ປະທານນາທິບໍດີມຽນມາ ພົບປະກັບ ຜູ້ແທນສະຫະພັນກະຫລ່ຽງ

ປະທານາທິບໍດີມຽນມາ ທ່ານ Thein Sein (ຊ້າຍມື) ຈັບມືຖາມສະບາຍ ກັບບັນດາຜູ້ແທນ ສັນຕິພາບຈາກກູ່ມກະບົດກະຫລ່ຽງ ທີ່ເມືອງຫລວງ Naypyitaw, ວັນທີ 7, ເດືອນເມສາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາກ່າວ​ວ່າ ປະທານາທິບໍດີ Thein Sein ​ໄດ້​ພົບ​ປະ​ໃນ​ວັນ​ເສົາ​ມື້​ນີ້
ກັບຜູ້​ແທນ​ສັນຕິພາບ​ຄະນະ​ນຶ່ງ ຈາ​ກຸ່ມ​ກະບົດ ສະຫະພັນຊາດກະຫລ່ຽງ​ ຫລື KNU.

ການ​ພົບ​ປະກັນດັ່ງກ່າວ ຊຶ່ງ​ດໍາ​ເນີນ​ໄປ​ເປັນ​ເວລາ​ຊົ່ວ​ໂມງ​ກ່ວາໆ ​ແມ່ນ​ເປັນ​ເທື່ອ​ທໍາ​ອິດ
ທີ່​ປະທານາທິບໍດີ​ມຽນມາ ​ໄດ້​ໂອ​ລົມ​ກັບ​ພວກ​ຜູ້​ນໍາ​ກຸ່ມ​ກະບົດ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ອອກ​
ຄໍາ​ຮຽກຮ້ອງ​ໃຫ້​ມາ​ສົນ​ທະ​ນາ​ຫາລື​ກັນ ໃນ​ເດືອນ​ສິງຫາ​ປີ​ກາຍ​ນີ້.

ຄະນະ​ຜູ້​ແທນ​ຂອງ​ກຸ່ມ KNU ​ໄດ້​ເດີນທາງ​ໄປ​ຍັງ​ນະ​ຄອນ​ຢ່າງກຸ້ງ​ແລະ​ຢູ່​ທີ່​ນັ້ນ​ມາ​ໄດ້​
ຫລາຍ​ມື້​ແລ້ວ ​ເພື່ອ​ເຈລະຈາ​ສັນຕິພາບ​ກັບ​ຝ່າຍ​ລັດຖະບານ ​ແຕ່​ຜູ້​ຕາງໜ້າ​ຈໍານວນ​ນຶ່ງ​
ໄດ້​ຖືກນໍາ​ຂຶ້ນ​ເຮືອບິນ ​ພາ​ໄປ​ຍັງ​ນະຄອນຫລວງ​ເນ​ປີ​ດໍ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ພົບ​ປະ​ສົນ
ທະນາ​ກັບ​ທ່ານ ​ເທັນ ​ເຊ​ນ.

ໃນ​ວັນ​ສຸກ​ວານ​ນີ້ ຄະນະ​ຜູ້​ແທນກະຫລ່ຽງ ກັບ​ຝ່າຍລັດຖະບານ​ ໄດ້​ພົບ​ປະກັນ​ຢູ່​ຢ່າ​ງກຸ້ງ ​
ແລະ​ໄດ້​ເຊັນ​ສັນຍາ 13 ຂໍ້​ນໍາ​ກັນ ກ່ຽວ​ກັບ​ວິທີ​ການ​ຊຸກຍູ້​ຂັ້ນ​ຕອນ​ສ້າງສັນ​ຕິ​ພາບໃຫ້ກ້າວ​
ໄກ​ໄປ​ໜ້າ.

ກຸ່ມ​ປະກອບ​ອາວຸດ​ຂອງ​ສະຫະພັນຊາດກະຫລ່ຽງ​ ຫລື KNU ​ໄດ້​ທໍາ​ການ​ຕໍ່ສູ້​ກັບ​ທາງ
ການ​ມຽນມາ ມາ​ຕັ້ງ​ແຕ່​ປີ 1949. ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ໄດ້ທວງ​ໃຫ້​ມຽນມາ​ສ້າງ
ສັນ​ຕິ​ພາບ​ກັບ​ພວກ​ກຸ່ມ​ກະບົດ ​ໃນ​ຖານະ​ເປັນ​ເງື່ອນ​ໄຂ​ນຶ່ງ ສໍາລັບ​ການ​ຜ່ອນຜັນ​ການ​ລົງ
ໂທດ​ທາງ​ເສດຖະກິດ​ແລະ​ການ​ເມືອງ ຕໍ່​ມຽນມາ​ນັ້ນ.