ຜູ້ນຳຝ່າຍຄ້ານ ມຽນມາ ເຕືອນກ່ຽວກັບ ການສໍ້ໂກງ ຄະແນນສຽງ

  • ໄພສານ ວໍຣະຈັກ

ຜູ້ນຳຝ່າຍຄ້ານມຽນມາ ທ່ານນາງອອງຊານ ຊູຈີ (ຂວາ) ແລະລັດຖະມົນຕີການຕ່າງປະເທດການາດາ ທ່ານ John Baird (ຊ້າຍ) ຖະແຫຼງຂ່າວຮ່ວມກັນ ລຸນຫຼັງການພົບປະທີ່ເຮືອນຂອງທ່ານນາງ ໃນນະຄອນຢ່າງກຸ້ງ (8 ມີນາ 2012)

ຜູ້ນຳ​ປະຊາທິປະ​ໄຕ​ຂອງ​ມຽນມາ ທ່ານ​ນາງ​ອອງຊານ ຊູ​ຈີ ​ໄດ້​ເຕືອນ ເຖິງຄວາມ​ເປັນ​ໄປ​ໄດ້ ​
ກ່ຽວ​ກັບ​ການ​ສໍ້​ໂກງ​ຄະ​ແນນ​ສຽງ ​ໃນການປ່ອນ​ບັດເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ​ເດືອນ​ໜ້າ
ໂດຍ​ເວົ້າວ່າ​ເປັນ​ທີ່​ປະກົດ​ວ່າ​ບັນຊີ​ລາ​ຍຊື່​ຜູ້​ມີ​ສິດ​ປ່ອນບັດ​ຂອງ​ລັດຖະບານໃນ​ການ​ເລືອກ​ຕັ້ງ
ເພີ່ມ ​ແມ່ນ​ຮວມທັງ​ພວກທີ່​ເສຍ​ຊີວິດ​ໄປແລ້ວ​ເປັນ​ຈຳນວນ​ຫຼວງຫຼາຍ.

ທ່ານ​ນາງ​ອອງຊານ​ ຊູ​ຈີ ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ຊຶ່ງພັກ​ສັນນິບາດ
​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງທ່ານນາງ ຈະ​ເຂົ້າ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ໃນ​ສະພາ ໃນ​ການ
ເລືອກ​ຕັ້ງ​ໃນ​ວັນ​ທີ 1 ເມສາ​ຈະ​ມານີ້ ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ ຢູ່ນອກ​ນະຄອນ​ຢ່າງ​ກຸ້ງ ໃນ
ວັນ​ພະຫັດ​ວານ​ນີ້.

ທ່ານ​ນາງ​ອອງຊານ ​ໃຫ້​ຄວາມ​ເຫັນ​ທີ່​ວ່າ​ນີ້ ລຸນ​ຫຼັງການ​ພົບ​ປະ​ກັບ​ລັດຖະມົນຕີການ​ຕ່າງປະ
ເທດ​ກາ​ນາ​ດາທ່ານ John Baird ຊຶ່ງ​ປະ​ເທດ​ຂອງ​ທ່ານ​ໄດ້​ຮ່ວມສົມທົບ​ກັບປະ​ເທດ​ຕາເວັນ
ຕົກ​ອື່ນໆ​ໃນ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຕໍ່​ມຽນມາ​ແລະ​ອະດີດ​ພວກ​ຜູ້ນຳ​ທາງທະຫານ
ຂອງ​ປະ​ເທດ​ດັ່ງກ່າວ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຍັງ​ໄດ້ຈົ່ມ​ທຸກ​ກ່ຽວ
ກັບ​ການ​ຈຳກັດ​ຮັດ​ແຄບ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ຮວມທັງ​ການ​ຫ້າມຂອງ​ລັດຖະບານ​ເມື່ອ
ໄວໆ​ມານີ້ບໍ່​ໃຫ້​ພັກ​ຂອງ​ທ່ານ​ນາງ​ໃຊ້​ສະໜາມກິລາ​ໃນ​ການໂຮມ​ຊຸມນຸມ​ກັນນັ້ນ​.