ທ່ານນາງອອງຊານຊູຈີ ຈົດທະບຽນພັກ NLD ແລະໄປຢ້ຽມສະພາ

  • ໄພສານ ວໍຣະຈັກ

ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ຖ່າຍຮູບຮ່ວມກັນກັບທ່ານ Shwe Man ປະທານສະພາ ມຽນມາ ທີ່ນະຄອນຫຼວງເນປີດໍ ລະຫວ່າງທີ່ທ່ານນາງໄປຢ້ຽມ (23 ທັນວາ 2011)

ຜູ້ນຳ​ປະຊາທິປະ​ໄຕ​ມຽນມາ​ທ່ານ​ນາ​ງອອງຊານ​ຊູ​ຈີ ​ໄດ້​ຈົດ​ທະບຽນ​ພັກ​ສັນນິບາດແຫ່ງຊາດ
ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ​ເປັນ​ພັກ​ການ​ເມືອງ​ຢ່າງ​ເປັນທາງ​ການ​ໃນ​ມື້ວັນ​ສຸກ​ວານ​ນີ້
ເພື່ອ​ແຜ້ວ​ທາງ​ໄປ​ສູ່​ການ​ສະມັກ​ເຂົ້າ​ແຂ່ງຂັ​ນ​ເອົາ​ບ່ອນ​ນັ່ງຢູ່​ໃນ​ສະພາ​ແຫ່ງ​ຊາດ.

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ​ເຂົາ​ເຈົ້າຈະ​ສະມັກ​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງສ້ອມ​ຈຳນວນ​ນຶ່ງ​ຊຶ່ງ​
ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້ ​ເວລາ​ໃດ​ການ​ຈົດ​ທະບຽນ​ຫາກ​ໄດ້​ຮັບ​ການ​ອະນຸມັດ​ ຢ່າງ​ເປັນ​ທາງ​ການ
ແລ້ວທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ພາຍ​ນຶ່ງ​ອາທິດ. ທ່ານ​ນາງອອງຊານ​ຊູ​ຈີ​ຍັງ​ບໍ່​ທັນ​ປະກາດໃຫ້​ຊາບ
ເທື່ອ​ກ່ຽວ​ກັບ​ເຂດ​ເລືອກ​ຕັ້ງທີ່​ທ່ານ​ນາງຄາດ​ວ່າ​ຈະ​ສະມັກ​ເຂົ້າ​ແຂ່ງຂັນ.

ນອກ​ນັ້ນ​ແລ້ວ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງສັນຕິພາບ​ຍັງ​
ໄດ້​ໄປ​ຢ້ຽມ​ສະພາ​ແຫ່ງ​ຊາດ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ທ່ານ​ນາງ​ໄດ້ຖືກ​ປ່ອຍ​ ຈາກ​ການ​ກັກ​ບໍລິ
ເວນ​ໃນ​ປີ​ກາຍ​ນີ້. ທ່ານ​ນາງ​ໄດ້​ພົບ​ປະ​ກັບ​ທ່ານ Shwe Mann ​ເຈົ້າໜ້າ​ທີ່​ອະ​ວຸ​ໂສຂອງ​ລັດຖະ
ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກທະຫານ​ຂອງ​ມຽນມາແລະ​ພວກ​ທະຫານ​ທີ່​ປົກຄອງ​ປະ​ເທດ​
ກ່ອນ​ໜ້ານັ້ນ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໄດ້​ຖືກ​ຖອນ​ຖານະ​ຈາກ​ການ​ເປັນພັກການ​ເມືອງ
ໃນ​ປີ​ກາຍ​ນີ້ ຍ້ອນ​ພັກ​ດັ່ງກ່າວ​ປະຕິ​ເສດ​ບໍ່​ຍອມ​ເຂົ້າຮ່ວມ​ໃນ​ການ​ເລືອກຕັ້ງ​ແຫ່ງ​ຊາດ​ທີ່​ເປັນ
ບັນຫາ​ຖົກ​ຖຽງ​ໂຕ້ແຍ້​ງຍ້ອນ​ຜູ້​ສະໜັບສະໜຸນ​ປະຊາທິປະ​ໄຕ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ມະ
ຫາຊົນ ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ລົງ​ສະມັກ​ແຂ່ງຂັນ.

ການ​ເລືອກ​ຕັ້ງຊຶ່ງ​ໄດ້​ຍັງ​ຜົນ​ໃຫ້​ມີ​ການ​ຕັ້ງລັດຖະບານ​ຊຸດ​ໃໝ່ ​ເຖິງ​ແມ່ນ​ຍັງ​ສືບ​ຕໍ່​ຄອບ​ງຳໂດຍ
ພວກ​ນາຍ​ທະຫານ​ໃນ​ອະດີດ​ແລະ​ປັດຈຸບັນ​ກໍ​ຕາມແຕ່​ໄດ້​ຈັດຕັ້ງປະຕິ​ບັດ​ການ​ປະຕິ​ຮູບ​ຈຳນວນ
ນຶ່ງຮວມທັງຫຼຸດຢ່ອນ​ຜ່ອນຜັນ​ໃນ​ການ​ຈຳກັດ​ຮັດ​ແຄບ ​ໃນ​ດ້ານ​ການ​ຂ່າວ ​ແລະ​ເລີ່​ມ​ເປີດ​ການ
ເຈລະຈາ​ຫາລື​ກັບ​ພວກ​ທີ່​ຕຳ​ໜິຕິຕຽນ.