ກຸ່ມສິດທິມະນຸດສາກົນຊັ້ນນໍາກຸ່ມນຶ່ງ ໄດ້ກ່າວຫາມຽນມາ ວ່າ
ກໍ່ອາຊະຍາກໍາສົງຄາມ ແລະຂ້າລ້າງເຜົ່າພັນ ໂດຍອ້າງອິງ
ຫລັກຖານໃສ່ຂຸມຝັງສົບໝູ່ ແລະການບັງຂັບໃຫ້ປະຊາຊົນ
ຕ້ອງໄດ້ຍົກຍ້າຍຖິ່ນຖານ ບໍ່ມີທີ່ຢູ່ອາໄສ.
ອົງການສີ້ງຊອມສິດທິມະນຸດ Human Rights Watch ທີ່ມີ
ຫ້ອງການຢູ່ນະຄອນນິວ ຢອກ ໄດ້ເຜີຍແຜ່ລາຍງານ 156 ໜ້າ
ໃນວັນຈັນມື້ນີ້ ກ່າວຫາ ເຈົ້າໜ້າທີ່ມຽນມາ ພ້ອມທັງພວກຄູບາ
ວ່າ ພາກັນວາງແຜນການປຸກລະດົມໃຫ້ມີການກວດລ້າງຕ້ານ
ຊາວມຸສລິມ Rohingya ຊົນເຜົ່ານ້ອຍຂອງປະເທດ ທີ່ໄດ້ສົ່ງ
ຜົນໃຫ້ຫລາຍຮ້ອຍຄົນເສຍຊີວິດ ແລະຫລາຍກວ່າ 125,000
ພັນຄົນຕ້ອງໄດ້ໜີອອກຈາກບ້ານເຮືອນຂອງເຂົາເຈົ້າ.
ຮອງຜູ້ອໍານວນການກຸ່ມ HRW ປະຈໍາເຂດເອເຊຍ ທ່ານ Phil
Robertson ກ່າວວ່າ HRW ຢາກເຫັນຜູ້ຮັບຜິດຊອບ ຖືກນໍາ
ມາຮັບໂທດກໍາ. ທ່ານເວົ້າວ່າ:
“ສິ່ງທີ່ພວກເຮົາຮຽກຮ້ອງກໍຄື ໃຫ້ມີການສືບສວນເບິ່ງວ່າ ແມ່ນໃຜຄວນຖືກຈັບ
ມາດໍາເນີນຄະດີ ສໍາລັບການກໍ່ໂທດກໍາຕ້ານມະນຸດຊາດດັ່ງກ່າວນີ້ ຮວມທັງ
ເລື່ອງອື່ນໆນໍາທີ່ຕ້ອງມີຄົນຮັບຜິດຊອບ. ປັດຈຸບັນນີ້ ເຖິງແມ່ນວ່າ ມັກມີການ
ເອີ່ຍເຖິງຄວາມຮຸນແຮງຢູ່ໃນມຽນມາ ວ່າເປັນບັນຫາລະຫວ່າງປະຊາຄົມແລະ
ເປັນຄວາມກຽດຊັງທີ່ຝັງແໜ້ນ ລະຫວ່າງສອງປະຊາຄົມກໍຕາມ ການພົບເຫັນ
ຂອງພວກເຮົາຢູ່ໃນ ລັດ Arakan ທີ່ຮູ້ກັນອີກວ່າ ລັດ Rakine ນັ້ນ ກໍຢືນຢັນ
ວ່າ ລັດຖະບານໄດ້ມີສ່ວນພົວພັນນໍາຢ່າງກວ້າງຂວາງ ແລະມີການວາງແຜນ
ໃນການສັງຫານ ແລະທໍາລາຍຊັບສົມບັດ ຕະຫລອດທັງການບີບບັງຄັບໃຫ້
ປະຊາຊົນຕ້ອງໜີຈາກບ້ານເຮືອນ ແລະບໍ່ມີທີ່ຢູ່ອາໄສ.”
ລາຍງານກ່າວວ່າ ລັດຖະບານມຽນມາ ບັນດາເຈົ້າໜ້າທີ່ທ້ອງຖິ່ນ ທະຫານ ທະຫານເຮືອ ແລະຕໍາຫລວດ ໄດ້ຊຸກຍູ້ໃຫ້ເຜົ່າ Arakan ຢູ່ພາກຕາເວັນຕົກຂອງມຽນມາ ປະສານງານ
ກັນທໍາການໂຈມຕີ ຄຸ້ມແລະໝູ່ບ້ານຕ່າງໆຂອງຊາວມຸສລິມ ໃນເດືອນຕຸລາປີກາຍນີ້ ເພື່ອ
ຮາວີນາບຂູ່ໃຫ້ຢ້ານກົວ ແລະບັງຂັບໃຫ້ເຂົາເຈົ້າຕ້ອງຍົກຍ້າຍໜີໄປ.
ອົງການສິດທິມະນຸດ HRW ຮຽກຮ້ອງໃຫ້ມຽນມາ ຈົ່ງຮັບເອົາກໍາມະການສືບສວນນາໆຊາດທີ່ເປັນເອກກະລາດ ເພື່ອສືບສວນ ເລື້ອງການກໍ່ອາຊະຍາກໍາຕ້ານມະນຸດຊາດ ແລະ
ໃຫ້ທໍາການແກ້ໄຂປ່ຽນແປງໃໝ່.

Your browser doesn’t support HTML5
Burma Rights