ທ.ນ. ອອງຊານຊູຈີ ໄດ້ຮັບ ຄວາມສັດທາ ເຫລື້ອມໃສ ຈາກພວກຜູ້ນໍາຂອງ ກຸ່ມນັກສຶກສາລຸ່ນ 88

  • ສິງ ບູຣົມມະວົງ

ທ້າວ Ko Ko Gyi (ທີສອງນັບຈາກຊ້າຍ), ທ້າວ Min Ko Naing (ທີສາມນັບຈາກຊ້າຍ), ແລະທ້າວ Htay Kywe (ທີສີ່ນັບຈາກຊ້າຍ) ຊຶ່ງເປັນນັກເຄື່ອນໄຫວທີ່ໂດດເດັ່ນໃນກຸ່ມນັກສຶກສາລຸ້ນ 88 ໄດ້ອອກໜ້ານໍາພາ ພວກສະໜັບສະໜຸນຜູ້ນໍາດ້ານປະຊາທິປະໄຕ ທ.ນ. ອອງຊານຊູຈີ ໃນຂະນະທີ່ພວກເຂົາເຈົ້າພາກັນເຂົ້

ພວກ​ຜູ້​ນໍາ​ໃນ​ການ​ລຸກຮື​ຂຶ້ນ​ຮຽກຮ້ອງ​ເອົາ​ປະຊາທິປະ​ໄຕ​ໃນມຽນມາ​ໃນ​ປີ 1988 ທີ່​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ ໄດ້​ມອບສັດທາຂອງ​ເຂົາ​ເຈົ້າ​ໄວ້​ນໍາ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ສັນນິບາດ​ເພື່ອ​ປະຊາທິປະ​ໄຕ​ ໃນ​ມຽນມາ​ນັ້ນ.

ໃນ​ວັນ​ເສົາ​ວານ​ນີ້ ພວກ​ຜູ້​ນໍາ​ກຸ່ມ​ ທີ່​ເອິ້ນ​ວ່າ “ກຸ່ມນັກ​ສຶກສາ​ລຸ່ນ 88” ທີ່​ຫາ​ກໍ​ຖືກ​ປ່ອຍ​ໂຕ​ຫວ່າງ​ໄວໆ​ມາ​ນີ້ ​ໄດ້​ອອກ​ມາສະ​ແດງການ​ສະໜັບສະໜຸນ​ຕໍ່​ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ​ພັກ​ສັນນິບາດ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ. ພວກຜູ້​ນໍາ​ກຸ່ມ​ນັກ​ສຶກສາ​ດັ່ງກ່າວ ຄື ທ້າວ Min Ko Nang ​ແລະ​ທ້າວ Ko Ko Gyi ​ໄດ້​ເຫັນ​ດີ​ນໍາ​ການ​ຕັດສິນ​ໃຈຂອງ​ທ່ານ​ນາງ​ອອງຊານ ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ ແລະ​ວ່າ ທ່ານ​ນາງ​ຈະ​ໄດ້​ຮັບ​ການ​ສະໜັບ ສະໜຸນ​ໃນ​ການ​ເລືອກ​ຕັ້ງ​ສະ​ໄໝ​ພິ​ເສດ ເອົາ​ບ່ອນ​ນັ່ງ​ໃນ​ສະພາ​ໃນ​ເດືອນ​ເມສາໜ້າ​ນີ້.

ຊາວ​ມຽນມາ​ແລະ​ພວກ​ນັກວິ​ເຄາະ​ເຫດການ​ບາງ​ຄົນ ຢ້ານ​ວ່າ ລັດຖະບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ກອງທັບ​ ກໍາລັງ​ໃຊ້​ທ່ານ​ນາງ​ອອງຊານ ຊູ​ຈີ ແລະ​ພວກ​ນັກ​ໂທດ​ການ​ເມືອງ​ຫລາຍ​ຮ້ອຍ​ຄົນ​ທີ່​ຖືກ​ປ່ອຍ​ໂຕ​ຫວ່າງໄວໆ​ຜ່ານ​ມາ​ນີ້ ​ເພື່ອ​ໃຫ້​ໄດ້​ຮັບການ​ຮັບ​ຮູ້​ວ່າ​ ພວກ​ຕົນ​ມີ​ຄວາມ ຖືກຕ້ອງ​ຕາມ​ກົດໝາຍ ​ແມ່ນ​ແຕ່​ໃນ​ຂະນະ​ທີ່​ພວກ​ທະຫານຍັງ​ບໍ່​ຍອມ​ປ່ອຍມື ຈາກ​ອໍານາດ​ຢູ່​ນັ້ນ​. ​ແຕ່​ພວກ​ຜູ້​ນໍາ​ກຸ່ມ​ນັກ​ສຶກສາລຸ່ນ 88 ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ດໍາ​ເນີນ​ງານ​ ຮ່ວມ​ກັບ​ປະທານາທິບໍດີ Thein Sein ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ແລະ​ພວກພັກ​ການ​ເມືອງ​ຕ່າງໆ ຖ້າ​ຫາກ​ພວກເຂົາ​ເຈົ້າ​ສືບ​ຕໍ່​ດໍາ​ເນີນ​ການ​ປະຕິ​ຮູບ​ໄປ​ສູ່ລະບອບ​ປະຊາທິປະ​ໄຕ ​ຕໍ່​ໄປ.

ລັດຖະບານ​ໃໝ່ຂອງ​ມຽນມາ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ທະຫານ ​ໄດ້ຍື່ມມື​ຫາ​ຝ່າຍ​ຕາ​ເວັນ​ຕົກ​ມາ ​ແລະ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ກໍ​ໄດ້​ເປັນເຈົ້າພາບ​ຮັບ​ຕ້ອນ​ທັງ​ລັດ​ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານນາງ ຮີນ​ລາຣີ ຄລິນ​ຕັນ ​ແລະ​ທ່ານ William Hague ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ.