ມຽນມາອາດຈະອະນຸຍາດໃຫ້ ພວກສັງເກດການອາຊ່ຽນ ເຂົ້າໄປໃນປະເທດໄດ້

  • ສິງ ບູຣົມມະວົງ

ທ່ານ Nyan Win ໂຄສົກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະ ໄຕໃນມຽນມາ ກ່າວຕໍ່ບັນດານັກຂ່າວ ກ່ຽວກັບການເລືອກຕັ້ງຮອບພິ ເສດໃນມຽມາ ທີ່ນະຄອນຢັ້ງກຸ້ງ, ມຽນມາ ວັນທີ 20 ກຸມພາ 2012.




















ສະມາຄົມ​ອາ​ຊຽນກ່າວ​ວ່າ ຕົນ​ໄດ້​ຮັບ​ຄໍາ​ໝັ້ນ​ສັນຍາ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່ມຽນມາທີ່​ຈະ​ຮັບ​ພິຈາລະນາ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ອະນຸມັດ​ໃຫ້​ສະມາຄົມ​ອາ​ຊຽນ ສົ່ງ​ພວກນັກ​ສັງ​ເກດ​ການ​ຈຸນຶ່ງ​ເຂົ້າ​ໄປ​ສັງ​ເກດ​ການ​ເບິ່ງການເລືອກ​ຕັ້ງ​ຂອງ​ຕົນ​ໄດ້.

ກຸ່ມ​ອາ​ຊຽນກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ປະທານາທິບໍດີ Thein Sein ​ແຫ່ງ​ມຽນມາ​ ໄດ້​ໃຫ້​
ຄໍາໝັ້ນ​ສັນຍາ​ດັ່ງກ່າວ ​ໃນ​ການ​ພົບ​ປະກັນ​ທີ່​ນະຄອນຫລວງ​ດ້ານ​ການ​ປົກຄອງ​ເນ​ປີ​ດໍຂອງ
ປະ​ເທດກັບ​ຄະນະຜູ້ຕາງໜ້າ​ຈຸ​ນຶ່ງ​ພາຍ​ໃຕ້​ການ​ນໍາພາ​ຂອງ​ ດຣ. ​ສຸຣິນ ພິດ​ສຸວັນ ​ເລຂາທິ
ການໃຫຍ່​ສະມາຄົມ​ອາ​ຊຽນ.

ກຸ່ມ​ອາ​ຊຽນກ່າວ​ຕື່ມ​ວ່າ​ ຜູ້​ນໍາ​ທັງ​ສອງ​ໄດ້ເຫັນ​ດີ​ນໍາ​ກັນ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້​ຈະ​ສົ່ງ
ເສີມ​ເຈດ​ຕະນາ​ດີ​ຂອງ​ນາໆ​ຊາດ​ທີ່​ວ່າ​ມຽນມາ​ໄດ້ດໍາ​ເນີນ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາ
ທິປະ​ໄຕ​ຫລາຍ​ຢ່າງ.

ກຸ່ມ​ອາ​ຊຽນກ່າວ​ວ່າ ປະທານາທິບໍດີ​ຂອງ​ມຽນມາ​ຍັງ​ໄດ້​ກ່າວ​ຕໍ່​ຄະນະຜູ້ຕາງ​ໝ້າ​ຂອງ​ກຸ່ມ​ອາ
ຊຽນວ່າ ​ເລື້ອງ​ບູລິ​ມະ​ສິດ​ທີ່​ສຳຄັນ​ສຸດຂອງ​ມຽນມາ​ແມ່ນ​ການ​ສ້າງ​ວຽກ​ການ​ເຮັດ ​ເພື່ອ​ວ່າ
ພົນລະ​ເມືອງ​ຂອງ​ຕົນ​ໃນ​ຈຳນວນ​ເພີ່ມ​ຂຶ້ນ ​ຈະ​ສາມາດ​ກັບ​ຄື​ນປະ​ເທດ​ໄດ້​ຈາກ​ປະ​ເທດ​ຕ່າງໆ
ເຊ່ນ ​ໄທ​ແລະ​ມາ​ເລ​ເຊຍບ່ອນ​ທີ່ພວກ​ປະຊາຊົນ​ເຫລົ່າ​ນີ້​ພາກັນເດີນທາງໄປ​ຊອກ​ຫາ​ວຽກ​ຫາ​
ການ​ເຮັດນັ້ນ.

ໃນອັນ​ທີ່​ປະກົດ​ວ່າ​ເປັນການ​ຍິນ​ຍອມ​ຕໍ່​ກຸ່ມ​ອາ​ຊຽນແມ່ນ​ຮ່ອງຮອຍ​ຄັ້ງ​ຫລ້າ​ສຸດຕິດ​ຕໍ່​ກັນ​ມາ
ຫລາຍ​ຄັ້ງ​ທີ່​ວ່າ​ລັດຖະບານ​ມຽນມາ​ມີ​ຄວາມ​ກະຕື ລື​ລົ້ນ​ເພື່ອ​ສົ່ງ​ສັນຍານ​ໃນ​ທາງ​ບວກ​ໃຫ້
ໂລກ​ຮູ້ຈັກ​ໂດຍ​ຜ່ານ​ການ​ເລືອກຕັ້ງ​ຮອບ​ພິ​ເສດ ຊຶ່ງ​ທ່ານ​ນາງ​ອອງຊານ​ຊູ​ຈີຜູ້​ນໍາ​ຝ່າຍ​ຄ້ານ​
ຈະ​ເຂົ້າຮ່ວມ​ຊີງ​ເອົາ​ບ່ອນ​ນັ່ງ​ບ່ອນ​ນຶ່ງ​ໃນ​ຈໍານວນ​ 43 ບ່ອນ​ນັ່ງ​ທີ່​ຈະ​ມີ​ຂຶ້ນໃນໄວໆ​ນີ້.

ໃນ​ວັນ​ຈັນ​ວານ​ນີ້ ລັດຖະບານມຽນມາ​ ໄດ້​ຍົກ​ເລີກ​ຂໍ້​ຈໍາກັດ​ຮັດ​ແຄບ​ຈໍານວນ​ນຶ່ງໃນ​ການ​ຈັດ
ແຈງທາງ​ດ້ານ​ການ​ເມືອງ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ
ປະຊາທິປະ​ໄຕ​ໃນ​ມຽນມ້າ​ຂອງ​ທ່ານນາງ​ອອງຊານ​ຊູ​ຈີ​ຈົ່ມ​ວ່າ ຂໍ້​ຈໍາກັດ​ຮັດ​ແຄບ​ດັ່ງກ່າວ​ເປັນ
ໄພ​ຂົ່ມຂູ່​ຕໍ່ ຄວາມ​ເປັນ​ທໍາ​ໃນ​ການ​ເລືອກ​ຕັ້ງ​ຮອບ​ພິ​ເສດ​ໃນ​ວັນ​ທີ 1 ​ເມສາ​ຕໍ່ໜ້ານີ້.