພາກເໜືອຂອງ ປະເທດໄທ ວັນເສົາທີ່ 2, ເດືອນທິຖຸນາ 2012.

ສື່​ຂອງ​ລັດຖະບານ​ມຽນມາ ​ໄດ້ກ່າວຄໍາຍ້ອງຍໍຊົມ​ເຊີຍ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ຕໍ່ຜູ້​ນໍາ
ປະຊາທິປະໄຕ​ ທ່ານ​ນາງ Aung San Suu Kyi ຢູ່​ໃນ​ບົດ​ບັນນາທິການ ຊຶ່ງ​ເປັນ
​ສິ່ງ​ທີ່ຄາດ​ຄິດ​ກັນ​ບໍ່ເຖິງ​ເລີຍ ພຽງ​ເມື່ອ​ບໍ່​ເທົ່າໃດ​ເ​ດືອນກ່ອນ​ນີ້ ພາຍ​ໃຕ້​ກົດ​ໝາຍ​
ກວດກາທີ່​ເຄ່ງ​ຄັດ ຂອງປະ​ເທດ​ທີ່​ກໍາລັງມີການ​ປະຕິ​ຮູບ​ປ່ຽນແປງ​ນັ້ນ.

ຢູ່​ໃນ​ບົດ​ຂຽນທີ່​ມີ​ຫົວຂໍ້​ເລື້ອງ​ວ່າ “ເຖິງ​ບັນດາ​ຜູ້​ນໍາທັງຫລາຍ​ ທີ່​ເປັນຄວາມ​ຫວັງ​ຂອງ
ມຽນມາ” ນັ້ນ ໜັງສື​ພີ​ມ the New Light of Myanmar ​ ກ່າວ​ໃນ​ວັນ​ອັງຄາ​ນມື້ນີ້
​ວ່າ ອານາ​ຄົດຂອງ​ປະ​ເທດ ​ແມ່ນ “ຂື້ນ​ຢູ່​ທັງ​ໝົດ” ກັບການ​ຮ່ວມ​ມື​ຂອງທ່ານ​ນາງ
Aung San Suu Kyi ​ແລະ​ປະທາ​ນາ​ທິບໍດີ Thein Sein.

ຜ່ານ​ມາ ໜັງ​ສື​ພີ​ມດັ່ງກ່າວ ທີ່ເປັນ​ຂອງ​ລັດຖະບານ​ ​ແລະ​ຈັດ​ພິມເຜີ​ຍ​ແຜ່​ໂດຍ​ກະ​ຊວງ
​ຖະ​ແຫລ​ງຂ່າວ ແມ່ນໄດ້​ລາຍ​ງານ​ຂ່າວ​ແຕ່ພຽງ​ເລັກ​ນ້ອຍ​ ກ່ຽວ​ກັບ​ສະມາຊິກ​ສະພາ
ຝ່າຍຄ້ານທີ່​ຫາ​ກໍ​ຖືກ​ເລືອກ​ຕັ້ງ​ໃໝ່ທ່ານ​ນີ້ ນັບ​ຕັ້​ງ​ແຕ່​ທ່ານ​ນາງ​ໄດ້​ຖືກປ່ອຍ​ອອກຈາກ​
ການຖື​ກກັກ​ບໍລິ​ເວນ ​ໃນ​ປີ 2010 ນັ້ນ.

ທ່ານ​ນາງ ອອງ ຊານ ຊູ​ຈີ ທີ່​ໄດ້​ຮັບ​ລາງວັນໂນແບລຂະ​ແໜງສັນຕິ​ພາບ ​ໄດ້​ກັບ​ຄືນເຖິງ
​ປະ​ເທດ​ໃນ​ວັນ​ອາທິດຜ່ານ​ມາ ຫລັງ​ຈາກ​ການ​ຢ້ຽມຢາມ​ປະ​ເທດໄທ ຊຶ່ງ​ເປັນ​ການເດີນ
​ທາງຢ້ຽ​ມຢາມ​ຕ່າງປະ​ເທດ​ຄັ້ງ​ທໍາ​ອິດ​ໃນລະຍະ 24 ປີ. ການ​ເດີ​ນທາງ​ຄັ້ງ​ນີ້ໄດ້​ຖືກ​ເບິ່ງ
ເຫັນ​ວ່າ ​ເປັນ​ຮ່ອງຮອຍ​ສະ​ແດງ​ເຖິງຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ນາງ ​ໃນການ​ປະຕິ​ຮູ​ບທາງ
ການ​ເມືອງ​ຢູ່ໃນ​ມຽນມານັ້ນ ຊຶ່ງ​ແຕ່ກ່ອນ ທ່າ​ນນາງ​ໄດ້​ປະຕິ​ເສດທີ່​ຈະ​ເດີນທາງອອກ
​ນອກ​ປະ​ເທດ ​ເພາະ​ຢ້ານກົວວ່າ​ເຈົ້າ​ໜ້າ​ທີ່​ຈະ​ບໍ່​ໃຫ້​ທ່ານນາງ​ກັັບ​ຄືນ​ເຂົ້າ​ມາ​ປະ​ເທດອີກ.