ພວກປະທ້ວງ ມຽນມາ ບັງຄັບໃຫ້ ອົງການ NGO ຍ້າຍໜີ

ຜູ້ອົບພະຍົບຄົນນຶ່ງ ທີ່ຫລົບໜີຈາກເມືອງ Pauktaw ເມື່ອໄວໆມານີ້ ນັ່ງຢູ່ຂ້າງລູກຂອງລາວ ທີ່ກຳລັງນອນ ຢູ່ສູນອົບພະຍົບ ນອກເມືອງ Sittwe ໃນລັດ Rakhaine (1 ພະຈິກ 2012)

ພວກປະທ້ວງຢູ່ໃນພາກຕາເວັນຕົກຂອງມຽນມາ ບັງຄັບໃຫ້ 2 ອົງ
ການຈັດຕັ້ງບໍ່ຂຶ້ນກັບລັດຖະບານຫຼື NGO ຕ້ອງໄດ້ຍົກຍ້າຍອອກ
ຈາກເມືອງແຫ່ງນຶ່ງ ຫຼັງຈາກມີການກ່າວຫາວ່າ ອົງການໃຫ້ຄວາມ
ຊ່ອຍເຫລືອເຫຼົ່ານີ້ ເຂົ້າຂ້າງພວກມຸສລິມໂຣຮິງຢາ ໃນການປະທະ
ກັນເມື່ອໄວໆມານີ້ ກັບພວກຊາວພຸດ ໃນເຂດທ້ອງຖິ່ນ.

ການປະທ້ວງເລີ້ມຂຶ້ນໃນຕົ້ນອາທິດນີ້ ຫລັງຈາກໄດ້ເກີດການປະ
ທະກັນ ໃກ້ໆກັບເມືອງ Pauktaw.

ຊາວພຸດໃນເຂດທ້ອງຖິ່ນຈົ່ມວ່າ ກຸ່ມນາຍແພດບໍ່ມີພົມແດນ ທີ່ຮູ້
ກັນໃນຊື່ຫຍໍ້ເປັນພາສາຝຣັ່ງວ່າ MSF ນັ້ນມີແຕ່ໃຫ້ການປິ່ນປົວ
ພວກມຸສລິມທີ່ໄດ້ຮັບບາດເຈັບ 3 ຄົນ ແຕ່ບໍ່ໄດ້ປົວແມ່ຍິງຊາວ Rakhine ທີ່ນັບຖືສາສະໜາ
ພຸດ 2 ຄົນ ຊຶ່ງຜູ້ນຶ່ງໃນຈຳນວນນີ້ ໄດ້ເສຍຊີວິດໃນເວລາຕໍ່ມາ ຍ້ອນທົນຕໍ່ພິດບາດແຜບໍ່ໄດ້.

ແຕ່ທ່ານ Michele Trinite ເຈົ້າໜ້າທີ່ຂອງອົງການ MSF ທີ່ລັດ Rakhine ເວົ້າວ່າ ກຸ່ມຂອງ ທ່ານມີແຕ່ໃຫ້ຄຳແນະນຳທໍ່ນັ້ນວ່າ ພວກຜູ້ຊາຍຊາວມຸສລິມ ໄດ້ຮັບບາດເຈັບ.

ທ່ານເວົ້າວ່າ ພວກເຮົາບໍ່ໄດ້ຖືກແຈ້ງໃຫ້ຊາບວ່າ ມີພວກຄົນເຈັບເຫຼົ່ານີ້ຢູ່ໃນປະຊາຄົມທີ່ຕ້ອງ ການຄວາມຊ່ອຍເຫຼືອເພື່ອຮັບການປິ່ນປົວ. ບໍ່ດັ່ງນັ້ນແລ້ວ ແນ່ນອນພວກເຮົາຈະໃຫ້ການສະ ໜັບສະໜຸນພວກເຂົາເຈົ້າເພື່ອນຳສົ່ງໂຮງໝໍ ໃນຖານະທີ່ເປັນອົງການຈັດຕັ້ງດ້ານການແພດ
ພວກເຮົາບໍ່ຈຳແນກໂດຍອີງຕາມຊົນຊາດຊົນເຜົ່າຫລືສາສະໜາ. ພວກເຮົາມີແຕ່ໃຫ້ການສະ ໜັບສະໜຸນແກ່ບຸກຄົນໃດກໍຕາມ ທີ່ຕ້ອງການການປິ່ນປົວແບບສຸກເສີນ.