ມຽນມາ ປະກາດປ່ອຍ ນັກໂທດ ທ່າມກາງຄວາມ ສົງໄສຂອງພວກກຸ່ມສິດທິ

  • ໄພສານ ວໍຣະຈັກ

ພວກນັກໂທດມຽນມາຈຳນວນນຶ່ງ ພວມພາກັນຍ່າງອອກມາ ຈາກຄຸກ ໃຫຍ່ Insein ທີ່ນະຄອນຢ່າງກຸ້ງໃນວັນພຸດທີ 12 ຕຸລາມື້ນີ້ຫຼັງຈາກ ທາງການມຽນມາປະກາດ ກ່ຽວກັບການເລີ່ມປ່ອຍ ນັກໂທດຫຼາຍກວ່າ 6,300 ຄົນ.

ມຽນມາ​ໄດ້ປ່ອຍນັກໂທດຫຼາຍສິບ​ຄົນໃນ​ວັນ​ພຸດ​ມື້​ນີ້ ອັນເປັນພາກສ່ວນນຶ່ງ ຂອງແຜນການ ໃຫ້ອະໄພຍະໂທດທົ່ວໄປຄັ້ງໃຫຍ່ ຊຶ່ງມີພວກນັກໂທດການເມືອງ ຮວມຢູ່ນໍາ​ດ້ວຍ. ແຕ່ກຸ່ມ ປົກປ້ອງສິດທິມະນຸດຊັ້ນ​ນໍາກຸ່ມນຶ່ງ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ແຜນການປ່ອຍນັກໂທດນັ້ນ​ແລະ ​ກ່າວວ່າ ເປັນພຽງການຫຼອກລວງທີ່ບໍ່ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງຢ່າງແທ້ຈິງໃດໆ ທັງໝົດໃນດ້ານນະໂຍບາຍ. Daniel Schearf ຜູ້ສື່ຂ່າວຂອງວີໂອເອ ມີລາຍງານກ່ຽວກັບ ເລື່ອງນີ້ຈາກບາງກອກ

ໂທລະພາບຂອງທາງການມຽນມາ​ໄດ້ປະກາດໃນວັນອັງຄານວານນີ້ວ່າ ພວກເຈົ້າໜ້າທີ່
ຈະປ່ອຍພວກນັກໂທດ 6,300 ກວ່າຄົນ ອັນເປັນພາກສ່ວນນຶ່ງ ໃນການໃຫ້ອະໄພຍະ
ໂທດຂອງລັດຖະບານ.

ວິທະຍຸແລະໂທລະພາບຊ່ອງ 4 ຂອງທາງການມຽນມາກ່າວວ່າ ພວກເຈົ້າໜ້າທີ່ໄດ້ກະ
ກຽມບັນຊີລາຍຊື່ຂອງພວກນັກໂທດທີ່ຈະຖືກປ່ອຍ​ແລ້ວແຕ່ບໍ່ໄດ້ລະບຸຊື່ນັກໂທດຄົນໃດໆ
ເລີຍ.

ຜູ້ປະກາດຂ່າວເວົ້າວ່າ ພວກນັກໂທດທີ່ໄດ້ຮັບໃຊ້ໂທດຂອງເຂົາເຈົ້າ ເປັນບາງສ່ວນແລ້ວ
ໂດຍ​ໄດ້ມີການປະພຶດດີຈະຖືກປ່ອຍ ພາຍໃຕ້ການໃຫ້ອະໄພຍະໂທດ ເພື່ອເຫັນແກ່ມະນຸດ
ສະທຳໂດຍປະທານາທິບໍດີ Thein Sein ແລະຜູ້ປະກາດຂ່າວເວົ້າຕໍ່ໄປວ່າພວກນັກໂທດ
6,359 ຄົນຈະຖືກປ່ອຍເລີ່ມແຕ່ວັນພຸດມື້ນີ້ເປັນຕົ້ນໄປ ເພື່ອໃຫ້ເປັນການສອດຄ່ອງກັບກົດ
ໝາຍລັດຖະທຳມະນູນຂອງປະເທດ.

ໜັງສືທີ່ຂຽນໃນຈໍໂທລະພາບ ໃນລະຫວ່າງທີ່ມີການປະກາດນັ້ນໄດ້ກ່າວຢໍ້າເຖິງທ່າທີຂອງ
ລັດຖະບານມຽນມາ ທີ່ວ່າບໍ່ມີພວກນັກໂທດການເມືອງ ຖືກຄຸມຂັງຢູ່ໃນມຽນມາມີແຕ່ພວກ
ຄົນຮ້າຍທີ່ມີຄວາມຜິດທາງອາຍາທໍ່ນ້ັນ.

ແຕ່ຢ່າງ​ໃດ​ກໍ​ຕາມ ​ລາຍງານຂ່າວລ່າສຸດຂອງວີໂອເອແຈ້ງວ່າ ມີພວກນັກໂທດການເມືອງ
ຫຼາຍກວ່າ 50 ຄົນໄດ້ຖືກປ່ອຍ ຮວມທັງພວກນັກເຄື່ອນໄຫວທີ່ມີຊື່ສຽງຈຳນວນນຶ່ງນຳ.

ໜັງສືພິມ New Light of Myanmar ຂອງທາງການ ສະບັບທີ່ອອກໃນວັນອັງຄານ
ວານນີ້ໄດ້ພິມເຜີຍແຜ່ຄຳຮຽກຮ້ອງ ຂອງຄະນະກຳມາທິການສິດທິມະນຸດຂອງມຽນມາທີ່
ຂໍໃຫ້ປະທານາທິບໍດີ Thein Sein ປ່ອຍພວກນັກໂທດຈິດສຳນຶກ. ໃນມື້ວັນຈັນຜ່ານ​ມາ
ນີ້ ຮອງລັດຖະມົນຕີການຕ່າງປະເທດນໍເວ ກ່າວຕໍ່ວິທະຍຸວີໂອເອ ພາກພາສາມຽນມາວ່າ ປະທານສະພາແຫ່ງຊາດຂອງມຽນມາ ທ່ານ Thura Shwe Mann ໄດ້ໃຫ້ການຄໍ້າປະ
ກັນແກ່ທ່ານວ່າ ພວກນັກໂທດການເມືອງຈະເລີ່ມຖືກປ່ອຍພາຍໃນສອງສາມມື້ຂ້າງໜ້ານີ້.

ແຕ່ແນວໃດກໍຕາມ ພວກຕຳໜິຕິຕຽນລັດຖະບານມຽນມາກ່າວວ່າ ເຖິງແມ່ນໄດ້ມີການ
ປ່ອຍພວກນັກໂທດການເມືອງກໍດີ ນັ້ນບໍ່ໄດ້ໝາຍຄວາມວ່າມີການປ່ຽນແປງໃນດ້ານນະ
ໂຍບາຍຂອງພວກເຈົ້າໜ້າທີ່ມຽນມາ.

ທ່ານ Bo Kyi ໂຄສົກຂອງສະມາຄົມພວກນັກໂທດການເມືອງມຽນມາທີ່ມີສຳນັກງານ
ຢູ່ປະເທດໄທກ່າວວ່າ ການປະຕິເສດຂອງພວກເຈົ້າໜ້າທີ່ ຕໍ່​ການຮັບຮູ້ວ່າ ມີພວກນັກ
ໂທດການເມືອງຢູ່ໃນມຽນມານັ້ນ ແມ່ນໝາຍຄວາມວ່າພວກນັກໂທດການເມືອງຍັງຈະ
ສືບຕໍ່ມີປະວັດວ່າ ​ໄດ້​ກະທໍາຄວາມຜິດດ້ານອາຍາ.

ທ່ານເວົ້າວ່າ ພວກທະນາຍຄວາມ ທີ່ຖືກຈັບຍ້ອນໄດ້ທຳການຕໍ່ສູ້ຄະດີໃຫ້ແກ່ພວກນັກ
ເຄື່ອນໄຫວເພື່ອປະຊາທິປະໄຕນັ້ນ ຈະບໍ່ສາມາດເຮັດວຽກ ກ່ຽວກັບເລື່ອງກົດໝາຍໄດ້
ອີກ ແລະພວກນັກສຶກສາທີ່ຖືກຕັດສິນໂທດ ຍ້ອນພາກັນປະທ້ວງນັ້ນກໍຈະບໍ່ໄດ້ຮັບອະ
ນຸຍາດໃຫ້ຮຽນຕໍ່ໄດ້.

ທ່ານ Bo Kyi ເວົ້າວ່າ “ສະຫະພາບຢູໂຣບຫຼືສະຫະລັດ ຄວນພິຈາລະນາເບິ່ງ ແລະບາງທີຄວນຈະຕີຄວາມໝາຍຢ່າງລະມັດລະວັງ ໃນສິ່ງທີ່ພວກເຈົ້າໜ້າທີ່
ມຽນມາເວົ້າອອກ​ມາ. ປັດຈຸບັນນີ້ ຂ້າພະເຈົ້າຍັງບໍ່ເຫັນວ່າ ມີການປ່ຽນແປງ
ໃດໆ ໃນດ້ານນະໂຍບາຍເລີຍ. ດັ່ງນັ້ນ ສິ່ງທີ່ພວກເຮົາຕ້ອງການກໍຄື ທຳອິດ
ແມ່ນການປ່ຽນແປງ ໃນດ້ານນະໂຍບາຍ ໂດຍຮັບຮູ້ພວກນັກໂທດເຫຼົ່ານີ້ວ່າ
ເປັນນັກໂທດການເມືອງ ແລະກໍປ່ອຍພວກເຂົາເຈົ້າໃນຖານະທີ່ເປັນພວກນັກ
ໂທດການເມືອງ.”

ທ່ານ Bo Kyi ກ່າວຕໍ່​ໄປວ່າ ການໃຫ້ອະໄພຍະໂທດທີ່ວ່ານີ້ແມ່ນເປັນແຜນການຫຼອກ
ລວງເພື່ອຢາກໃຫ້ມີການຍົກເລີກການລົງໂທດທາງດ້ານເສດຖະກິດຕໍ່ມຽນມາແລະເພື່ອ
ໃຫ້ມຽນມາ ໄດ້ຮັບການສະໜັບສະໜຸນເພີ່ມຂຶ້ນ ໃນການເປັນເຈົ້າພາບຈັດກອງປະຊຸມ
ສຸດຍອດຂອງສະມາຄົມບັນດາປະຊາຊາດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ໃນປີ
2014.

ທ່ານໃຫ້ຂໍ້ສັງເກດວ່າແມ່ນ​ແຕ່​ໃນ​ຂະນະ​ທີ່ມີການປະກາດໃຫ້ອະໄພຍະໂທດຢູ່​ນັ້ນພວກ
ນັກເຄື່ອນໄຫວການເມືອງ ທີ່ຖືກຈັບກຸມເມື່ອໄວໆມານີ້ກຳລັງຖືກດຳເນີນຄະດີຢູ່ ແລະ
ນັກຂ່າວຄົນ​ນຶ່ງທີ່ຖືກ​ຄຸມ​ຂັງ​ຍ້ອນໄດ້ຖ່າຍຮູບເອົາບ່ອນທີ່ມີການໂຈມຕີດ້ວຍລະເບີດນັ້ນ ກໍໄດ້ຖືກເພີ່ມໂທດຕິດຄຸກໃຫ້ດົນຂຶ້ນ.

ເມື່ອວັນຈັນຜ່ານ​ມານີ້ ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ
ທ່ານ Kurt Campbell ​ໄດ້ກ່າວຕໍ່ກອງປະຊຸມ​ໃຫ້​ສໍາພາດ​ຂ່າວຢູ່ບາງກອກວ່າ ໄດ້ມີ
ການປ່ຽນແປງໃຫຍ່ໆ​ຫລາຍ​ຢ່າງຢູ່ໃນມຽນມາ ແຕ່ວໍຊິງຕັນກໍ​ກໍາລັງ​ລໍຖ້າເບິ່ງການປ່ຽນ
ແປງທີ່ມີແກ່ນສານເພີີ່ມຕື່ມ.

ທ່ານ Campbell ເວົ້າວ່າ “ພວກເຮົາກຳລັງກຽມ​ໂຕ​ ສໍາລັບບັ້ນຕອນໃໝ່ ໃນ
ຄວາມສຳພັນຂອງພວກເຮົາ ແລະພວກເຮົາ ກໍກຳລັງຕິດຕາມເບິ່ງ ຢ່າງລະ
ມັດລະວັງ ກ່ຽວກັບການເຄື່ອນໄຫວຕ່າງໆຢູ່ໃນມຽນມາ ແລະຂ້າພະເຈົ້າຄິດ
ວ່າມັນເປັນສິ່ງທີ່ຍຸຕິທຳທີ່ຈະກ່າວວ່າພວກເຮົາຈະສະໜອງຕອບໃນການເອົາ
ບາດກ້າວທີ່ໃກ້ຄຽງກັນ.”

ທ່ານ Campbell ໄດ້ກ່າວເຖິງ ການປ່ອຍພວກນັກໂທດການເມືອງວ່າ ຮວມຢູ່ໃນບັນ
ດາບາດກ້າວທີ່ສະຫະລັດຕ້ອງການຢາກເຫັນມຽນມາດຳເນີນນັ້ນ.