ປະທານາທິບໍດີມຽນມາ ເດີນທາງໄປ ຢ້ຽມຢາມຢູໂຣບ

ປະທານາທິບໍດີ ມຽນມາ ທ່ານ Thein Sein ເດີນອອກທາງ ໄປຢ້ຽມຢຽມ ຫລາຍປະເທດໃນຢູໂຣບ, ວັນທີ 25 ກຸມພາ 2013.

ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາ ກ່າວ​ວ່າ ປະທານາທິບໍດີ Thein
Sein ​ໄດ້​ອອກເດີນທາງໄປ​ຍັງຢູ​ໂຣບ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ
ທໍາ​ການສົນທະນາ​ໃນ​ລະດັບ​ສູງ​ ກັບສະຫະພາບຢູ​ໂຣບ ​ໃນ​
ຂະນະ​ທີ່​ມຽນມາ​ຜູກ​ສາຍ​ພົວພັນຢ່າງ​ເລິກ​ເຊິ່ງຂຶ້ນ ກັບຝ່າຍ​
ຕາ​ເວັນ​ຕົກ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກ່ອນ​ອື່ນ ທ່ານ Thein Sein ຈະ​
ບິນ​ໄປປະ​ເທດນໍ​ເວ ຕິດຕາມ​ດ້ວຍ ຟິນ​ແລນ ອອສ​ເຕ​ຣຍ
​ແບລຢ້ຽມ ​ແລະ ອີ​ຕາ​ລີ.

ຫົວ​ຂໍ້​ໃຫຍ່​ຂອງການ​ສົນທະນາ ຄາດ​ວ່າ ​ຈະແມ່ນ​ເລື້ອງການ​
ລົງ​ໂທດ ການຊ່ວຍ​ເຫລືອ​ດ້ານ​ການພັດທະນາ ການປະຕິ​ຮູບ
ດ້ານ​ເສດຖະກິດ ປະຫວັດ​ດ້ານ​ສິດທິ​ມະນຸດຂອງ​ມຽນມາ ​
ແລະ​ເລື້ອງຄວາມພະຍາຍາມໃນ​ການ​ເຈລະຈາ​ສັນຕິພາບ ​ໃນ​ບັນຫາ​ຂັດແຍ້​ງພາຍ​ໃນ​
ຂອງ​ມຽນມາ ທີ່​ກໍາລັງ​ດໍາ​ເນີນ​ໄປ ​ໃນລະຫວ່າງ​ຊົນ​ເຜົ່າຕ່າງໆ​ນັ້ນ.

ສະຫະພາບຢູ​ໂຣບ ​ໄດ້​ສະໜອງຕອບໃນ​ເດືອນ​ເມສາ​ແລ້ວ​ນີ້ ຕໍ່ການ​ປະຕິ​ຮູບຫລາຍໆບັ້ນ
ພາຍ​ໃຕ້​ລັດຖະບານ​ຂອງ ທ່ານ Thein Sein ນັ້ນ ​ໂດຍການ​ຍົກ​ເລີກ​ການ​ລົງ​ໂທດ​ທັງໝົດ
ຍົກ​ເວັ້ນ​ແຕ່ການຫ້າມ​ທາງ​ດ້ານ​ອາວຸດ ​ໃນ​ຂະນະ​ທີ່ສະຫະລັດກໍ​ໄດ້ລົບ​ລ້າ​ງການ​ລົງໂທດ
ດ້ານການ​ຄ້າ​ ​ແລະ​ການ​ລົງທຶນທີ່​ສໍາ​ຄັນ ຫລາຍໆ​ຢ່າງ.