ສານມຽນມາ ຈະຟັງການຂໍ ປະກັນໂຕ ທ່ານ Dunkley

  • ໄພສານ ວໍຣະຈັກ

پاکستان کے یوم جمہوریہ پر واشنگٹن میں تقریب

ສານມຽນມາໄດ້ຕົກລົງ ທີ່ຈະຮັບຟັງການຖົກຖຽງໂຕ້ແຍ້ງ
ໃນສັບປະດາໜ້າ ກ່ຽວກັບການຂໍປະກັນໂຕ ຜູ້ເຮັດໜັງສື
ພິມຄົນອອສເຕຣເລຍທີ່ຖືກຈັບເມື່ອ 3 ອາທິດກ່ອນແລະ
ຖືກຄຸມຂັງຢູ່ທີ່ຄຸກ Insein ຊຶ່ງເປັນຄຸກທີ່ມີຊື່ສຽງບໍ່ດີທີ່ນະ
ຄອນຢ່າງກຸ້ງ.

ນາຍ Ross Dunkley ຜູ້ເຮັດໜັງສືພິມ Myanmar
Times ໄດ້ຖືກຈຳຄຸກ ນັບແຕ່ວັນທີ 10 ເດືອນກຸມພາ
ເປັນຕົ້ນມາໃນຂໍ້ຫາກ່ຽວກັບການເຂົ້າເມືອງທີ່ບໍ່ຖືກຕ້ອງ.
ນອກນັ້ນໃນສັບປະດາແລ້ວ ລາວຍັງໄດ້ຖືກກ່າວຫາເພີ່ມ
ຕື່ມວ່າຂົ່ມຂືນ ແລະມອມຢາແມ່ຍິງອາຍຸ 29 ປີຄົນນຶ່ງຊຶ່ງໃນເວລາຕໍ່ມາຕ້ອງການຢາກຈະ
ຖອນສຳນວນຟ້ອງຂອງນາງ ຍ້ອນນາງເວົ້າວ່າ ນາງພວມຖືພາມານແລະບໍ່ສາມາດໄປຂຶ້ນ
ສານໄດ້.

ນາຍ Dunkley ທີ່ກ່າວວ່ າລາວເປັນຜູ້ບໍລິສຸດນັ້ນໄດ້ຖືກປະຕິເສດບໍ່ໃຫ້ປະກັນໂຕໃນການ
ຮັບຟັງຄຳໃຫ້ການ ເມື່ອສັບປະດາແລ້ວ ແລະໄດ້ຖືກສົ່ງກັບຄືນໄປເຂົ້າຄຸກອີກ. ມີການອ້າງ
ຄຳເວົ້າຂອງພວກທະນາຍຄວາມນາຍ Dunkley ທີ່ກ່າວວ່າການດຳເນີນຄະດີອາດໃຊ້ເວລາ
ດົນເຖິງ 3 ເດືອນ.

ໝູ່ເພື່ອນຂອງນາຍ Dunkley ຫຼາຍໆຄົນ ໄດ້ສະເໜີແນະວ່າ ການຟ້ອງຮ້ອງທີ່ວ່ານີ້ແມ່ນ
ກ່ຽວຂ້ອງກັບການຕໍ່ສູ້ ເພື່ອຊອກຫາທາງຄວບຄຸມໜັງສືພິມ Myanmar Times ລະ
ຫວ່າງນາຍ Dunkley ແລະຮຸ້ນສ່ວນຝ່າຍມຽນມາຄືທ່ານ Tin Htun Oo. ແຕ່ທ່ານ Tin
Htun Oo ກ່າວຕໍ່ວິທະຍຸອອສເຕຣເລຍ ໃນວັນພະຫັດວານນີ້ວ່າບໍ່ໄດ້ມີການຜິດຖຽງກັນ
ເກີດຂຶ້ນແລະທ່ານ ເອງກໍພ້ອມແລ້ວທີ່ຈະ ຈ່າຍຄ່າປະກັນໂຕຮຸ້ນສ່ວນຂອງທ່ານ ຖ້າສານ
ຫາກອະນຸຍາດໃຫ້ເລື່ອງດັ່ງກ່າວ ເປັນໄປໄດ້.

ຄະດີດັງກ່າວນີ້ໄດ້ມີຜົນໃນທາງລົບຕໍ່ພວກເຮັດໜັງສືພິມເອກກະຊົນຕ່າງໆໃນມຽນມາ
ຊຶ່ງຫຼາຍສະບັບໄດ້ສ້າງຄວາມໂກດແຄ້ນ ໃຫ້ແກ່ພວກທະຫານທີ່ປົກຄອງປະເທດ ຍ້ອນ
ໄດ້ລົງຂ່າວກ່ຽວກັບການປ່ອຍຜູ້ນຳພັກຝ່າຍຄ້ານມຽນມາ ທ່ານນາງອອງຊານຊູຈີຈາກ
ການກັກບໍລິເວນໃນປີກາຍນີ້.